ວັນທີ 25 ພຶດສະພາ, ທ່ານລັດຖະມົນຕີການຕ່າງປະເທດ ມາເລເຊຍ Datuk Seri Mohamad Hasan ໃຫ້ຮູ້ວ່າ ດ້ວຍຖານະເປັນປະທານ ອາຊຽນ 2025, ມາເລເຊຍ ຍັງລໍຖ້າຄຳຢັ້ງຢືນຂອງ ອາເມລິກາ ກ່ຽວກັບຈຸດເວລາຂຶ້ນແຜນຈະຈັດກອງປະຊຸມສຸດຍອດພິເສດ ອາຊຽນ - ອາເມລິກາ.
ກ່າວຄຳເຫັນກ່ອນຈັດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 46, ທ່ານລັດຖະມົນຕີ Datuk Seri Mohamad Hasan ໃຫ້ຮູ້ວ່າ ຂໍ້ລິເລີມດັ່ງກ່າວໂດຍທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ສະເໜີຢ່າງເປັນທາງການດ້ວຍຄວາມປາດຖະໜາອາດສາມາດຈັດກອງປະຊຸມສຸດຍອດອາຊຽນ - ອາເມລິກາ ໃນປີນີ້. ທ່ານກໍ່ໃຫ້ຮູ້ວ່າ ທ່ານໄດ້ມີການໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Marco Rubio ໃນຕົ້ນເດືອນ ເມສາ ຜ່ານມາກ່ຽວກັບແຜນການເລືອກເອົາຈຸດເວລາທີ່ເໝາະສົບເພື່ອຈັດກອງປະຊຸມໃນປີນີ້.
ແຫຼ່ງຄັດຈາກ: vovworld.vn
Type the code from the image