ທີ່ການເຮັດວຽກ, ທ່ານ ຈິ້ງຫວຽດຮຸ່ງ ຢືນຢັນວ່າ ແຂວງໄທງວຽນ ຍາມໃດກໍ່ຖືເປັນສຳຄັນພິເສດ ແລະມານະພະຍາຍາມປະກອບສ່ວນພັດທະນາສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ-ລາວ. ພ້ອມທັງຢືນຢັນວ່າ ດ້ວຍທ່າໄດ້ປຽບແມ່ນໜຶ່ງໃນບັນດາສູນແຫ່ງການສຶກສາ ແລະກໍ່ສ້າງຂອງທົ່ວປະເທດ, ແຂວງໄທງວຽນ ໄດ້, ພວມ ແລະຈະສືບຕໍ່ໜູນຊ່ວຍລາວ ໃນຂົງເຂດການສຶກສາ, ກໍ່ສ້າງຊັບພະຍາກອນມະນຸດ.

leftcenterrightdel
ທ່ານ ຈິ້ງຫວຽດຮຸ່ງ ເລຂາຄະນະພັກແຂວງໄທງວຽນ  ຕ້ອນຮັບທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ລາວ ປະຈໍາ ຫວຽດນາມ. ພາບ: thainguyen.gov.vn

ຕາມທ່ານ ຈິ້ງຫວຽດຮຸ່ງ ແລ້ວ, ດ້ວຍການພັດທະນາຢ່າງເຕີບໃຫຍ່ເຂັ້ມແຂງຂອງບໍລິສັດ, ວິສາຫະກິດໃນບໍລິເວນ, ແຂວງໄທງວຽນ ພ້ອມແລ້ວທີ່ຈະເຊື່ອມຕໍ່ເພື່ອວິສາຫະກິດມາລົງທຶນຢູ່ ລາວ, ເປັນຕົ້ນແມ່ນບັນດາແຂວງທີ່ມີສາຍພົວພັນຮ່ວມມືແບບພິເສດກັບແຂວງໄທງວຽນ. ຄຽງຂ້າງນັ້ນ, ແຂວງໄທງວຽນ ພ້ອມແລ້ວທີ່ຈະໜູນຊ່ວຍ, ຊ່ວຍເຫຼືອ ແລະຮ່ວມມືກັບລາວ ໃນບັນດາຂົງເຂດເສດຖະກິດ, ສາທາລະນະສຸກ, ວິທະຍາສາດ-ເຕັກໂນໂລຢີ, ການຫັນເປັນດີຈີຕອນ... ເມື່ອໄດ້ຮັບການຮຽກຮ້ອງ.

ທ່ານ ຈິ້ງຫວຽດຮຸ່ງ ສະແດງຄວາມປາດຖະໜາວ່າ ໃນວິວັດການປະຕິບັດງານຢູ່ຫວຽດນາມ, ທ່ານນາງ ຄຳເພົາ ເອີນທະວັນ ຈະສືບຕໍ່ສະໜັບສະໜູນ, ສ້າງຂົວຕໍ່ລະຫວ່າງແຂວງໄທຫງວຽນ ກັບບັນດາທ້ອງຖິ່ນຂອງລາວ; ເອົາໃຈໃສ່ເຖິງການແລກປ່ຽນຂໍ້ມູນຂ່າວສານສອງສົ້ນ ເພື່ອບັນດາວິສາຫະກິດ, ນັກລົງທຶນຂອງແຂວງໄທຫງວຽນ ຊອກຮູ້ກາລະໂອກາດຮ່ວມມືລົງທຶນຢູ່ລາວ.

ສ່ວນທ່ານນາງ ຄຳເພົາ ເອີນທະວັນ ສະແດງຄວາມປາດຖະໜາວ່າ ການນຳແຂວງ, ມະຫາວິທະຍາໄລ, ວິທະຍາໄລຢູ່ໄທງວຽນ ສືບຕໍ່ເອົາໃຈໃສ່ຊ່ວຍເຫຼືອລາວ ໃນຂົງເຂດການສຶກສາ, ກໍ່ສ້າງຊັບພະຍາກອນມະນຸດ ກໍ່ຄືຂົງເຂດອື່ນໃນການພັດທະນາເສດຖະກິດ-ສັງຄົມ. ຜ່ານນັ້ນ, ປະກອບສ່ວນປັບປຸງ ແລະເຮັດໃຫ້ສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ-ລາວ ໃຫ້ເລິກເຊິ່ງກວ່າອີກ.

ໂດຍ: ເຈິ່ນຮວ່ຽນ