ເພີ່ມພູນຄູນສ້າງໃຫ້ສາຍພົວພັນແບບພິເສດ ຫວຽດນາມ - ລາວ
ກປ.ອອນໄລ - ຕອນເຊົ້າວັນທີ 17 ພຶດສະພາ, ຢູ່ນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມ ປະຈຳ ລາວ ໄດ້ຈັດຕັ້ງກອງປະຊຸມວຽກງານກ່ຽວກັບຊາວຫວຽດນາມ ອາໄສຢູ່ລາວ ປີ 2025 ເພື່ອແນໃສ່ສະຫຼຸບ, ຕີລາຄາໝາກຜົນວຽກງານຊາວຫວຽດນາມ ອາໄສຢູ່ລາວ ໃນໄລຍະມໍ່ໆມານີ້ ແລະວາງອອກທິດທາງການເຄື່ອນໄຫວໃນໄລຍະຈະມາເຖິງ.
ບົດລາຍງານຂອງຄະນະປະຕິບັດງານວົງຄະນະຍາດ ທີ່ກອງປະຊຸມໃຫ້ຮູ້ວ່າ ປີ 2024, ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ຍາມໃດກໍ່ສາມັກຄີ, ໄດ້ຈັດຕັ້ງຫຼາຍການເຄື່ອນໄຫວທີ່ມີຄວາມໝາຍມຸ່ງຫາບ້ານເກີດເມືອງນອນ, ປະກອບສ່ວນພັດທະນາເສດຖະກິດ-ສັງຄົມຂອງລາວ ແລະເພີ່ມພູນຄູນສ້າງໃຫ້ສາຍພົວພັນຫວຽດນາມ-ລາວ ໃຫ້ນັບມື້ນັບພັດທະນາ.
ສະຖານທູດ, ອົງການຕາງໜ້າ ແລະ ສະຖານກົງສູນໃຫຍ່ ປະຈຳລາວ ສືບຕໍ່ເອົາໃຈໃສ່ ແລະ ເບິ່ງແຍງດູແລໃຫ້ວຽກງານຂອງປະຊາຄົມ, ແນະນໍາໜູນຊ່ວຍສະມາຄົມໃຫຍ່, ສະມາຄົມແຂວງ/ນະຄອນ ເພື່ອຜັນຂະຫຍາຍການເຄື່ອນໄຫວໃຫ້ມີປະສິດຕິຜົນ ກໍຄືແກ້ໄຂບັນຫາທີ່ເກີດຂຶ້ນໃນປະຊາຄົມຢ່າງວ່ອງໄວ.
    |
 |
ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ ກ່າວຄໍາເຫັນຊີ້ນໍາກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ |
ເພື່ອສືບຕໍ່ຍູ້ແຮງການຜັນຂະຫຍາຍວຽກງານສໍາລັບຊາວຫວຽດນາມ ອາໄສຢູ່ລາວ, ກ່າວຄຳເຫັນຊີ້ນໍາກອງປະຊຸມ, ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ ຮຽກຮ້ອງໃຫ້ບັນດາອົງການ, ຫົວໜ່ວຍ, ສະມາຄົມ ສຸມໃສ່ປະຕິບັດບາງໜ້າທີ່ສຳຄັນ, ຄື: ສືບຕໍ່ປັບປຸງ ແລະເສີມຂະຫຍາຍບົດບາດຂອງບັນດາອົງການຈັດຕັ້ງສະມາຄົມ, ຖືສະມາຄົມໃຫຍ່ຊາວຫວຽດນາມ ອາໄສຢູ່ລາວ ເປັນໃຈກາງເຊື່ອມຕໍ່, ສົມທົບກັບບັນດາສະມາຄົມແຂວງ/ນະຄອນ ເພື່ອສ້າງຂຶ້ນເຄືອຂ່າຍເຄື່ອນໄຫວຢ່າງມີປະສິດທິຜົນ, ໄຫວພິບ ແລະຍືນຍົງ.
    |
 |
ຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ |
ຍູ້ແຮງວຽກງານການສອນ ແລະຮຽນພາສາຫວຽດ, ອະນຸລັກຮັກສາວັດທະນະທຳພື້ນເມືອງ, ຈັດຕັ້ງການເຄື່ອນໄຫວວັດທະນະທຳທີ່ຕິດພັນກັບພາສາຫວຽດ, ສົມທົບກັບກະຊວງສຶກສາ ແລະກໍ່ສ້າງ, ກະຊວງການຕ່າງປະເທດ ແລະບັນດາອົງການບໍ່ຂຶ້ນກັບລັດຖະບານ ເພື່ອໜູນຊ່ວຍດ້ານວິຊາສະເພາະ ແລະວັດຖຸ. ເອົາໃຈໃສ່ເຖິງການພັດທະນາກໍາລັງຊາວໜຸ່ມ ແລະລຸ້ນໜຸ່ມ; ຮັບຟັງ ແລະສ້າງເງື່ອນໄຂໃຫ້ແກ່ພວກນ້ອງເສີມຂະຫຍາຍຈິດໃຈອາສາສະໝັກ, ມີຫົວຄິດປະດິດສ້າງ ແລະອຸທິດຕົນ. ກໍ່ສ້າງ ແລະປັບປຸງກຸ່ມກ້ອນມະຫາສາມັກຄີໃນວົງຄະນະຍາດ. ສືບຕໍ່ເອົາໃຈໃສ່ໃຫ້ຫຼາຍກວ່າອີກເຖິງການດໍາລົງຊີວິດຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ໃນຫຼາຍດ້ານ, ເຊັ່ນ: ກິລາ, ວັດທະນະທຳ, ເຊື່ອຖືສາສະໜາ...
ດ້ວຍບັນດາໝາກຜົນທີ່ບັນລຸໄດ້, ກອງປະຊຸມວຽກງານກ່ຽວກັບຊາວຫວຽດນາມ ອາໄສຢູ່ລາວ ປີ 2025 ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ເປັນພື້ນຖານເພື່ອໃຫ້ບັນດາອົງການຕາງໜ້າ ກໍຄືສະມາຄົມຊາວຫວຽດນາມ ອາໄສຢູ່ລາວ ຂັ້ນຕ່າງໆ ຜັນຂະຫຍາຍວຽກງານຊາວຫວຽດນາມ ອາໄສຢູ່ລາວ ໃຫ້ມີປະສິດທິຜົນໃນໄລຍະຈະມາເຖິງ.
ໂດຍ: ທູຈາງ