    |
 |
ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ແລກປ່ຽນກັບທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີລາວ. ພາບ: VGP |
ທີ່ການພົບປະ, ທ່ານ ເຈິ່ນຮ່ົງຮ່າ ຊົມເຊີຍບັນດາໝາກຜົນຕ້ັງໜ້າເຊິ່ງພັກ, ລັດ ແລະປະຊາຊົນລາວ ບັນລຸໄດ້ໃນໄລຍະຜ່ານມາ; ສະແດງຄວາມນັບຖືຢ່າງສູງການພົວພັນ ຫວຽດນາມ-ລາວ, ພ້ອມທັງຢືນຢັນວ່າ ພັກ, ລັດຫວຽດນາມ ຍາມໃດກໍ່ສະຫງວນບຸລິມະສິດສູງສຸດສຳລັບການພົວພັນສາມັກຄີແບບພິເສດ, ຫາຍາກກັບລາວ ແລະຍາມໃດກໍ່ສະໜັບສະໜູນຢ່າງແຂງແຮງ, ຮອບດ້ານໃນກິດຈະການປ່ຽນແປງໃໝ່ ແລະພັດທະນາຂອງລາວ.
ທ່ານຮອງນາຍົກລັດຖະມົນຕີ ແລກປ່ຽນກ່ຽວກັບມາດຕະການຊຸກຍູ້ການຮ່ວມມື, ຜັນຂະຫຍາຍການຫັນເນື້ອໃນຂໍ້ຕົກລົງຂັ້ນສູງ, ກໍ່ຄືໝາກຜົນກອງປະຊຸມ ຄັ້ງທີ 47 ຄະນະກໍາມະການລະຫວ່າງລັດຖະບານສອງປະເທດໃຫ້ປະກົດຜົນເປັນຈິງ.
ສ່ວນທ່ານ ກິແກ້ວ ໄຂຄໍາພິທູນ ເຫັນດີເປັນເອກະພາບກັບການຕີລາຄາຂອງທ່ານ ເຈິ່ນຮົ່ງຮ່າ; ພ້ອມທັງ ເນັ້ນໜັກວ່າ ລາວ ຖືເປັນສໍາພັນພິເສດກັບຫວຽດນາມ, ຍາມໃດກໍ່ມານະພະຍາຍາມເພີ່ມພູນຄູນສ້າງ ແລະນໍາການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລາວ-ຫວຽດນາມ ສືບຕໍ່ພັດທະນາແບບຍືນຍົງ, ນັບມື້ນັບເຂົ້າສູ່ລວງເລິກ; ເນັ້ນໜັກວ່າ ເລື່ອງການນໍາຂັ້ນສູງສອງປະເທດຮັກສາການພົບປະ, ແລກປ່ຽນຢ່າງເປັນປະຈໍາ, ກໍ່ຄືຫວຽດນາມ ສ້າງເງື່ອນໄຂເພື່ອໃຫ້ລາວ ນໍາໃຊ້ທ່າກຳປັ່ນຫວຸງອ໋າງ...
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: VGP |
ຮອງນາຍົກລັດຖະມົນຕີສອງທ່ານ ເນັ້ນໜັກວ່າ ບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນສອງປະເທດໄດ້ ແລະພວມຕັ້ງໜ້າສົມທົບກັນ, ມານະພະຍາຍາມແກ້ໄຂຄວາມຫຍຸ້ງຍາກ; ບາງໂຄງການຮ່ວມມືຈຸດສຸມມີບາດກ້າວຕັ້ງໜ້າ.
ສອງຝ່າຍເຫັນດີເປັນເອກະພາບ ສືບຕໍ່ຊີ້ນໍາບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນສອງປະເທດສຸມໃສ່ຜັນຂະຫຍາຍຂໍ້ຕົກລົງຂັ້ນສູງສະບັບຕ່າງໆມີປະສິດທິຜົນ, ລາຍການຮ່ວມມືລະຫວ່າງສອງພັກ, ສອງປະເທດ ແລະບັນດາກົນໄກສອງຝ່າຍ, ພິເສດເອົາໃສ່ເປັນສໍາຄັນເລື່ອງເຊື່ອມຕໍ່ສອງພື້ນຖານເສດຖະກິດ, ໃນນັ້ນເນັ້ນໜັກເລື່ອງເຊື່ອມຕໍ່ໂຄງລ່່າງຄົມມະນາຄົມ, ຄຽງຂ້າງນ້ັນ, ເຫັນດີເປັນເອກະພາບສືບຕໍ່ຍູ້ແຮງການໂຄສະນາ, ການສຶກສາອົບຮົມມູນເຊື້ອການພົວພັນແບບພິເສດຫວຽດນາມ-ລາວ, ໂດຍສະເພາະແມ່ນກັບລຸ້ນໜຸ່ມສອງປະເທດ.
    |
 |
ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ມອບຂອງຂວັນທີ່ລະນຶກໃຫ້ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີລາວ. ພາບ: VGP |
ໃນສະພາບການໂລກ ແລະພາກພື້ນສືບຕໍ່ຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ຄືໃນປະຈຸບັນ, ນາຍົກລັດຖະມົນຕີສອງທ່ານ ເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສພາກພື້ນ ແລະສາກົນ; ແລກປ່ຽນ, ປຶກສາຫາລືບັນດາບັນຫາຍຸດທະສາດທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງ ແລະພັດທະນາຂອງແຕ່ລະປະເທດຢ່າງເປັນປະຈໍາ.
ໂດຍ: ໄຊນີດາ