ຕອນເຊົ້າວັນທີ 19 ພຶດສະພາ, ຄະນະພະນັກງານ, ພາລະກອນສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ ສະຫວັນນະເຂດ (ພາກກາງລາວ); ຕາງໜ້າອໍານາດການປົກຄອງທ້ອງຖິ່ນພ້ອມດ້ວຍພໍ່ແມ່ປະຊາຊົນຊາວຫວຽດນາມ ພວມດໍາລົງຊີວິດ, ເຮັດວຽກ ແລະຮໍ່າຮຽນຢູ່ແຂວງສະຫວັນນະເຂດ ເປັນຈໍານວນຫຼວງຫຼາຍໄດ້ໄປວາງກະຕ່າດອກໄມ້ອາໄລຫາປະທານໂຮ່ຈີມິນ ຢູ່ນະຄອນ ໄກສອນ ພົມວິຫານ (ແຂວງສະຫວັນນະເຂດ). ບັນດາຜູ້ແທນໄດ້ວາງກະຕ່າດອກໄມ້ເພື່ອສະແດງຄວາມເຄົາລົບ, ຮູ້ບຸນຄຸນອັນໃຫຍ່ຫຼວງຂອງປະທານໂຮ່ຈີມິນ.

leftcenterrightdel
ພິທີວາງກະຕ່າດອກໄມ້ອາໄລຫາປະທານໂຮ່ຈີມິນ ທີ່ແຂວງສະຫວັນນະເຂດ. ພາບ: vov.vn

ກໍ່ໃນວັນດຽວກັນ, ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ຢູ່ນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງລາຍການສະເຫຼີມສະຫຼອງ 135 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ. ນີ້ແມ່ນການເຄື່ອນໄຫວແທດຈິງທີ່ມີຄວາມໝາຍແນໃສ່ຊ່ວຍພວກນ້ອງນັກຮຽນມີຄວາມເຂົ້າໃຈກ່ຽວກັບຊີວິດ ແລະພາລະກິດທີ່ສະຫງ່າງາມຂອງປະທານໂຮ່ຈີມິນ ຕື່ມອີກ, ຜ່ານນັ້ນສືບຕໍ່ຍູ້ແຮງການຮ່ໍາຮຽນ ແລະເຮັດຕາມແບບແຜນຄຸນສົມບັດຂອງລຸງ, ໂດຍສະເພາະແມ່ນໃຫ້ຈົດຈໍາໃນໃຈຂອງພວກນ້ອງກ່ຽວກັບຄວາມຮັກບ້ານເກີດເມືອງນອນ, ຮັກຊາດ.

leftcenterrightdel
ພໍ່ແມ່ປະຊາຊົນຊາວຫວຽດນາມ ພວມດໍາລົງຊີວິດ, ເຮັດວຽກ ແລະຮໍ່າຮຽນຢູ່ແຂວງສະຫວັນນະເຂດ ໄດ້້ໄປວາງກະຕ່າດອກໄມ້ອາໄລຫາປະທານໂຮ່ຈີມິນ. ພາບ: vov.vn

leftcenterrightdel
ລາຍການສະແດງສິລະປະ, ເຊີດຊູນໍ້າໃຈສາມັກຄີແບບພິເສດລະຫວ່າງສອງຊາດລາວ-ຫວຽດນາມ ຂອງພວກນ້ອງນັກຮຽນໂຮງຮຽນສອງພາສາ ລາວ-ຫວຽດນາມ ສະແດງ. ພາບ: vov.vn

ເນື່ອງໃນໂອກາດນີ້, ສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ ຫຼວງພະບາງ (ພາກເໜືອລາວ) ໄດ້ຈັດຕ້ັງພິທີຖະຫວາຍທູບທຽນອາໄລຫາປະທານໂຮ່ຈີມິນ-ວິລະຊົນປົດປ່ອຍຊາດ, ການນໍາທີ່ມີຄວາມເກັ່ງກ້າສາມາດຂອງພັກ ແລະປະຊາຊົນຫວຽດນາມ. ເຂົ້າຮ່ວມພິທີຖະຫວາຍທູບທຽນມີພະນັກງານ, ພາລະກອນສະຖານກົງສູນໃຫຍ່, ຕາງໜ້າສະມາຄົມຊາວຫວຽດນາມ ຢູ່ຫຼວງພະບາງ, ສະມາຄົມວິສາຫະກິດຫວຽດນາມ ຢູ່ພາກເໜືອລາວ ແລະຕາງໜ້າປະຊາຄົມຊາວຫວຽດນາມ ຢູ່ຫຼວງພະບາງ.

ໂດຍ: ໄຊນີດາ