leftcenterrightdel
ການນຳນະຄອນໂຮ່ຈີມິນ ແລະຄະນະປະຕິບັດງານຂອງລາວ ທີ່ການຕ້ອນຮັບ. ພາບ: nld.com.vn

ທີ່ການຕ້ອນຮັບ, ທ່ານ ຫງວຽນແທງງີ້, ກໍາມະການສູນກາງພັກ, ຮອງເລຂາຜູ້ປະຈໍາການຄະນະພັກນະຄອນໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນຕໍ່ທ່ານ ສະນັ່ນ ສີພາພົມມະຈັນ, ຮອງເລຂາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງຈໍາປາສັກ ແລະຄະນະປະຕິບັດງານ. ທ່ານຮອງເລຂາຜູ້ປະຈໍາການຄະນະພັກນະຄອນໂຮ່ຈີມິນ ເນັ້ນໜັກວ່າ: ການພົວພັນຫວຽດນາມ-ລາວ ແມ່ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່ທີ່ໄດ້ຮັບການກໍ່ສ້າງ, ເພີ່ມພູນຄູນສ້າງ ແລະພັດທະນາຈາກການນຳ ແລະປະຊາຊົນສອງປະເທດລຸ້ນຕ່າງໆ, ແມ່ນຊັບສົມບັດອັນລໍ້າຄ່າຂອງສອງຊາດ. ນໍ້າໃຈມິດຕະພາບແບບພິເສດ, ຍາວນານນີ້ຍາມໃດກໍ່ໄດ້ຮັບການເຊີດຊູ, ຮັກສາ ແລະພັດທະນາແບບຍືນຍົງທັງໃນປະຈຸບັນ ແລະອະນາຄົດ.

leftcenterrightdel
ທ່ານ ຫງວຽນແທງງີ້ ຮອງເລຂາຜູ້ປະຈໍາການຄະນະພັກນະຄອນໂຮ່ຈີມິນ ແລະທ່ານ ສະນັ່ນ ສີພາພົມມະຈັນ ຫົວໜ້າຄະນະຈັດຕັ້ງແຂວງຈໍາປາສັກ. ພາບ: nld.com.vn

ສະແດງຄວາມຂອບໃຈຢ່າງຈິງໃຈ ແລະໃຫ້ການຕ້ອນຮັບຢ່າງອົບອຸ່ນຂອງການນຳນະຄອນໂຮ່ຈີມິນ, ທ່ານ ສະນັ່ນ ສີພາພົມມະຈັນ ໄດ້ແຈ້ງໃຫ້ຊາບກ່ຽວກັບບັນດາຜົນງານດ້ານເສດຖະກິດ-ສັງຄົມ ໃນໄລຍະຜ່ານມາ; ກໍ່ຄືກຳນົດທິດພັດທະນາ ແລະສ້າງກາລະໂອກາດຮ່ວມມືພ້ອມກັນພັດທະນາລະຫວ່າງສອງທ້ອງຖິ່ນ. ສາຍພົວພັນຂອງສອງປະເທດໄດ້ສ້າງສັນຍາລັກຜ່ານການຢ້ຽມຢາມຂອງການນຳຂັ້ນສູງສອງປະເທດ. ທ່ານ ສະນັ່ນ ສີພາພົມມະຈັນ ປາດຖະໜາວ່າ ນະຄອນໂຮ່ຈີມິນ ແລະບັນດາທ້ອງຖິ່ນຂອງລາວ ສືບຕໍ່ຜັນຂະຫຍາຍການເຄື່ອນໄຫວໃນຫຼາຍຂົງເຂດຢ່າງມີປະສິດທິຜົນ, ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງ ຫວຽດນາມ-ລາວ.

ທ່ານຮອງເລຂາຜູ້ປະຈໍາການຄະນະພັກນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ ແຕ່ວັນທີ 1 ກໍລະກົດ, ນະຄອນໂຮ່ຈີມິນ ຈະດຳເນີນການເຄື່ອນໄຫວຢ່າງເປັນທາງການ. ບົນພື້ນຖານໂຮມບັນດາແຂວງບາເຣ້ຍ-ຫວູງເຕົ່າ ແລະບິ່ງເຢືອງເຂົ້າຕື່ມ, ນະຄອນໂຮ່ຈີມິນ ຈະສືບຕໍ່ເສີມຂະຫຍາຍບັນດາຜົນງານຈາກການຮ່ວມມືໃນຫຼາຍດ້ານ, ຄື: ເສດຖະກິດ, ການສຶກສາ, ວິທະຍາສາດ-ເຕັກໂນໂລຢີ, ບຳລຸງສ້າງ ແລະພັດທະນາຊັບພະຍາກອນມະນຸດ...

ໂດຍ: ເຈິ່ນຮວ່ຽນ