ກອງປະຊຸມຝຶກອົບຮົບວິຊາຊີບ, ວິຊາການກ່ຽວກັບວຽກງານຈັດຕັ້ງກໍ່ສ້າງພັກ, ຄຸ້ມຄອງລັດ, ການຈັດຕັ້ງ ແລະເຄື່ອນໄຫວຂອງແນວໂຮມປະເທດຊາດ, ບັນດາອົງການຈັດຕັ້ງມະຫາຊົນການເມືອງຂັ້ນຕາແສງ (ໃໝ່), ທີ່ໄດ້ດຳເນີນໃນວັນທີ 14-15 ມິຖຸນາ, ໄດ້ເຊື່ອມຕໍ່ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຢູ່ຮ່າໂນ້ຍ ກັບສະຖານທີ່ເຊື່ອມຕໍ່ໃນທົ່ວປະເທດ 11.000 ແຫ່ງ ກັບຜູ້ແທນກ່ວາ 1,5 ລ້ານຄົນ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ຕອນເຊົ້າວັນທີ 15 ມິຖຸນາ, ໂດຍເຂົ້າຮ່ວມ ແລະກ່າວຄຳເຫັນທີ່ພິທີອັດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເນັ້ນໜັກວ່າ ການຫັນອຳນາດການປົກຄອງທ້ອງຖິ່ນເປັນສອງຂັ້ນ ຈະຫັນປ່ຽນຈາກສະພາບການເປັນທ່າຮັບ, ແກ້ໄຂບັນຫາຂອງປະຊາຊົນຢ່າງແຂງກ້າດ້າງ ມາເປັນສະພາບການເປັນເຈົ້າການ, ສ້າງຕັ້ງ ແລະຮັບໃຊ້ປະຊາຊົນ. ທ່ານນາຍົກລັດຖະມົນຕີ ຖືວ່າ ອຳນາດການປົກຄອງສອງຂັ້ນມີເປົ້າໝາຍຄຸ້ມຄອງທີ່ກວ້າງກ່ວາ, ມີວຽກງານຫຼາຍກ່ວາ, ຂອບເຂດກວ້າງກ່ວາ, ລັກສະນະສັບສົນກ່ວາ.

ເພາະສະນັ້ນ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາອົງຄະນະພັກ, ອຳນາດການປົກຄອງທຸກຂັ້ນສືບຕໍ່ເສີມຂະຫຍາຍຈິດໃຈເປັນເຈົ້າການ, ມີຫົວຄິດປະດິດສ້າງ, ມີໄຫວພິບ ແລະມີຈິດໃຈຮັບຜິດຊອບສູງຕໍ່ປະຊາຊົນ, ຕໍ່ປະເທດຊາດ, ຕ້ອງຮັບຟັງຄຳເຫັນຂອງປະຊາຊົນ, ຕິດແທດຕົວຈິງ, ເພີ່ມທະວີຕົວຈິງ, ມຸ່ງໄປເຖິງພື້ນຖານ, ສຳຜັດກັບຕົວຈິງຢ່າງຮອບດ້ານ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