ພະແນກຍຸຕິທຳແຂວງແຄ໋ງຮ່ວາ ເຊັນບົດບັນທຶກຊ່ວຍຈໍາການຮ່ວມມືກັບພະແນກຍຸຕິທຳແຂວງອັດຕະປື ແລະແຂວງຈຳປາສັກ
ກປ.ອອນໄລ - ຕອນເຊົ້າວັນທີ 6 ມິຖຸນາ, ຢູ່ແຂວງແຄ໋ງຮ່ວາ, ພະແນກຍຸຕິທຳແຂວງແຄ໋ງຮ່ວາ ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນປະສົບການໃນວຽກງານຕຸລາການ ແລະ ລົງນາມໃນບົດບັນທຶກຊ່ວຍຈໍາການຮ່ວມມືໄລຍະ 2025-2030 ກັບພະແນກຍຸຕິທຳແຂວງອັດຕະປື ແລະພະແນກຍຸຕິທຳແຂວງຈຳປາສັກ.
ທີ່ກອງປະຊຸມ, ການນຳຂອງພະແນກຍຸຕິທຳແຂວງແຄ໋ງນວ່າ ໄດ້ລາຍງານຜົນການຮ່ວມມືໃນໄລຍະຜ່ານມາ; ສະພາບການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ ແລະຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງແຂວງແຄ໋ງຮ່ວາ ພາຍຫຼັງການໂຮມເຂົ້າກັບແຂວງນິງທ້ວນ; ໝາກຜົນວຽກງານຕຸລາການຂອງພະແນກ ໃນປີ 2024 ແລະ 5 ເດືອນຕົ້ນປີ 2025. ພະແນກຍຸຕິທຳ 3 ແຂວງ ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາການຮ່ວມມື ໄລຍະ 2025 – 2030.
ຕາມນັ້ນແລ້ວ, ບັນດາຝ່າຍຈະຈັດຕັ້ງກອງປະຊຸມສຳມະນາ; ແບ່ງປັນບົດຮຽນປະສົບການໃນການປະເມີນຜົນເອກະສານນິຕິກຳ, ຈັດຕັ້ງການປະຕິບັດກົດໝາຍ; ປະສົບການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ແລະການຫັນເປັນດີຈີຕອນ ເພື່ອຄຸ້ມຄອງລັດຢ່າງມີປະສິດທິຜົນໃນຂົງເຂດຕຸລາການ; ແລກປ່ຽນວິທີການຄຸ້ມຄອງຂໍ້ມູນ, ຕິດຕາມ, ການສໍາເນົາເອກະສານ, ເປັນຕົ້ນແມ່ນເອກະສານປິດລັບ; ແລກປ່ຽນກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ. ພະແນກຍຸຕິທຳແຂວງແຄ໋ງຮ່ວາ ຈະສືບຕໍ່ໜູນຊ່ວຍອຸປະກອນເພື່ອຮັບໃຊ້ວຽກງານໃຫ້ແກ່ພະແນກຍຸຕິທຳສອງແຂວງຂອງລາວ. ບົດບັນທຶກຊ່ວຍຈໍາດັ່ງກ່າວມີຜົນສັກສິດເປັນເວລາ 5 ປີ.
