ງານບຸນສື່ມວນຊົນທົ່ວປະເທດ ປີ 2025 ມີຫົວຂໍ້ວ່າ “ສື່ມວນຊົນຫວຽດນາມ - ຈົ່ງຮັກພັກດີ, ປະດິດຄິດສ້າງ, ກ້າຫານ, ປ່ຽນແປງໃໝ່ເພື່ອພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ”. ເຫດການມີຄວາມໝາຍພິເສດໃນຂອບເຂດກິດຈະກໍາເຄື່ອນໄຫວສະເຫຼີມສະຫຼອງຂີດໝາຍປະຫວັດສາດ 100 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ.
    |
 |
ບັນຍາກາດທີ່ກອງປະຊຸມຂ່າວ. ພາບ: qdnd.vn |
ງານບຸນສື່ມວນຊົນທ່ົວປະເທດປີນີ້ມີການເຂົ້າຮ່ວມຂອງອົງການສື່ມວນຊົນຂັ້ນສູນກາງ ແລະທ້ອງຖິ່ນກວ່າ 80 ແຫ່ງ, ດ້ວຍຮ້ານວາງສະແດງຂອງໜັງສືພິມ ແລະຮາກຖານບໍາລຸງສ້າງສື່ມວນຊົນ ເກືອບ 130 ຮ້ານ, ເຊິ່ງກວມລວມທຸກດ້ານຂອງການດໍາລົງຊີວິດທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການທູດຂອງປະເທດ. ມີຫຼາຍອົງການສື່ມວນຊົນໄດ້ວາງສະແດງຜະລິດຕະພັນສື່ມວນຊົນຫຼາຍປະເພດ, ໝູນໃຊ້ເຕັກໂນໂລຢີໃໝ່ ຄື AI, ຮູບຈໍາລອງ 3D, holofan, ເໝືອນຈິງ... ໃນນັ້ນມີຮ້ານວາງສະແດງຂອງບາງອົງການສື່ມວນຊົນ, ຄື: ໜັງສືພິມເຍິນເຢິນ, ວິທະຍຸກະຈາຍສຽງຫວຽດນາມ, ສະຖານີໂທລະພາບຫວຽດນາມ, ສຳນັກຂ່າວສານຫວຽດນາມ, ສື່ມວນຊົນກອງທັບ..., ດ້ວຍຈຸດພົ້ນເດັ່ນຢູ່ສະຖານທີ່ວາງສະແດງທີ່ມີຫົວເລື່ອງສະເພາະ “100 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ: ຜົນງານ ແລະທ່າອ່ຽງພັດທະນາສື່ມວນຊົນໃນຍຸກໃໝ່”.
ງານບຸນສື່ມວນຊົນທ່ົວປະເທດ ປີ 2025 ຈະດຳເນີນໄປແຕ່ວັນທີ 19-21 ມິຖຸນາ ຢູ່ຫໍປະຊຸມແຫ່ງຊາດ, ເມືອງ ນາມຕື່ລຽມ, ນະຄອນ ຮ່າໂນ້ຍ.
ນອກຈາກນັ້ນ, ຕອນຄ່ຳວັນທີ 21 ມິຖຸນາ, ຈະດໍາເນີນພິທີມອບລາງວັນສື່ມວນຊົນແຫ່ງຊາດ ຄັ້ງທີ 19 ປີ 2024.
* ຕອນເຊົ້າວັນທີ 16 ມິຖຸນາ, ໜັງສືພິມຮ່ວາບິ່ງ ໄດ້ຈັດພິທີສະຫຼຸບ ແລະມອບລາງວັນການແຂ່ງຂັນຂຽນດ້ວຍຫົວຂໍ້ “ຮ່ວາບິ່ງ - ຄວາມຄາດຫວັງພັດທະນາ” ປີ 2023-2025. ການແຂ່ງຂັນໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການໂຄສະນາເຜີຍແຜ່ຜົນງານທີ່ພົ້ນເດັ່ນໃນການພັດທະນາເສດຖະກິດ-ສັງຄົມ, ກໍ່ສ້າງພັກ, ລະບົບການເມືອງຂອງແຂວງ.
    |
 |
ໜັງສືພິມຮ່ວາບິ່ງ ຈັດພິທີສະຫຼຸບ ແລະມອບລາງວັນການແຂ່ງຂັນຂຽນດ້ວຍຫົວຂໍ້ “ຮ່ວາບິ່ງ - ຄວາມຄາດຫວັງພັດທະນາ” ປີ 2023-2025. ພາບ: baohoabinh.com.vn |
* ວັນທີ 16 ມິຖຸນາ, ສະມາຄົມນັກຂ່າວ, ຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນ ຄະນະພັກນະຄອນເຫ້ວ, ພະແນກວັດທະນະທຳ, ກິລາ ແລະທ່ອງທ່ຽວນະຄອນເຫ້ວ ໄດ້ຈັດຕັ້ງກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ: “ສື່ມວນຊົນນະຄອນເຫ້ວ ຮ່ວມເດີນທາງກັບການພັດທະນາຂອງບ້ານເກີດເມືອງນອນ”. ສື່ມວນຊົນເຫ້ວ ໄດ້ສຸມໃສ່ໂຄສະນາເຜີຍແຜ່ກ່ຽວກັບແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດຢ່າງເລິກເຊິ່ງກ້ວາງຂວາງ; ລະດົມກໍາລັງໃຈບັນດາຂະບວນການແຂ່ງຂັນຮັກຊາດ; ໂຄສະນາກ່ຽວກັບການພັດທະນາເສດຖະກິດ-ສັງຄົມ; ຮັກສາການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ...
ໂດຍ: ທູຈາງ