leftcenterrightdel
ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ ມອບນໍ້ານົມໃຫ້ພວກນ້ອງນັກຮຽນໂຮງຮຽນສອງພາສາ ລາວ-ຫວຽດນາມ ຫວງຽນຢູ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫວງຽນຢູ, ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ ພ້ອມດ້ວຍສະມາຊິກໃນຄະນະໄດ້ມອບນໍ້ານົມ TH True Milk 50 ແກັດ ໃຫ້ພວກນ້ອງນັກຮຽນ. ນີ້ບໍ່ພຽງແຕ່ແມ່ນຂອງຂວັນທາງດ້ານວັດຖຸເທົ່ານັ້ນ ຫາກຍັງແມ່ນອາລົມຈິດຢ່າງຈິງໃຈ, ການລະດົມກໍາລັງໃຈດ້ານຈິດໃຈ ເພື່ອພວກນ້ອງນັກຮຽນມານະພະຍາຍາມຮໍ່າຮຽນ, ພັດທະນາຢ່າງຮອບດ້ານທັງທາງກາຍ ແລະສະຕິປັນຍາ. ພ້ອມທັງເນັ້ນໜັກເຖິງຄວາມສຳຄັນຂອງການເບິ່ງແຍງດູແລຄົນລຸ້ນຫຼັງ, ຜູ້ທີ່ຈະສືບທອດ ແລະເພີ່ມພູນຄູນສ້າງນໍ້າໃຈມິດຕະພາບອັນຍິ່ງໃຫຍ່ລະຫວ່າງສອງປະເທດ ຫວຽດນາມ-ລາວ; ພ້ອມທັງປາດຖະໜາຢາກໂຮງຮຽນຈະສືບຕໍ່ເສີມຂະຫຍາຍມູນເຊື້ອ,  ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງຂອງສາຍພົວພັນພິເສດລະຫວ່າງສອງປະເທດ.

ອອກຈາກໂຮງຮຽນສອງພາສາ ລາວ-ຫວຽດນາມ ຫວງຽນຢູ, ຄະນະປະຕິບັດງານໄດ້ໄປຢ້ຽມຢາມໂຮງໝໍຮ່າໂນ້ຍ-ວຽງຈັນ ເຊິ່ງມີຄົນເຈັບຊາວຫວຽດນາມ ຫຼາຍຄົນພວມໄດ້ຮັບການປິ່ນປົວ. ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ ໄດ້ຊັກຖາມກ່ຽວກັບສະພາບສຸຂະພາບ, ລະດົມກໍາລັງໃຈຈິດໃຈ ແລະມອບກ່ອງນໍ້ານົມໂພຊະນາການ TH True Milk ໃຫ້ຄົນເຈັບ.

leftcenterrightdel
ມອບຂອງຂວັນໃຫ້ຄົນເຈັບທີ່ພວມປິ່ນປົວຢູ່ໂຮງໝໍຮ່າໂນ້ຍ-ວຽງຈັນ. ພາບ: ສໍານັກຂ່າວສານຫວຽດນາມ

ຢູ່ໂຮງໝໍຮ່າໂນ້ຍ-ວຽງຈັນ, ຄົນເຈັບເປັນຈຳນວນຫຼວງຫຼາຍໄດ້ສະແດງຄວາມຕື້ນຕັນໃຈເມື່ອໄດ້ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ ມາຢ້ຽມຢາມຖາມຂ່າວ, ມອບຂອງຂວັນ ແລະລະດົມກໍາລັງໃຈ. ສໍາລັບຜູ້ທີ່ປະສົບກັບຄວາມເຈັບປ່ວຍ, ຄວາມເອົາໃຈໃສ່ຂອງສະຖານທູດບໍ່ພຽງແຕ່ແມ່ນການໜູນຊ່ວຍດ້ານວັດຖຸເທົ່ານັ້ນ ຫາກຍັງເພີ່ມຄວາມເຊື່ອໝັ້ນ, ຄວາມອົບອຸ່ນ ແລະຄວາມຮູ້ສຶກຂອງການແບ່ງປັນ, ບໍ່ໃຫ້ຖືກປະໄວ້ຢູ່ທາງຫຼັງ.

ການຢ້ຽມຢາມຂອງທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ ແລະຄະນະປະຕິບັດງານໄດ້ປະກອບສ່ວນແຜ່ຂະຫຍາຍຄຸນຄ່າມະນຸດສະທໍາ, ເພີ່ມທະວີການເຊື່ອມຕໍ່ຊຸມຊົນ ແລະຮັດແໜ້ນສາຍພົວພັນມິດຕະພາບແບບພິເສດລະຫວ່າງສອງຊາດອ້າຍນ້ອງຫວຽດນາມ ແລະລາວ ກວ່າອີກ.

ໂດຍ: ເຈິ່ນຮວ່ຽນ