ເຫດການດັ່ງກ່າວໄດ້ດຳເນີນໄປດ້ວຍບັນຍາກາດຟົດຟື້ນມຸ່ງໄປເຖິງສະເຫຼີມສະຫຼອງ 100 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ (21-6-1925 / 21-6-2025).

ການພົບປະຄັ້ງນີ້ແມ່ນພິສູດໃຫ້ເຫັນການພົວພັນຮ່ວມມືດ້ານສື່ມວນຊົນລະຫວ່າງສອງປະເທດຢ່າງເລິກເຊິ່ງກວ້າງຂວາງ ແລະມີປະສິດທິຜົນ, ພ້ອມທັງກໍ່ແມ່ນໂອກາດ ເພື່ອໃຫ້ບັນດາອົງການສື່ມວນຊົນສອງຝ່າຍປັບປຸງການເຊື່ອມຕໍ່ ແລະສ້າງແຜນການສົມທົບກັນໃນໄລຍະຈະມາເຖິງ, ພິເສດແມ່ນບັນດາເຫດການໃຫຍ່ຂອງສອງປະເທດ.

ທີ່ການພົບປະ, ການນຳບັນດາອົງການສື່ມວນຊົນຂອງສອງປະເທດໄດ້ລ້ວນແຕ່ເຫັນດີເປັນເອກະພາບ ແລະເນັ້ນໜັກເຖິງບົດບາດສຳຄັນຂອງສື່ມວນຊົນໃນການເພີ່ມທະວີຄວາມເຂົ້າໃຈ, ຄວາມສະໜິດຕິດພັນລະຫວ່າງປະຊາຊົນສອງປະເທດ, ປະກອບສ່ວນປັບປຸງ ແລະເສີມຂະຫຍາຍການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ.

leftcenterrightdel
ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ກັບຜູ້ແທນຂອງອົງການສື່ມວນຊົນລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ບັນດາຜູ້ແທນຖືວ່າ, ໃນສະພາບການພັດທະນາການໂຄສະນາດີຈີຕອນຢ່າງແຂງແຮງ, ບັນດາອົງການສື່ມວນຊົນຕ້ອງປ່ຽນແປງໃໝ່ເນື້ອໃນ, ຮູບແບບການສະແດງອອກຢ່າງບໍ່ຢຸດຢັ້ງ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເພື່ອສະໜອງຂໍ້ມູນຂ່າວສານຢ່າງທັນການ, ຖືກຕ້ອງ ແລະແຜ່ຂະຫຍາຍໃຫ້ທົ່ວປວງຊົນທັງພາຍໃນ ແລະສາກົນ.

ສື່ມວນຊົນບໍ່ພຽງແຕ່ເປັນຂົວຕໍ່ຂໍ້ມູນຂ່າວສານເທົ່ານັ້ນ, ຫາກຍັງເປັນກໍາລັງນໍາໜ້າໃນວຽກງານໂຄສະນາເຜີຍແຜ່, ກໍານົດທິດຫາງສຽງ, ຕໍ່ສູ້ປະຕິເສດຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງ, ປົກປັກຮັກສາພື້ນຖານແນວຄິດຂອງພັກ ແລະເພີ່ມທະວີກຸ່ມກ້ອນມະຫາສາມັກຄີລະຫວ່າງສອງປະເທດ.

ການນຳບັນດາອົງການສື່ມວນຊົນຂອງສອງປະເທດກໍ່ຢັ້ງຢືນວ່າຈະສືບຕໍ່ເສີມຂະຫຍາຍຄວາມຮັບຜິດຊອບ, ສົມທົບກັນຢ່າງແໜ້ນແຟ້ນກວ່າອີກໃນໄລຍະຈະມາເຖິງ ເພື່ອປະຕິບັດໜ້າທີ່ແຈ້ງໃຫ້ຊາບ, ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຕ່າງປະເທດຢ່າງມີປະສິດທິຜົນ, ປະກອບສ່ວນເຮັດໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຫວຽດນາມ - ລາວ ເລິກເຊິ່ງກວ່າອີກ.

ໂດຍ: ຈາງຫງວຽນ