leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການຕ້ອນຮັບ, ສະຫາຍ ເຈິ່ນເກິ໋ມຕູ ຕີລາຄາສູງບົດບາດສຳຄັນຂອງຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ໃນໄລຍະຜ່ານມາໄດ້ສົມທົບກັນຢ່າງແໜ້ນແຟ້ນກັບກະຊວງການຕ່າງປະເທດ ແລະບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມ ຜັນຂະຫຍາຍການປະຕິບັດຂໍ້ຕົກລົງຂັ້ນສູງລະຫວ່າງສອງພັກ ຢ່າງມີປະສິດທິຜົນ ແລະຈັດຕັ້ງບັນດາການເຄື່ອນໄຫວຂັ້ນສູງທີ່ສຳຄັນ.

ສະຫາຍ ເຈິ່ນເກິ໋ມຕູ ສະເໜີວ່າ ໃນສະພາບການໂລກ ແລະພາກພື້ນມີການຜັນແປອັນສັບສົນຫຼາຍຢ່າງ, ກາລະໂອກາດ, ສິ່ງທ້າທາຍສະຫຼັບກັນ, ສອງອົງການພົວພັນຕ່າງປະເທດຂອງສອງຝ່າຍຕ້ອງສືບຕໍ່ເສີມຂະຫຍາຍມູນເຊື້ອການພົວພັນອັນດີງາມ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນຢ່າງແໜ້ນແຟ້ນເພື່ອປະຕິບັດໜ້າທີ່ທີ່ໄດ້ມອບໝາຍໃຫ້ຢ່າງມີໄຊ, ປະກອບສ່ວນສຳຄັນເຂົ້າໃນການປັບປຸງ ແລະເພີ່ມທະວີການພົວພັນສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ.

leftcenterrightdel
ສະຫາຍ ເຈິ່ນເກິ໋ມຕູ ຜູ້ປະຈຳການຄະນະເລຂາທິການ ຕ້ອນຮັບສະຫາຍ ບຸນເຫຼືອ ພັນດານຸວົງ ຮັກສາການ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ. ພາບ: ສໍານັກຂ່າວສານຫວຽດນາມ

ສ່ວນສະຫາຍ ບຸນເຫຼືອ ພັນດານຸວົງ ຂອບໃຈສະຫາຍ ເຈິ່ນເກິ໋ມຕູ ທີ່ໃຫ້ການຕ້ອນຮັບ ແລະສະຫງວນອາລົມຈິດ, ຄວາມຮັກແພງໃຫ້ຄະນະ. ພ້ອມທັງ, ທ່ານຢືນຢັນວ່າ ໃນບໍ່ວ່າສະພາບການໃດ, ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ຈະມານະພະຍາຍາມປະຕິບັດໜ້າທີ່ທີ່ສອງພັກ, ສອງລັດໄດ້ມອບໝາຍໃຫ້, ຜັນຂະຫຍາຍປະຕິບັດບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງຂອງສອງພັກ, ສອງລັດຢ່າງມີປະສິດທິຜົນ. ສະຫາຍ ບຸນເຫຼືອ ພັນດານຸວົງ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຊ່ວຍເຫຼືອ, ສະໜັບສະໜູນຢ່າງສຸດອົກສຸດໃຈ ແລະມີປະສິດທິຜົນຂອງຫວຽດນາມ ທີ່ມີຕໍ່ປະເທດລາວ ນັບແຕ່ກ່ອນມາຮອດປະຈຸບັນ; ຢືນຢັນວ່າ ລາວ ຈະເຮັດຈົນສຸດຄວາມສາມາດຂອງຕົນພ້ອມກັບຫວຽດນາມ ເພື່ອຮັກສາ ແລະເພີ່ມພູນຄູນສ້າງໃຫ້ສາຍພົວພັນສາມັກຄີແບບພິເສດຫວຽດນາມ-ລາວ ໃຫ້ນັບມື້ນັບພັດທະນາ, ເພື່ອຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.

ໃນວັນດຽວກັນ, ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ; ພົບປະ ແລະໂອ້ລົມກັບພະນັກງານ, ຄູອາຈານ, ນັກສຶກສາຂອງສະຖາບັນກ່ຽວກັບການພົວພັນສາມັກຄີແບບພິເສດຫວຽດນາມ-ລາວ.

ໂດຍ: ເຈິ່ນຮວ່ຽນ