ຕາມທ່ານ ຫວູໂຮ່ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ສ.ເກົາຫຼີ ແລ້ວ, ປະຈຸບັນມີຊາວຫວຽດນາມ ປະມານ 350.000 ຄົນທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະເຮັດວຽກຢູ່ຫຼາຍແຂວງ, ນະຄອນຂອງ ສ.ເກົາຫຼີ, ໃນນັ້ນສຸມໃສ່ເປັນຈໍານວນຫຼວງຫຼາຍຢູ່ Seoul, Incheon, Gyeongbuk, Gyeongnam, Busan... ປະຊາຄົມຊາວຫວຽດນາມ ອາໄສຢູ່ ສ.ເກົາຫຼີ ແມ່ນຊຸມຊົນໜຸ່ມ, ມີລະດັບການເຕີບໂຕ ແລະເຊື່ອມໂຍງຢ່າງໄວພໍສົມຄວນ. ບັນດາສະມາຄົມຊາວຫວຽດນາມ ຢູ່ ສ.ເກົາຫຼີ ແມ່ນມີຄວາມຫຼາຍຮູບຫຼາຍແບບ, ໄດ້ຮັບການສ້າງຕັ້ງຂຶ້ນອີງໃສ່ບັນດາຂົງເຂດ, ຂະແໜງອາຊີບ, ລັດສະນະພິເສດແຕກຕ່າງກັນ ແລະເຄື່ອນໄຫວຕາມທິດນັບມື້ນັບຕັ້ງໜ້າ, ມີປະສິດທິຜົນ.

leftcenterrightdel
ຄະນະປະຕິບັດງານ ພ້ອມກັບເອກອັກຄະລັດຖະທູດ, ຫົວໜ້າກົງສູນໃຫຍ່ ແລະຜູ້ຕາງໜ້າບັນດາສະມາຄົມຊາວຫວຽດນາມ ຢູ່ ສ.ເກົາຫຼີ. ພາບ: ຈ່າຫງວຽນ

ໃນໄລຍະມໍ່ໆມານີ້, ໂດຍມີການຮ່ວມເດີນທາງ, ການໜູນຊ່ວຍຂອງຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະສະຖານທູດ, ບັນດາສະມາຄົມໄດ້ສືບຕໍ່ປັບປຸງອົງການຈັດຕັ້ງ, ຜັນຂະຫຍາຍຫຼາຍກິດຈະກຳເພື່ອໜູນຊ່ວຍປະຊາຄົມເຊື່ອມໂຍງເຂົ້າກັບສັງຄົມປະເທດປະຈໍາຖິ່ນ, ສ້າງຊີວິດການເປັນຢູ່ເປັນປົກກະຕິ, ສ້າງຕັ້ງ ແລະຈັດຫ້ອງສອນ ແລະຮຽນພາສາຫວຽດ, ເພີ່ມທະວີການພົບປະແລກປ່ຽນປະຊາຊົນ, ໂຄສະນາວັດທະນະທຳ, ສົ່ງເສີມການລົງທຶນ, ຜ່ານນັ້ນປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບລະຫວ່າງສອງປະເທດ ແລະປະກອບສ່ວນໃຫ້ບ້ານເກີດເມືອງນອນຫວຽດນາມ.

ຄະນະປະຕິບັດງານທີ່ໄດ້ຮັບຟັງ ແລະຮັບເອົາຄຳເຫັນປະກອບຂອງປະຊາຊົນ ແລະຢືນຢັນວ່າ ໃນໄລຍະຈະມາເຖິງ, ຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການທີ່ກ່ຽວຂ້ອງໃນການຜັນຂະຫຍາຍວຽກງານຊຸມຊົນ, ຜ່ານນັ້ນຕອບສະໜອງຄວາມມຸ່ງມາດປາດຖະໜາອັນຊອບທຳຂອງພໍ່ແມ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃຫ້ນັບມື້ນັບດີຂື້ນ.

ໂດຍ: ທູຈາງ