ການເຄື່ອນໄຫວໃນປີນີ້ໄດ້ເຕົ້າໂຮມນັກອາສາສະໝັກ 103 ຄົນ, ໃນນັ້ນມີນັກອາສາສະໝັກລະດູແຫ້ງສີຂຽວ 43 ຄົນ, ນັກອາສາສະໝັກວັນພັກສີບົວ 22 ຄົນ, ນັກອາສາສະໝັກ 38 ຄົນຂອງສະມາຄົມແພດໜຸ່ມນະຄອນໂຮ່ຈີມິນ. ປີນີ້, ບັນດາກິດຈະກຳອາສາສະໝັກໄດ້ຮັບການຜັນຂະຫຍາຍດ້ວຍຈຸດໃໝ່ຫຼາຍຢ່າງ, ສະແດງໃຫ້ເຫັນບາດກ້າວພັດທະນາກ່ຽວກັບຂອບຂະໜາດ, ລວງເລິກ ແລະລັກສະນະຫັນເປັນວິຊາສະເພາະສູງ.

ຄຽງຂ້າງບັນດາການເຄື່ອນໄຫວຢູ່ 2 ທ້ອງຖິ່ນພື້ນເມືອງຄື ແຂວງຈໍາປາສັກ ແລະແຂວງອັດຕະປື, ປີນີ້, ການເຄື່ອນໄຫວນີ້ໄດ້ເປີດກວ້າງຂອບເຂດປະຕິບັດຢູ່ 2 ແຂວງໃໝ່, ຄື: ເຊກອງ ແລະສາລະວັນ, ປະກອບສ່ວນແຜ່ຂະຫຍາຍຈິດໃຈນໍາໜ້າ, ອາສາສະໝັກຂອງໄວໜຸ່ມນະຄອນໂຮ່ຈີມິນ ຢ່າງແຮງກວ່າອີກ ໄປສູ່ຫຼາຍເຂດທີ່ຫຍຸ້ງຍາກຂອງປະເທດເພື່ອນ.

leftcenterrightdel
ພິທີສົ່ງນັກອາສາສະໝັກໄປອາສາສະໝັກລະດູຮ້ອນ ຢູ່ ສປປ ລາວ ປີ 2025. ພາບ: congly.vn

ກິດຈະກຳນີ້ກໍ່ເປັນຂີດໝາຍບຸກທະລຸ, ນອກຈາກການຝຶກອົບຮົມດ້ານກະສິກຳ ແລະການລ້ຽງສັດຄືຊຸມປີກ່ອນ, ການເຄື່ອນໄຫວກໍ່ໄດ້ເປີດກວ້າງໄປສູ່ຂົງເຂດໃໝ່, ຄື: ຝຶກອົບຮົມການຂຸດຄົ້ນການທ່ອງທ່ຽວ, ການຝຶກອົບຮົມອາຊີບຕັດຫຍິບ, ຝຶກອົບຮົມເຕັກໂນໂລຊີຂໍ້ມູນຂ່າວສານສົມທົບກັບການນຳໃຊ້ AI ແລະຝຶກອົບຮົມທັກສະການສອນໃຫ້ຄູອາຈານຂອງປະເທດເພື່ອນ.

ພິເສດຊຸມວັນຢູ່ລາວ, ນັກອາສາສະໝັກຈະຖະຫວາຍທູບທຽນ, ດອກໄມ້ອາໄລຫາບັນດາການນຳລຸ້ນກ່ອນ ແລະນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ; ຈັດຕັ້ງການສອນພາສາຫວຽດນາມ, ຝຶກອົບຮົມຫຼັກສູດຮຽນພາສາຫວຽດນາມ; ກວດພະຍາດ, ແຈກຢຸກຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນ 5.000 ຄົນ...

ກ່ອນອອກເດີນທາງ, ທ່ານ ໂງມິງຫາຍ ເລຂາຄະນະຊາວໜຸ່ມນະຄອນໂຮ່ຈີມິນ  ປາດຖະໜາວ່າ: ບັນດາຊາວໜຸ່ມຮັກສາສຸຂະພາບ, ມານະພະຍາຍາມປະຕິບັດໜ້າທີ່ເປັນຢ່າງດີ, ໂຄສະນາເຜີຍແຜ່ຮູບພາບຊາວຫວຽດນາມ ທີ່ເປັນມິດ, ຟົດຟື້ນ... ເຖິງເພື່ອນມິດສາກົນ. ຜ່ານນັ້ນ, ປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງບັນດາສະມາຊິກຄະນະຊາວໜຸ່ມ, ຊາວໜຸ່ມຫວຽດນາມ - ລາວ.

ໂດຍ: ຈາງຫງວຽນ