leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ງອັກທັງ

ທີ່ກອງປະຊຸມ, ສອງຝ່າຍໄດ້ຕີລາຄາສູງການພົວພັນຮ່ວມມືລະຫວ່າງທະຫານເຂດ 4 ກັບບັນດາກົມກອງ, ທ້ອງຖິ່ນຂອງລາວ ໃນໄລຍະຜ່ານມາ, ສະແສງທັດສະນະ,  ແນວທາງການພົວພັນຕ່າງປະເທດເຊິ່ງສອງພັກ, ສອງລັດ ແລະສອງກະຊວງປ້ອງກັນປະເທດວາງອອກຢ່າງຖືກຕ້ອງ.

ພົ້ນເດັ່ນແມ່ນໃນປີ 2024 ແລະ 6 ເດືອນຕົ້ນປີ 2025, ທະຫານເຂດ 4 ແລະບັນດາກົມກອງ, ທ້ອງຖິ່ນຂອງສອງປະເທດມີການພົວພັນຮ່ວມມືອັນດີງາມ, ຍາມໃດກໍ່ສົມທົບກັນກຳແໜ້ນສະພາບການຢູ່ເສັ້ນຊາຍແດນ, ຮັກສາຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ, ພ້ອມທັງຜັນຂະຫຍາຍປະຕິບັດບັນດາລາຍການກໍ່ສ້າງ, ຮູບແບບ, ໂຄງການ ແລະຮ່ວມມືແລກປ່ຽນຄະນະຜູ້ແທນຢູ່ເຂດຊາຍແດນ.

leftcenterrightdel
ສອງຝ່າຍລົງນາມໃນບົດບັນທຶກການຮ່ວມມື ປີ 2025. ພາບ: ງອັກທັງ

ກຳລັງທີ່ກ່ຽວຂ້ອງສອງປະເທດໄດ້ປະຕິບັດວຽກງານເປັນເສນາທິການເປັນຢ່າງດີ, ສົມທົບກັນກໍ່ສ້າງລະບົບການເມືອງຂັ້ນຮາກຖານທຸກຂັ້ນຈາກບ້ານຫາກຸ່ມບ້ານ, ເມືອງ, ແຂວງໃຫ້ໝັ້ນຄົງເຂັ້ມແຂງ, ປະກອບສ່ວນຊ່ວຍປະຊາຊົນພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ; ສົມທົບກັນປະຕິບັດວຽກງານຊອກຫາ, ທ້ອນໂຮມ, ສົ່ງອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ກັບຄືນປະເທດ ແລະຜັນຂະຫຍາຍປະຕິບັດບາງໜ້າທີ່ອື່ນ, ຜ່ານນັ້ນເພີ່ມທະວີນ້ຳໃຈສາມັກຄີ, ມິດຕະພາບ ລາວ-ຫວຽດນາມ ເວົ້າລວມ, ທະຫານເຂດ 4 ກັບບັນດາກົມກອງ, ທ້ອງຖິ່ນຂອງລາວ ເວົ້າສະເພາະ.

ທີ່ກອງປະຊຸມ, ສອງຝ່າຍໄດ້ລົງນາມໃນບົດບັນທຶກການຮ່ວມມື ປີ 2025.

ໂດຍ: ເຈິ່ນຮວ່ຽນ