ທີ່ພິທີ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ  ໄດ້ຫວນຄືນຊີວິດ ແລະພາລະກິດການປະຕິວັດຂອງປະທານ ໂຮ່ຈີມິນ; ການນຳຜູ້ຍິ່ງໃຫຍ່ຂອງພັກ ແລະປະຊາຊົນຫວຽດນາມ; ຜູ້ກໍ່ຕັ້ງພັກກອມມູນິດອິນດູຈີນ, ຕົ້ນກໍາເນີດພັກກອມມູນິດຫວຽດນາມ, ພັກປະຊາຊົນປະຕິວັດລາວ ແລະພັກປະຊາຊົນກຳປູເຈຍ ໃນປະຈຸບັນ.

leftcenterrightdel
ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ກ່າວຄໍາເຫັນທີ່ພິທີສະເຫຼີມສະຫຼອງ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານເລຂາທິການໃຫຍ່, ປະທານປະເທດລາວ ຢືນຢັນວ່າ: ການກຳເນີດຂອງພັກກອມມູນິດອິນດູຈີນ ປີ 1930 ໄດ້ຮັບການຖືວ່າເປັນພາລະກໍາອັນໃຫຍ່ຫຼວງຂອງປະທານ ໂຮ່ຈີມິນ, ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ, ສ້າງຂະບວນຕໍ່ສູ້ການປະຕິວັດເພື່ອຂັບໄລ່ລ່າເມືອງຂຶ້ນອອກຈາກອິນດູຈີນ, ຍາດໄດ້ໄຊຊະນະຢ່າງຄົບຖ້ວນ, ຊ່ວຍປົດປ່ອຍປະຊາຊົນຜູ້ອອກແຮງງານພົ້ນອອກຈາກການກົດຂີ່ຂູດຮີດ ແລະນຳມາເຊິ່ງເອກະລາດ ແລະອິດສະຫຼະພາບມາໃຫ້ປະຊາຊົນ. ປະທານໂຮ່ຈີມິນ ແມ່ນຄວາມພາກພູມໃຈຂອງປະຊາຊົນສາມປະເທດອິນດູຈີນ ດ້ວຍຄວາມຄາດຫວັງອັນສູງສົ່ງທີ່ໄດ້ສະແດງອອກຜ່ານຄຳເວົ້າທີ່ອະມະຕະວ່າ “ບໍ່ມີຫຍັງລໍ້າຄ່າກວ່າເອກະລາດ ແລະອິດສະຫຼະພາບ”. ບັນດານັກຮົບປະຕິວັດສາມປະເທດຫວຽດນາມ - ລາວ - ກຳປູເຈຍ ໄດ້ຮ່ວມແຮງ ແລະເປັນຈິດໜຶ່ງໃຈດຽວ, ນຳຄວາມຄາດຫວັງຂອງປະທານ ໂຮ່ຈີມິນ ໃຫ້ປະສົບຜົນສຳເລັດອັນຍິ່ງໃຫຍ່.

leftcenterrightdel
ບັນຍາກາດທີ່ພິທີສະເຫຼີມສະຫຼອງ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ກໍ່ໄດ້ສົ່ງຄໍາອວຍພອນອັນດີງາມມາຍັງພັກກອມມູນິດຫວຽດນາມ ສືບຕໍ່ພາລະກິດອັນຍິ່ງໃຫຍ່ຂອງປະທານ ໂຮ່ຈີມິນ ເພື່ອນຳປະເທດຊາດຫວຽດນາມ ໃຫ້ນັບມື້ນັບພັດທະນາວັດທະນາຖາວອນ ແລະສະແດງຄວາມປາດຖະໜາວ່າ ນ້ຳໃຈສາມັກຄີແບບພິເສດ ແລະຈິດໃຈມິດຕະພາບອັນຍິ່ງໃຫຍ່ລະຫວ່າງສອງພັກ, ສອງລັດ ແລະສອງລັດ ລາວ-ຫວຽດນາມ, ຫວຽດນາມ ແລະລາວ ໝັ້ນຄົງຕະຫຼອດໄປ, ຫວັງວ່າ ມໍລະດົກຂອງປະທານໂຮ່ຈີມິນ ຈະພາທາງໃຫ້ພາລະກິດຂອງສອງປະເທດຕະຫຼອດໄປ.

ເນື່ອງໃນໂອກາດນີ້, ໄດ້ສາຍຮູບເງົາເອກະສານກ່ຽວກັບຊີວິດ ແລະພາລະກິດການປະຕິວັດເພື່ອສະແດງຄວາມຮູ້ບຸນຄຸນຕໍ່ປະທານ ໂຮ່ຈີມິນ, ການນຳທີ່ຍິ່ງໃຫຍ່ຂອງປະຊາຊົນຫວຽດນາມ, ເພື່ອນມິດທີ່ສະໜິດສະໜົມ, ຮັກແພງທີ່ສຸດຂອງພັກ, ລັດ ແລະປະຊາຊົນລາວ.

ໂດຍ: ທະນາພອນ