ກອງປະຊຸມແມ່ນໂອກາດແນໃສ່ສະຫຼຸບ, ປະເມີນຜົນການປະຕິບັດວຽກງານກໍ່ສ້າງ ແລະຄຸ້ມຄອງນັກສຶກສາລາວ ຢູ່ຫວຽດນາມ ໃນສົກຮຽນ 2024-2025, ພ້ອມທັງແບ່ງປັນບົດຮຽນຕົວຈິງ, ຄວາມຫຍຸ້ງຍາກ, ຂໍ້ຕິດຂັດ ແລະສະເໜີມາດຕະການແທດຈິງເພື່ອຍົກສູງຄຸນນະພາບການກໍ່ສ້າງໃນສົກຮຽນຈະມາເຖິງ.

ທ່ານ ປອ ຄຳຕັນ ສົມວົງ ທີ່ປຶກສາຝ່າຍສຶກສາ-ວັດທະນະທຳສະຖານທູດລາວ ປະຈຳ ຫວຽດນາມ ເນັ້ນໜັກວ່າ ສົກຮຽນ 2025-2026 ແມ່ນປີທີ 5 ປະຕິບັດໂຄງການ “ຍົກສູງຄຸນນະພາບ ແລະປະສິດທິຜົນການຮ່ວມມື ຫວຽດນາມ-ລາວ ໃນຂົງເຂດການສຶກສາ ແລະພັດທະນາຊັບພະຍາກອນມະນຸດ ໄລຍະ 2021–2030”. ເພື່ອໂຄງການບັນລຸປະສິດທິຜົນ, ທ່ານໄດ້ສະເໜີໃຫ້ສະຖານທູດລາວ ແລະສະຖານກົງສຸນໃຫຍ່ລາວ ປະຈໍາ ຫວຽດນາມ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບສະຖານທີ່ກໍ່ສ້າງ, ຕິດຕາມກວດກາສະພາບການຮໍ່າຮຽນ ແລະດໍາເນີນຊີວິດຂອງນັກສຶກສາລາວ ເປັນປະຈໍາ.

leftcenterrightdel
ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: giaoducthoidai.vn

ກ່າວຄຳເຫັນປິດກອງປະຊຸມ, ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ຫວຽດນາມ ໄດ້ຮັບຮູ້ ແລະຕີລາຄາສູງຄວາມເອົາໃຈໃສ່, ໜູນຊ່ວຍຂອງຮາກຖານການສຶກສາຫວຽດນາມ ສໍາລັບນັກສຶກສາລາວ.

ທ່ານນາງ ຄຳເພົາ ເອີນທະວັນ ກໍ່ຍ້ອງຍໍຊົມເຊີຍຈິດໃຈຮໍ່າຮຽນຢ່າງຈິງຈັງ, ປະຕິບັດຕາມກົດໝາຍຫວຽດນາມ ແລະສາຍພົວພັນຂອງນັກສຶກສາລາວ ກັບນັກສຶກສາທັງພາຍໃນ ແລະສາກົນ. ທ່ານນາງ ຄຳເພົາ ເອີນທະວັນ ປາດຖະໜາວ່າ ອົງການທີ່ກ່ຽວຂ້ອງ, ກະຊວງ, ຂະແໜງການ, ທ້ອງຖິ່ນສອງປະເທດຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສ້າງເງື່ອນໄຂສະດວກເພື່ອນັກສຶກສາລາວ ເສີມຂະຫຍາຍຄວາມສາມາດຢ່າງສຸດຂີດ, ກາຍເປັນກໍາລັງປັນຍາຊົນທີ່ມີຄຸນສົມບັດ, ປະກອບສ່ວນສ້າງສາປະເທດລາວໃຫ້ນັບມື້ນັບພັດທະນາພາຍຫຼັງສໍາເລັດຫຼັກສູດການຮໍ່າຮຽນ.

ໂດຍ: ເຈິ່ນຮວ່ຽນ