ໂດຍເຊື່ອມຕົວເຂົ້າກັບບັນຍາກາດອັນຟົດຟື້ນຂອງບັນດາລາຍການສະເຫຼີມສະຫຼອງ 100 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21/06/1925 - 21/06/2025) ທີ່ໄດ້ດຳເນີນຢູ່ພາຍໃນປະເທດ, ສະຖານທູດ ຫວຽດນາມ ແລະ ຜູ້ຕາງໜ້າບັນດາອົງການສື່ມວນຊົນ ຫວຽດນາມ ປະຈຳຕ່າງປະເທດ ກໍ່ໄດ້ຈັດພິທີສະເຫຼີມສະຫຼອງ, ພົບປະໃນໂອກາດນີ້.

leftcenterrightdel
ທ່ານເອກອັກຄະລັດຖະທູດ ດິງຕວນທັງ ຖ່າຍຮູບເປັນທີ່ລະນຶກກັບຫົວໜ້າບັນດາອົງການສື່ມວນຊົນ ຫວຽດນາມ ປະຈຳ ຝລັ່ງ. ພາບ: VOV

ຢູ່ພິທີສະເຫຼີມສະຫຼອງ ໂດຍສະຖານທູດ ຫວຽດນາມ ປະຈຳ ຈີນ ຈັດຂຶ້ນ, ທ່ານເອກອັກຄະລັດຖະທູດ ຟ້າມແທັງບິ່ງ ໄດ້ຫວນຄືນເສັ້ນທາງອັນສະຫງ່າອົງອາດຂອງພື້ນຖານສື່ມວນຊົນປະຕິວັດ ຫວຽດນາມ, ເລີ່ມແຕ່ການກຳເນີດຂອງ ໜັງສືພິງ ແທັງນຽນ (ຊາວໜຸ່ມ) ເມື່ອປີ 1925 ໂດຍປະທານ ໂຮ່ຈີມິນ ສ້າງຕັ້ງຂຶ້ນ, ທ່ານຢັ້ງຢືນວ່າ ບັນດາຜູ້ເຮັດວຽກງານການຂ່າວບໍ່ພຽງແຕ່ລົງຂ່າວເທົ່ານັ້ນ ຫາກຍັງແມ່ນນັກຮົບບົນສະໜາມຮົບແນວຄິດອີກດ້ວຍ, ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນພາລະກິດແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ຢູ່ ຝລັ່ງ, ບັນດາອົງການປະຈຳຂອງວິທະຍຸກະຈາຍສຽງ ຫວຽດນາມ, ໜັງສືພິມເຍິນເຢິນ (ປະຊາຊົນ), ສຳນັກຂ່າວສານ ຫວຽດນາມ ແລະ ໂທລະພາບ ຫວຽດນາມ ປະຈຳ ຝລັ່ງ ກໍໄດ້ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ຝລັ່ງ ຈັດພິທີສະເຫຼີມສະຫຼອງ. ທີ່ພິທີ, ທ່ານເອກອັກຄະລັດຖະທູດ ດິງຕວານທັ້ງ ໄດ້ເນັ້ນໜັກເຖິງບົດບາດສຳຄັນຂອງສື່ມວນຊົນໃນພາລະກິດແຫ່ງການພັດທະນາ ແລະ ເຊື່ອມໂຍງເຂົ້າກັບສາກົນຂອງປະເທດຊາດ, ພ້ອມທັງຕີລາຄາສູງບັນດາການປະກອບສ່ວນຂອງບັນດາອົງການສື່ມວນຊົນ ຫວຽດນາມ ປະຈຳ ຝລັ່ງ.

ໃນໂອກາດນີ້, ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ອົງການການຄ້າໂລກ ແລະ ບັນດາອົງການສາກົນອື່ນໆປະຈຳ ເຊີແນວ, ສະວິດ ກໍໄດ້ຈັດການພົບປະແບບສະໜິດສະໜົມກັບຜູ້ຕາງໜ້າບັນດາອົງການສຳນັກຂ່າວສານ ຫວຽດນາມ ຢູ່ ສະວິດ.

ແຫຼ່ງຄັດຈາກ: vovworld.vn