ເວທີປາໄສ ແລະງານຕະຫຼາດນັດຊຸກຍູ້ແລວເສດຖະກິດຕາເວັນອອກ-ຕາເວັນຕົກ ຢູ່ແຂວງເຊກອງ (ລາວ)
ກປ.ອອນໄລ - ວັນທີ 23 ພຶດສະພາ, ຢູ່ແຂວງເຊກອງ, ສະຖານກົງສຸນໃຫຍ່ ສສ ຫວຽດນາມ ປະຈໍາ ປາກເຊ ແລະອໍານາດການປົກຄອງແຂວງເຊກອງ ໄດ້ສົມທົບກັນຈັດຕັ້ງເວທີປາໄສສົ່ງເສີມການຄ້າ, ການລົງທຶນ ແລະການທ່ອງທ່ຽວ: ຊຸກຍູ້ແລວເສດຖະກິດຕາເວັນອອກ-ຕາເວັນຕົກ ແລະງານຕະຫຼາດນັດການຄ້າ, ການທ່ອງທ່ຽວ 2025.
ນີ້ແມ່ນການເຄື່ອນໄຫວຊຸກຍູ້ການຮ່ວມມືດ້ານການລົງທຶນ, ການທ່ອງທ່ຽວ, ເສດຖະກິດ, ການຄ້າລະຫວ່າງບັນດາທ້ອງຖິ່ນຂອງ 3 ປະເທດ ຫວຽດນາມ, ລາວ ແລະ ໄທ ໂດຍສະຖານກົງສູນໃຫຍ່ ຈັດຕັ້ງໃນແຕ່ລະປີ, ໃນປີນີ້ຈັດຕັ້ງຢູ່ແຂວງເຊກອງ.
    |
 |
ຜູ້ແທນເຂົ້າຮ່ວມເວທີປາໄສສົ່ງເສີມການຄ້າ, ການລົງທຶນ ແລະການທ່ອງທ່ຽວ: ຊຸກຍູ້ແລວເສດຖະກິດຕາເວັນອອກ-ຕາເວັນຕົກ. ພາບ: qdnd.vn |
ເຂົ້າຮ່ວມເວທີປາໄສມີການນຳ 4 ທ້ອງຖິ່ນຂອງ ລາວ (ຈໍາປາສັກ, ສາລະວັນ, ເຊກອງ, ອັດຕະປື), 1 ທ້ອງຖິ່ນຂອງໄທ (ອຸບົນຣາຊະທານີ) ແລະ 18 ແຂວງ/ນະຄອນຂອງຫວຽດນາມ ທີ່ມີການພົວພັນຮ່ວມມືກັບບັນດາແຂວງພາກໃຕ້ຂອງລາວ, ໃນນັ້ນມີ 6 ແຂວງ/ນະຄອນ ເຂົ້າຮ່ວມໂດຍກົງ ແລະ 12 ແຂວງ/ນະຄອນ ເຂົ້າຮ່ວມຜ່ານລະບົບທາງໄກ; ຜູ້ຕາງໜ້າສະມາຄົມວິສາຫະກິດຫວຽດນາມ ຢູ່ ຍີ່ປຸ່ນ ແລະພາກໃຕ້ຂອງລາວ; ຜູ້ຕາງໜ້າວິສາຫະກິດຂອງສາມປະເທດ ຫວຽດນາມ - ລາວ - ໄທ.
ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາງ ຕະເຟືອງຢຸງ ຫົວໜ້າສະຖານກົງສູນໃຫຍ່ ເນັ້ນໜັກເຖິງຄວາມໝາຍຂອງເຫດການ ເພື່ອແນໃສ່ຫັນວິໄສທັດຍຸດທະສາດໃນການກໍ່ສ້າງຊ່ອງຫວ່າງພັດທະນາລະຫວ່າງ 3 ປະເທດ ປະກົດຜົນເປັນຈິງ, ມຸ່ງໄປເຖິງການພັດທະນາແບບຍືນຍົງ, ສ້າງຊ່ອງຫວ່າງພັດທະນາລະຫວ່າງບັນດາແຂວງພາກໃຕ້ຂອງລາວ, ອຸບົນຣາຊະທານີ ແລະບັນດາແຂວງ, ນະຄອນຂອງຫວຽດນາມ; ຢືນຢັນວ່າ ເວທີປາໄສແມ່ນໂອກາດເພື່ອໃຫ້ບັນດາທ້ອງຖິ່ນ ແລະວິສາຫະກິດຂອງ 3 ປະເທດເຊື່ອມຕໍ່, ສຳຫຼວດກາລະໂອກາດລົງທຶນຢູ່ບັນດາແຂວງພາກໃຕ້ຂອງລາວ, ເພີ່ມທະວີແຈ້ງໃຫ້ຊາບ, ໂຄສະນາກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າແຮງໃນດ້ານການຄ້າ, ການລົງທຶນ ແລະການທ່ອງທ່ຽວ ເພື່ອແນໃສ່ສ້າງບັນດາໂຄງການຮ່ວມມືທີ່ເໝາະສົມກັບຄວາມຕ້ອງການ ແລະທ່າແຮງຂອງແຕ່ລະທ້ອງຖິ່ນ, ປະກອບສ່ວນພັດທະນາເສດຖະກິດ-ສັງຄົມ ຂອງບັນດາທ້ອງຖິ່ນບົນແລວເສດຖະກິດຕາເວັນອອກ-ຕາເວັນຕົກ; ໃຫ້ຮູ້ວ່າ ບັນດາລາຍການທີ່ຈັດຂຶ້ນຢູ່ແຂວງເຊກອງ ໃນຄັ້ງນີ້ແມ່ນໂອກາດເພື່ອເພີ່ມທະວີການພົບປະແລກປ່ຽນວັດທະນະທຳ, ພົບປະແລກປ່ຽນປະຊາຊົນລະຫວ່າງ ຫວຽດນາມ - ລາວ - ໄທ.
ໂດຍ: ຈາງຫງວຽນ