ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ຖະຫວາຍທູບທຽນອາໄລຫາ ປະທານໂຮ່ຈີມິນ
ກປ.ອອນໄລ - ຕອນບ່າຍວັນທີ 18 ພຶດສະພາ, ຢູ່ເຂດອະນຸສອນສະຖານປະທານໂຮ່ຈີມິນ ບ້ານຊຽງວາງ, ເມືອງໜອງບົກ, ແຂວງຄຳມ່ວນ, ສະຖານທູດຫວຽດນາມ ປະຈຳ ລາວ ໄດ້ຈັດຕັ້ງພິທີຖະຫວາຍທູບທຽນ ເນື່ອງໃນສະເຫຼີມສະຫຼອງ 135 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19-5-1890 / 19-5-2025).
ເຂົ້າຮ່ວມພິທີມີຜູ້ຕາງໜ້າອຳນາດການປົກຄອງທ້ອງຖິ່ນ, ບັນດາອົງການຜູ້ຕາງໜ້າຫວຽດນາມ ປະຈຳລາວ ແລະຍາດຕິພີ່ນ້ອງຊາວຫວຽດນາມ ອາໄສ ແລະດຳເນີນທຸລະກິດຢູ່ລາວ ຫຼາຍຄົນ.
ທີ່ພິທີ, ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ໄດ້ຫວນຄືນວິວັດການການເຄື່ອນໄຫວ ແລະການປະກອບສ່ວນຂອງປະທານ ໂຮ່ຈີມິນ ສໍາລັບປະຊາຊົນ ແລະປະເທດຊາດຫວຽດນາມ ແລະລາວ. ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ ໃນຊີວິດຂອງຕົນ, ປະທານໂຮ່ຈີມິນ ເຄີຍສັ່ງສອນວ່າ: “ການປະຕິວັດລາວ ບໍ່ສາມາດຂາດການຊ່ວຍເຫຼືອຈາກການປະຕິວັດຂອງຫວຽດນາມ ແລະການປະຕິວັດຫວຽດນາມ ບໍ່ສາມາດຂາດການຊ່ວຍເຫຼືອຂອງການປະຕິວັດລາວ.”
    |
 |
ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດ ຖະຫວາຍທູບທຽນຢູ່ເຂດອະນຸສອນສະຖານປະທານໂຮ່ຈີມິນ ບ້ານຊຽງວາງ, ເມືອງໜອງບົກ, ແຂວງຄຳມ່ວນ. ພາບ: vov.vn |
ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດ ຢືນຢັນວ່າ: ພິທີຖະຫວາຍທູບທຽນສະເຫຼີມສະຫຼອງວັນຄ້າຍວັນເກີດຂອງລຸງໂຮ່ ແມ່ນໂອກາດເພື່ອໃຫ້ພວກເຮົາຈົດຈໍາເຖິງຄຸນງາມຄວາມດີຂອງລຸງໂຮ່ ແລະດຳລົງຊີວິດ, ຮ່ຳຮຽນ ແລະເຮັດວຽກຕາມຄຳສອນຂອງປະທານໂຮ່ຈີມິນ; ພ້ອມກັບເພື່ອນລາວ ຕັດສິນໃຈຮັກສາ ແລະເພີ່ມພູນຄູນສ້າງໃຫ້ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຫວຽດນາມ - ລາວ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.
ຕາງໜ້າຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນແຂວງຄໍາມ່ວນ, ທ່ານ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄຳມ່ວນ ໄດ້ສະແດງຄວາມຮູ້ບຸນຄຸນ ແລະເອກອ້າງທະນົງໃຈຕໍ່ການປະກອບສ່ວນອັນໃຫຍ່ຫຼວງຂອງປະທານໂຮ່ຈີມິນ ໃນການປະກອບສ່ວນເພີ່ມພູນຄູນສ້າງໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລາວ-ຫວຽດນາມ ເວົ້າລວມ, ລະຫວ່າງແຂວງຄໍາມ່ວນ ກັບບັນດາແຂວງຕ່າງໆຂອງຫວຽດນາມ ເວົ້າສະເພາະ ໃຫ້ນັບມື້ນັບພັດທະນາ.
ໂດຍ: ຈາງຫງວຽນ