ເປີດຊຸດຝຶກອົບຮົມວິຊາສະເພາະໃຫ້ແກ່ພະນັກງານສານທະຫານ ແຫ່ງ ສປປ ລາວ
ກປ.ອອນໄລ - ຕອນບ່າຍວັນທີ 24 ມິຖຸນາ, ທີ່ກອງ 871 (ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ), ສານທະຫານສູນກາງ ໄດ້ຈັດຕັ້ງພິທີເປີດຊຸດຝຶກອົບຮົມວິຊາສະເພາະໃຫ້ແກ່ພະນັກງານສານທະຫານ ແຫ່ງ ສປປ ລາວ.
    |
 |
ທ່ານພັນເອກພິເສດ ຮວ່າງຮືວກູ໊ຍ ກ່າວຄຳເຫັນທີ່ພິທີເປີດ. ພາບ: ເຈິ່ນຮວ່ຽນ |
ກ່າວຄຳເຫັນທີ່ພິທີເປີດ, ທ່ານພັນເອກພິເສດ ຮວ່າງຮືວກູ໊ຍ ຮອງປະທານສານທະຫານສູນກາງ ເນັ້ນໜັກວ່າ ໃນຊຸມປີຜ່ານມາ, ສາຍພົວພັນມິດຕະພາບອັນຍິງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະສອງກອງທັບ ຫວຽດນາມ-ລາວ, ໃນນັ້ນມີຂົງເຂດຕຸລາການ, ໄດ້ຮັບການປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ. ຫວຽດນາມ-ລາວ ໄດ້ລົງນາມໃນສັນຍາໜູນຊ່ວຍດ້ານຕຸລາການ, ສັນຍາຮ່ວມມືຕ້ານຢາເສບຕິດ, ອະນຸສັນຍາວ່າດ້ວຍການຮ່ວມມືບຳລຸງສ້າງພະນັກງານ...
ການຮ່ວມມືລະຫວ່າງບັນດາອົງການຕຸລາການໃນກອງທັບສອງປະເທດບັນລຸໄດ້ໝາກຜົນທີ່ດີຫຼາຍຢ່າງ. ດ້ວຍຈິດໃຈຄວາມຮັບຜິດຊອບ ແລະອາລົມຈິດອັນເລິກເຊິ່ງ, ສອງຝ່າຍໄດ້ມານະພະຍາຍາມຮ່ວມມືຢ່າງບໍ່ຢຸດຢັ້ງ. ຊຸດຝຶກອົບຮົມວິຊາສະເພາະຄັ້ງນີ້ສະແດງໃຫ້ເຫັນການສືບທອດ ແລະເສີມຂະຫຍາຍມູນເຊື້ອຮ່ວມມືອັນດີງາມລະຫວ່າງສອງປະເທດ ຫວຽດນາມ-ລາວ ຢ່າງມີປະສິດທິຜົນ.
    |
 |
ບັນຍາກາດທີ່ພິທີເປີດ. ພາບ: ເຈິ່ນຮວ່ຽນ |
ທ່ານພັນເອກພິເສດ ຮວ່າງຮືວກູ໊ຍ ໃຫ້ຮູ້ວ່າ ໃນໄລຍະຝຶກອົບຮົມ 1 ເດືອນ, ພະນັກງານສານທະຫານ ແຫ່ງ ສປປ ລາວ ຈະແລກປ່ຽນຄວາມຮູ້ດ້ານກົດໝາຍ ແລະບົດຮຽນກ່ຽວກັບການຈັດຕັ້ງ ແລະການເຄື່ອນໄຫວຂອງສານທະຫານຫວຽດນາມ ເພື່ອແນໃສ່ຄົ້ນຄວ້າ, ນໍາໃຊ້ເໝາະສົມກັບຮູບແບບ, ການຈັດຕັ້ງຂອງສານທະຫານລາວ. ໃນໄລຍະຝຶກອົບຮົມ, ຝ່າຍຫວຽດນາມ ຍັງຈະຄົ້ນຄວ້າ, ຮັບເອົາບັນດາບົດຮຽນທີ່ດີຂອງຝ່າຍລາວ ເພື່ອສາມາດເພີ່ມເຕີມເຂົ້າທິດສະດີ ແລະການເຄື່ອນໄຫວຕົວຈິງຂອງຕົນ.
ທ່ານພັນເອກພິເສດ ຮວ່າງຮືວກູ໊ຍ ສະແດງຄວາມປາດຖະໜາວ່າ ບັນດາພະນັກງານສານທະຫານ ແຫ່ງ ສປປ ລາວ ຈະເປັນເຈົ້າການ, ຕັ້ງໜ້າການຮໍ່າຮຽນ, ຄົ້ນຄວ້າ ແລະແລກປ່ຽນ; ເປັນເຈົ້າການເຂົ້າຮ່ວມປະກອບຄຳເຫັນກ່ຽວກັບເນື້ອໃນ, ວິທີການຝຶກອົບຮົມ ກໍ່ຄືວຽກງານຮັບປະກັນອື່ນໆ.
    |
 |
ບັນດາຜູ້ແທນເຂົ້າຮ່ວມພິທີເປີດ. ພາບ: ເຈິ່ນຮວ່ຽນ |
    |
 |
ທ່ານພັນເອກ ຈັນທະວິໄຊ ນາມມະວົງສາ ກ່າວຄຳເຫັນທີ່ພິທີເປີດ. ພາບ: ເຈິ່ນຮວ່ຽນ |
ສ່ວນທ່ານພັນເອກ ຈັນທະວິໄຊ ນາມມະວົງສາ, ປະທານສານທະຫານພາກໃຕ້, ຫົວໜ້າຄະນະພະນັກງານສານທະຫານລາວ ຢືນຢັນວ່າ ຈະຕັ້ງໜ້າເສີມຂະຫຍາຍ ແລະນຳໃຊ້ບັນດາຄວາມຮູ້ທີ່ໄດ້ຮໍ່າຮຽນຢູ່ຫວຽດນາມ ເຂົ້າໃນການປະຕິບັດໜ້າທີ່, ຜ່ານນັ້ນປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈສາມັກຄີ, ມິດຕະພາບສະໜິດຕິດພັນລະຫວ່າງກອງທັບ ແລະປະຊາຊົນສອງປະເທດ ຫວຽດນາມ-ລາວ.
ໂດຍ: ເຈິ່ນຮວ່ຽນ