ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງຄະນະກໍ່ສ້າງ 64 - ຫົວໜ່ວຍກໍ່ສ້າງເສັ້ນທາງໃຫ້ປະເທດລາວ
ກປ.ອອນໄລ - ວັນທີ 22 ມິຖຸນາ, ຢູ່ຮ່າໂນ້ຍ, ຄະນະກໍ່ສ້າງ 64 ຂຶ້ນກັບກະຊວງຄົມມະນາຄົມຂົນສົ່ງ (ປະຈຸບັນແມ່ນກະຊວງກໍ່ສ້າງ), ເຊິ່ງແມ່ນຫົວໜ່ວຍທີ່ໄດ້ປະຕິບັດໜ້າທີ່ສາກົນຢູ່ປະເທດເພື່ອນລາວ ແຕ່ສະໄໝສົງຄາມຕ້ານອາເມລິກາ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງ.
ເຂົ້າຮ່ວມພິທີມີທ່ານ ສົມມາດ ພົນເສນາ, ຮອງປະທານສະພາແຫ່ງຊາດລາວ ພ້ອມດ້ວຍການນໍາສະຖານທູດລາວ ປະຈໍາ ຫວຽດນາມ, ການນໍາກະຊວງຄົມມະນາຄົມຂົນສົ່ງ (ປະຈຸບັນແມ່ນກະຊວງກໍ່ສ້າງ) ສະໄໝຕ່າງໆ ແລະພະນັກງານ, ພາລະກອນຂອງຄະນະກໍ່ສ້າງ 64 ປະມານ 300 ກວ່າຄົນ.
ຜ່ານໄລຍະ 60 ປີແຫ່ງການກໍ່ສ້າງ ແລະພັດທະນາ, ຄະນະກໍ່ສ້າງ 64 ໄດ້ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນວິວັດການຊ່ວຍເຫຼືອປະເທດເພື່ອນລາວ ຍາດເອົາເອກະລາດແຫ່ງຊາດ, ຟື້ນຟູປະເທດຊາດພາຍຫຼັງສົງຄາມ ແລະປະຈຸບັນພວມກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມ ແລະພື້ນຖານໂຄງລ່າງອື່ນໆເຊັ່ນ: ໂຮງຮຽນ, ໂຮງໝໍ, ໂຮງງານ, ໄຟຟ້ານ້ຳຕົກ ແລະໂຄງການພົນລະເຮືອນ... ປະກອບສ່ວນສ້າງນໍ້າໃຈສາມັກຄີມິດຕະພາບແບບພິເສດ ແລະສັດຊື່ບໍລິສຸດຜຸດຜ່ອງລະຫວ່າງຫວຽດນາມ-ລາວ.
    |
 |
ການເຄື່ອນໄຫວຂອງຄະນະກໍ່ສ້າງ 64 ໄດ້ປະກອບສ່ວນເຂົ້າໃນໄຊຊະນະ ຂອງການຕໍ່ສູ້ຕ້ານອາເມລິກາ ກູ້ຊາດ ຂອງປະຊາຊົນລາວບັນດາເຜົ່າ. ພາບ: vov.vn |
ໃນວິວັດການເຄື່ອນໄຫວ, ທາງຫົວໜ່ວຍຍັງໄດ້ຮັບໝາກຜົນອັນໃຫຍ່ຫຼວງໃນຂົງເຂດຕ່າງໆ, ຄື: ກໍ່ສ້າງບັນດາໂຄງການໂທລະຄົມມະນາຄົມຢູ່ພາຍໃນ ແລະຕ່າງປະເທດ; ກໍ່ສ້າງກິດຈະກໍາອຸດສາຫະກຳ ແລະພົນລະເຮືອນ; ໃຫ້ຄໍາປຶກສາຫາລືການລົງທຶນກໍ່ສ້າງກິດຈະກໍາຄົມມະນາຄົມ; ກໍ່ສ້າງກິດຈະກໍາຊົນລະປະທານ, ປ້ອງກັນຊາດ, ໄຟຟ້າ. ຜະລິດເບຕົງສໍາເລັດຮູບ, ວັດສະດຸກໍ່ສ້າງ; ສົ່ງອອກ ແລະການຄ້າຂາຍວັດສະດຸ, ອຸປະກອນໂຄມະນາຄົມຂົນສົ່ງ...
    |
 |
ຜູ້ແທນເຂົ້າຮ່ວມພິທີສະເຫຼີມສະຫຼອງ. ພາບ: vov.vn |
ດ້ວຍການປະກອບສ່ວນອັນໃຫຍ່ຫຼວງ, ຄະນະກໍ່ສ້າງ 64 ໄດ້ຮັບລາງວັນອັນສູງສົ່ງຈາກລັດຫວຽດນາມ ແລະລັດລາວ ໃຫ້ແກ່ໝູ່ຄະນະ ແລະບຸກຄົນ... ການປະກອບສ່ວນໃຫ້ພາລະກິດສາກົນອັນສູງສົ່ງຂອງພະນັກງານ, ພາລະກອນ, ຊາວໜຸ່ມອາສາສະໝັກຂອງຄະນະກໍ່ສ້າງ 64 ໄດ້ເຮັດໃຫ້ໜ້າປະຫວັດສາດຂອງສາຍພົວພັນແບບພິເສດ ຫວຽດນາມ - ລາວ ນັບມື້ນັບໄດ້ຮັບການເພີ່ມພູນຄູນສ້າງ.
ໂດຍ: ທູຈາງ