ເສີມຂະຫຍາຍພາສາຫວຽດນາມ ແລະຮັດແໜ້ນນໍ້າໃຈມິດຕະພາບ ຫວຽດນາມ-ລາວ
ກປ.ອອນໄລ - ຕອນເຊົ້າວັນທີ 23 ມິຖຸນາ, ຢູ່ນະຄອນຫຼວງວຽງຈັນ, ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ໄດ້ຈັດຕັ້ງພິທີປິດສົກຮຽນ 2024-2025 ໃນບັນຍາກາດທີ່ສະຫງ່າຜ່າເຜີຍ ແລະພາກພູມໃຈ.
ເຂົ້າຮ່ວມພິທີມີທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ; ຜູ້ຕາງໜ້າກະຊວງສຶກສາທິການ ແລະກິລາລາວ; ການນຳພະແນກສຶກສາທິການ ແລະກິລາ ນະຄອນຫຼວງວຽງຈັນ; ຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ພ້ອມດ້ວຍຄູອາຈານ, ຜູ້ປົກຄອງນັກຮຽນ ແລະນັກຮຽນເປັນຈຳນວນຫຼວງຫຼາຍ.
    |
 |
ທ່ານນາງ ຫງວຽນທິແທັງເຮືອງ ອໍານວຍການໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ກັບນັກຮຽນອະນຸບານ. ພາບ: ສໍານັກຂ່າວສານຫວຽດນາມ |
ກ່າວຄໍາເຫັນທີ່ພິທີ, ທ່ານນາງ ຫງວຽນທິແທັງເຮືອງ ອໍານວຍການໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ໃຫ້ຮູ້ວ່າ ໃນສົກຮຽນທີ່ຜ່ານມາ, ໂຮງຮຽນບັນລຸໄດ້ໝາກຜົນເປັນໜ້າສົ່ງເສີມຫຼາຍຢ່າງໃນການຮຽນ-ການສອນ. ນັກຮຽນມີຄວາມຄືບໜ້າຢ່າງຈະແຈ້ງ, ອັດຕາການສໍາເລັດຫຼັກສູດສູງ ແລະນັກຮຽນຫຼາຍຄົນບັນລຸໄດ້ຜົນງານດີເດັ່ນໃນການສອບເສັງທີ່ສໍາຄັນ. ພິເສດ, ທີມງານນັກຮຽນເກັ່ງຂອງໂຮງຮຽນໄດ້ຮັບລາງວັນຫຼາຍລາງວັນໃນຂັ້ນຮຽນ, ສະແດງໃຫ້ເຫັນຄວາມມານະພະຍາຍາມຂອງຄູອາຈານ ແລະນັກຮຽນ.
    |
 |
ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ຈັດຕັ້ງພິທີປິດສົກຮຽນ 2024-2025. ພາບ: ສໍານັກຂ່າວສານຫວຽດນາມ |
ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ ໄດ້ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມ ແລະຜົນງານທີ່ໂຮງຮຽນບັນລຸໄດ້ໃນຕະຫຼອດໄລຍະຜ່ານມາ, ຢືນຢັນທີ່ຕັ້ງແມ່ນຮາກຖານການສຶກສາທີ່ມີອິດທິພົນຊື່ສຽງ, ບໍ່ພຽງແຕ່ສຳລັບປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ເທົ່ານັ້ນຫາກຍັງສໍາລັບນັກຮຽນລາວ ອີກດ້ວຍ. ໂຮງຮຽນພວມປະກອບສ່ວນສຳຄັນເຂົ້າໃນການຮັກສາ, ເສີມຂະຫຍາຍວັດທະນະທຳ ແລະພາສາຫວຽດນາມ, ພ້ອມທັງເປັນຂົວຕໍ່ຮັດແໜ້ນນໍ້າໃຈມິດຕະພາບ, ຄວາມສາມັກຄີແບບພິເສດ ຫວຽດນາມ-ລາວ.
ທ່ານ ຫງວຽນມິງເຕິມ ຕີລາຄາສູງການປ່ຽນແປງໃໝ່ໃນວຽກງານຄຸ້ມຄອງ, ການສິດສອນຂອງຄະນະອໍານວຍການໂຮງຮຽນ ແລະຖັນແຖວຄູອາຈານ, ພ້ອມທັງຮຽກຮ້ອງອົງການທີ່ກ່ຽວຂ້ອງສືບຕໍ່ໜູນຊ່ວຍຍົກສູງຄຸນນະພາບການສຶກສາ, ຮາກຖານວັດຖຸ ແລະຮັບປະກັນສະພາບແວດລ້ອມການຮໍ່າຮຽນທີ່ປອດໄພໃຫ້ນັກຮຽນ.
ໂດຍ: ເຈິ່ນຮວ່ຽນ