leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: baoquangbinh.vn

ນີ້ແມ່ນຄັ້ງທໍາທິດທີ່ແຂວງກວາງບິ່ງ ຕ້ອນຮັບຄະນະຜູ້ແທນຂັ້ນສູງຢ່າງເປັນທາງການຂອງແຂວງບໍລິຄໍາໄຊ ມາຢ້ຽມຢາມ ແລະເຮັດວຽກ. ທ່ານ ເລງອັກກວາງ ເນັ້ນໜັກວ່າ  ການຢ້ຽມຢາມຄັ້ງນີ້ຂອງທ່ານ ສຸວັນນີ ໄຊຊະນະ ພ້ອມດ້ວຍສະມາຊິກໃນຄະນະທີ່ມີຄວາມໝາຍສໍາຄັນພິເສດ, ແມ່ນໂອກາດເພື່ອໃຫ້ການນໍາສອງແຂວງເພີ່ມທະວີຄວາມເຂົ້າໃຈ, ຮັດແໜ້ນການພົວພັນຮ່ວມມືມິດຕະພາບລະຫວ່າງສອງທ້ອງຖິ່ນ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຫວຽດນາມ-ລາວ.

ທີ່ການຕ້ອນຮັບ, ທ່່ານ ເລງອັກກວາງ ແລະທ່ານ ສຸວັນນີ ໄຊຊະນະ ໄດ້ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຊາຍແດນຂອງສອງແຂວງ.

leftcenterrightdel
ສອງຄະນະຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: baoquangbinh.vn

ທ່ານ ເລງອັກກວາງ ເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ຂອງທ່ານ ສຸວັນນີ ໄຊຊະນະ ແລະຄະນະປະຕິບັດງານຈະປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງແຂວງກວາງບິ່ງ ແລະບໍລິຄໍາໄຊ ເວົ້າສະເພາະ, ສອງປະເທດ ຫວຽດນາມ-ລາວ ເວົ້າລວມ, ພັດທະນາຂຶ້ນສູ່ລະດັບສູງໃໝ່.

ໂດຍ: ໄຊນີດາ