ເຂົ້າຮ່ວມພິທີມີຜູ້ຕາງໜ້າກະຊວງສຶກສາ ແລະກິລາ ລາວ, ຜູ້ຕາງໜ້າສະຖານທູດຫວຽດນາມ ປະຈຳ ລາວ, ທ່ານ ວີເພັດ ສີຫາຈັກ ປະທານ LFF, ທ່ານນາງ ເລຫວູຮົ່ງຫງອກ ຜູ້ອຳນວຍການຝ່າຍການຕະຫຼາດກຸ່ມບໍລິສັດກິລາ ດົ້ງລຶກ, ຜູ້ຕາງໜ້າຍີ່ຫໍ້ກິລາ Jogarbola. 

leftcenterrightdel
ຜູ້ຕາງໜ້າກຸ່ມບໍລິສັດກິລາ ດົ້ງລຶກ ແລະຜູ້ຕາງໜ້າສະຫະພັນບານເຕະແຫ່ງຊາດລາວ ລົງນາມຂໍ້ຕົກລົງຮ່ວມມື. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ພິທີ, ຜູ້ຕາງໜ້າຍີ່ຫໍ້ Jogarbola, ທ່ານນາງ ເລຫວູຮົ່ງຫງອກ ຢືນຢັນວ່າ ຮູ້ສຶກພາກພູມໃຈທີ່ໄດ້ຄຽງບ່າຄຽງໄລ່ພ້ອມກັບບານເຕະລາວ ມຸ່ງໄປສູ່ຂີດໝາຍ ແລະຜົນສຳເລັດໃນອະນາຄົດ. ໃນຂະນະນັ້ນ, ຜູ້ຕາງໜ້າ LFF ກໍ່ໄດ້ຢືນຢັນການຮ່ວມມືນີ້ຈະນໍາມາເຊິ່ງພາບພົດທີ່ເປັນມືອາຊີບ ແລະທັນສະໄໝໃຫ້ແກ່ທີມຊາດລາວ ໃນໄລຍະຈະມາເຖິງ.

ຕາມຂໍ້ຕົກລົງຮ່ວມມື, ໃນໄລຍະແຕ່ປີ 2025-2029, ຍີ່ຫໍ້ກິລາ Jogarbola ຈະອຸປະຖໍາ ແລະສະໜອງເຄື່ອງນຸ່ງກິລາແຂ່ງຂັນທາງການ, ເຄື່ອງນຸ່ງຝຶກແອບ ແລະອຸປະກອນກິລາທີ່ມີຄຸນນະພາບສູງໃຫ້ແກ່ທີມຍິງ-ຊາຍ, ທີມໂອລິມປິກ (U23) ແລະທີມໄວໜຸ່ມຕ່າງໆຂອງສະຫະພັນບານເຕະແຫ່ງຊາດລາວ.

ໂດຍ: ທະນາພອນ