ສືບຕໍ່ພັດທະນາການຮ່ວມມືລະຫວ່າງຫວຽດນາມ ແລະລາວ ຢ່າງແຂງແຮງ, ມີປະສິດທິຜົນ
ກປ.ອອນໄລ - ໃນຂອບເຂດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານ ບຸນເຫຼືອ ພັນດານຸວົງ, ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ຕອນບ່າຍວັນທີ 2 ມິຖຸນາ, ທ່ີສໍານັກງານກະຊວງການຕ່າງປະເທດ, ທ່ານ ບຸ່ຍແທງເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ພົບປະເຈລະຈາກັບທ່ານ ບຸນເຫຼືອ ພັນດານຸວົງ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ.
ທີ່ການພົບປະເຈລະຈາ, ທ່ານ ບຸ່ຍແທງເຊີນ ເນັ້ນໜັກວ່າ ການຢ້ຽມຢາມຫວຽດນາມ ຂອງທ່ານ ບຸນເຫຼືອ ພັນດານຸວົງ ມີຄວາມໝາຍສໍາຄັນຍິ່ງ, ໃນສະພາບການສອງປະເທດພວມຕັ້ງໜ້າກະກຽມມຸ່ງເຖິງກອງປະຊຸມໃຫຍ່ພັກທົ່ວປະເທດ ຢູ່ແຕ່ລະປະເທດ ແລະໃນສະພາບການຫວຽດນາມ ຫາກໍ່ປະຕິບັດການໂຮມຄະນະພົວພັນຕ່າງປະເທດສູນກາງພັກ ກັບກະຊວງການຕ່າງປະເທດເຂົ້າກັນ; ເຊື່ອໝັ້ນວ່າ ການຢ້ຽມຢາມຈະບັນລຸໄດ້ຫຼາຍໝາກຜົນແທດຈິງ, ເປີດການຮ່ວມມືໃໝ່ລະຫວ່າງກະຊວງການຕ່າງປະເທດຫວຽດນາມ ແລະຄະນະພົວພັນຕ່າງປະເທດສູນກາງພັກລາວ, ປະກອບສ່ວນສືບຕໍ່ນໍາການພົວພັນສອງປະເທດພັດທະນາຢ່າງບໍ່ຢຸດຢັ້ງ; ຊົມເຊີຍຜົນງານສໍາຄັນເຊິ່ງລາວ ບັນລຸໄດ້ໃນໄລຍະຜ່ານມາ.
    |
 |
ທ່ານ ບຸ່ຍແທງເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະທ່ານ ບຸນເຫຼືອ ພັນດານຸວົງ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ. ພາບ: ເຝືອງລິງ |
ສອງຝ່າຍສະແດງຄວາມປິຕິຊົມຊື່ນຕໍ່ການພົວພັນຮ່ວມມືຫວຽດນາມ-ລາວ ສືບຕໍ່ພັດທະນາຢ່າງແຂງແຮງ, ມີປະສິດທິຜົນໃນທຸກຂົງເຂດ. ການພົວພັນດ້ານການເມືອງໄດ້ເພີ່ມທະວີຜ່ານການຮັກສາການແລກປ່ຽນຄະນະ, ພົບປະຂັ້ນສູງ ແລະທຸກຂັ້ນຢ່າງເປັນປະຈໍາ. ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄດ້ປັບປຸງ ແລະແມ່ນເສົາຄ້ໍາຮ່ວມມືສໍາຄັນ. ການຮ່ວມມືເສດຖະກິດໄດ້ເອົາໃຈໃສ່ຊຸກຍູ້, ວົງການການຄ້າສອງສົ້ນປີ 2024 ບັນລຸ 2,2 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 33,9% ເມື່ອທຽບໃສ່ກັບປີ 2023; 4 ເດືອນຕົ້ນປີ 2025 ບັນລຸ 1,3 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 109,3% ເມື່ອທຽບໃສ່ໄຕມາດດຽວກັນຂອງປີ 2024; ພິເສດສອງຝ່າຍໄດ້ຈັດຕັ້ງເປີດນໍາໃຊ້ຂົວທ່າເລກ 3 ຫວູງອ໊າງ, ເປັນສັນຍາລັກຂອງນໍ້າໃຈສາມັກຄີສອງປະເທດ, ເປີດສັງກາດພັດທະນາໃໝ່ໃນການຮ່ວມມືເສດຖະກິດລະຫວ່າງສອງປະເທດ ແລະອໍານວຍຄວາມສະດວກເພື່ອໃຫ້ລາວ ມີທາງອອກສູ່ທະເລ. ການຮ່ວມມືໃນຂົງເຂດສໍາຄັນອື່ນໆ, ຄື: ເຊື່ອມຕໍ່ຄົມມະນາຄົມ, ການສຶກສາ-ບໍາລຸງສ້າງ, ວັດທະນະທໍາ, ພົບປະແລກປ່ຽນປະຊາຊົນ, ສົມທົບກັນຢູ່ບັນດາເວທີປາໄສພາກພື້ນ ແລະສາກົນ... ການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນເຂດຊາຍແດນສອງປະເທດກໍ່ບັນລຸໄດ້ຫຼາຍໝາກຜົນສໍາຄັນ.
    |
 |
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ເຝືອງລິງ |
ສອງຝ່າຍຕີລາຄາສູງການຮ່ວມມື ແລະສົມທົບກັນຢ່າງແໜ້ນແຟ້ນລະຫວ່າງສອງຄະນະພົວພັນຕ່າງປະເທດສູນກາງພັກໃນໄລຍະຜ່ານມາ; ເຫັນດີເປັນເອກະພາບບົນພື້ນຖານສືບຕໍ່ມູນເຊື້ອການພົວພັນອັນດີງາມນັ້ນ, ໃນໄລຍະຈະມາເຖິງກະຊວງການຕ່າງປະເທດຫວຽດນາມ ແລະຄະນະພົວພັນຕ່າງປະເທດສູນກາງພັກລາວ ພ້ອມກັບຄວາມຕັດສິນໃຈສູງໃນການປະຕິບັດເນື້ອໃນຂໍ້ຕົກລົງຂັ້ນສູງສອງພັກ, ສອງລັດໃຫ້ມີປະສິດທິຜົນ, ພ້ອມທັງເຫັນດີເປັນເອກະພາບສົມທົບກັນສ້າງຂໍ້ຕົກລົງຮ່ວມມືລະຫວ່າງກະຊວງການຕ່າງປະເທດຫວຽດນາມ ແລະຄະນະພົວພັນຕ່າງປະເທດສູນກາງພັກລາວ ໄລຍະ 2026-2030...
ສອງຝ່າຍກໍ່ແບ່ງປັນທັດສະນະກ່ຽວກັບສະພາບການໂລກ ແລະພາກພື້ນ; ເຫັນດີເປັນເອກະພາບຕັ້ງໜ້າແລກປ່ຽນ ແລະສົມທົບຫຼັກໝັ້້ນໃນບັນຫາຍຸດທະສາດພາກພື້ນ, ສົມທົບຫຼັກໝັ້ນ ແລະທັດສະນະຢູ່ອາຊຽນ ແລະກົນໄກຮ່ວມມືອະນຸພາກພື້ນຢ່າງແໜ້ນແຟ້ນ; ພິເສດເພີ່ມທະວີການຮ່ວມມືສອງຝ່າຍແນໃສ່ເຊີດຊູມູນຄ່າຂອງການພົວພັນຫວຽດນາມ-ລາວ ກໍ່ຄືໃນລະບົບສັງຄົມນິຍົມ.
ໂດຍ: ໄຊນີດາ