    |
 |
ທ່ານ ຫງວຽນເຕີນຕວນ ປະທານຄະນະກຳມະການປະຊາຊົນແຂວງແຄ໋ງຮ່ວາ ເປັນສັກຂີພິຍານພິທີລົງນາມລະຫວ່າງພະແນກຍຸຕິທຳແຂວງແຄ໋ງຮ່ວາ ກັບພະແນກຍຸຕິທຳແຂວງອັດຕະປື. ພາບ: baokhanhhoa.vn |
    |
 |
ທ່ານ ຫງວຽນເຕີນຕວນ ປະທານຄະນະກຳມະການປະຊາຊົນແຂວງແຄ໋ງຮ່ວາ ເປັນສັກຂີພິຍານພິທີລົງນາມລະຫວ່າງພະແນກຍຸຕິທຳແຂວງແຄ໋ງຮ່ວາ ກັບພະແນກຍຸຕິທຳແຂວງຈຳປາສັກ. ພາບ: baokhanhhoa.vn |
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນເຕີນຕວນ ປະທານຄະນະກຳມະການປະຊາຊົນແຂວງແຄ໋ງຮ່ວາ ເນັ້ນໜັກວ່າ ແຂວງແຄ໋ງຮ່ວາ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອກັບແຂວງຈຳປາສັກ ແລະແຂວງອັດຕະປື. ພະແນກຍຸຕິທຳແຂວງແຄ໋ງຮ່ວາ ຄວນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບພະແນກຍຸຕິທຳສອງແຂວງຂອງປະເທດເພື່ອນລາວ ເພື່ອປະຕິບັດບັນດາເນື້ອໃນທີ່ໄດ້ລົງນາມຢ່າງມີປະສິດທິຜົນ; ພ້ອມກັນນັ້ນ, ເພີ່ມທະວີການແລກປ່ຽນ, ສົ່ງເສີມພະນັກງານ, ລັດຖະກອນຂອງພະແນກຮຽນພາສາລາວ, ປະກອບສ່ວນມີຄວາມເຂົ້າໃຈ ແລະເຮັດໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນຫວຽດນາມ - ລາວ ເລິງເຊິ່ງຂຶ້ນຕື່ມ.
    |
 |
ທ່ານ ຫງວຽນເຕີນຕວນ ປະທານຄະນະກຳມະການປະຊາຊົນແຂວງແຄ໋ງຮ່ວາ ຖ່າຍຮູບທີ່ລະນຶກກັບຜູ້ແທນຂອງພະແນກຍຸຕິທຳ 3 ແຂວງ. ພາບ: baokhanhhoa.vn |
ເປັນທີ່ຮູ້ຈັກວ່າ ນັບແຕ່ປີ 2009 ມາຮອດປັດຈຸບັນ, ພະແນກຍຸຕິທຳແຂວງແຄ໋ງຮ່ວາ ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາການຮ່ວມມືກັບພະແນກຍຸຕິທຳແຂວງຈຳປາສັກ ແລະພະແນກຍຸຕິທຳແຂວງອັດຕະປື ເປັນ 2 ຄັ້ງ. ບັນດາຝ່າຍໄດ້ຈັດຕັ້ງຄະນະຜູ້ແທນຫຼາຍຄະນະ ໄປຢ້ຽມຢາມ, ແລກປ່ຽນບົດຮຽນໃນວຽກງານຕຸລາການ, ເພີ່ມທະວີການພົວພັນມິດຕະພາບ. ພະແນກຍຸຕິທຳແຂວງແຄ໋ງຮ່ວາ ຍັງໜູນຊ່ວຍອຸປະກອນຫຼາຍຢ່າງເພື່ອຮັບໃຊ້ວຽກງານໃຫ້ພະແນກຍຸຕິທຳສອງແຂວງຂອງລາວ. ຜ່ານນັ້ນ, ບັນດາຝ່າຍສືບຕໍ່ໂຄສະນາເຜີຍແຜ່, ສຶກສາອົບຮົມກ່ຽວກັບປະຫວັດສາດ, ມູນເຊື້ອສາຍພົວພັນມິດຕະພາບ, ນໍ້າໃຈສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ, ລາວ-ຫວຽດນາມ ກໍຄືລະຫວ່າງແຂວງແຄ໋ງຮ່ວາ ກັບສອງແຂວງອັດຕະປື ແລະຈໍາປາສັກ.
ເນື່ອງໃນໂອກາດນີ້, ພະແນກຍຸຕິທຳແຂວງແຄ໋ງຮ່ວາ ໄດ້ມອບອຸປະກອນຫ້ອງການດ້ວຍມູນຄ່າ 310 ລ້ານດົ່ງ ໃຫ້ແກ່ພະແນກຍຸຕິທຳແຂວງອັດຕະປື ແລະ ຈໍາປາສັກ.
ໂດຍ: ທູຈາງ