ໃນຂອບເຂດການເຄື່ອນໄຫວ, ທ່ານ ຟ້າມດຶກຕ໊ຽນ ຮອງເລຂາຜູ້ປະຈໍາການຄະນະພັກນະຄອນເຫ້ວ ໄດ້ໃຫ້ການຕ້ອນຮັບຄະນະປະຕິບັດງານຂອງແຂວງສາລະວັນ ເຂົ້າຢ້ຽມຂໍ່ານັບ.

ທີ່ການຕ້ອນຮັບ, ສອງຝ່າຍໄດ້ຫວນຄືນມູນເຊື້ອການຮ່ວມມືມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງຊາດຫວຽດນາມ - ລາວ ເວົ້າລວມ ແລະລະຫວ່າງນະຄອນເຫ້ວ ກັບແຂວງສາລະວັນ ເວົ້າສະເພາະ; ກໍ່ຄືແຈ້ງໃຫ້ຊາບໂດຍໄວກ່ຽວກັບສະພາບການພັດທະນາ ແລະຜົນງານດ້ານເສດຖະກິດ - ສັງຄົມຂອງສອງທ້ອງຖິ່ນ.

ການພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດລະຫວ່າງນະຄອນເຫ້ວ ແລະແຂວງສາລະວັນ ສືບຕໍ່ໄດ້ຮັບການເພີ່ມທະວີ ແລະພັດທະນາຢ່າງດີງາມ, ນັບມື້ນັບສະໜິດແໜ້ນ, ມີຄວາມໄວ້ເນື້ອເຊື່ອໃຈ, ມີປະສິດທິຜົນ ແລະແທດຈິງໃນທຸກຂົງເຂດຈາກການເມືອງ, ການທູດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວັດທະນະທຳ, ການສຶກສາ, ສາທາລະນະສຸກ... ສອງຝ່າຍສືບຕໍ່ຮັກສາການຢ້ຽມຢາມຂອງການນຳຂັ້ນສູງ, ກໍ່ຄືທຸກຂະແໜງການທີ່ກ່ຽວຂ້ອງ; ສືບຕໍ່ສົມທົບກັນຜັນຂະຫຍາຍປະຕິບັດບັນດາບົດບັນທຶກຊ່ວຍຈຳ, ການຮ່ວມມືທີ່ໄດ້ລົງນາມແລ້ວເພື່ອການຄຸ້ມຄອງ, ປົກປັກຮັກສາຊາຍແດນໄວ້ຢ່າງໝັ້ນຄົງໃຫ້ມີປະສິດທິຜົນ; ພ້ອມກັນນັ້ນນະຄອນ ເຫ້ວ ສືບຕໍ່ໜູນຊ່ວຍ ແລະຊ່ວຍເຫຼືອປະຊາຊົນຢູ່ເຂດຊາຍແດນພັດທະນາເສດຖະກິດ, ຍົກສູງຊີວິດການເປັນຢູ່.

leftcenterrightdel
ທ່ານ ຟ້າມດຶກຕ໊ຽນ ຮອງເລຂາຜູ້ປະຈໍາການຄະນະພັກນະຄອນ (ຂວາ)  ຕ້ອນຮັບຄະນະປະຕິບັດງານແຂວງສາລະວັນ. ພາບ: huengaynay.vn

ພາຍຫຼັງການເຂົ້າຢ້ຽມຂ່ຳນັບ, ຄະນະໂຄສະນາອົບຮົມແຂວງສາລະວັນ ແລະຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນຄະນະພັກນະຄອນເຫ້ວ ໄດ້ຈັດກອງປະຊຸມສຳມະນາ ເພື່ອແລກປ່ຽນບົດຮຽນປະສົບການດ້ານຕ່າງໆຂອງສອງໜ່ວຍງານ.

leftcenterrightdel
ຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນຄະນະພັກນະຄອນ ເຫ້ວ ແລະຄະນະໂຄສະນາອົບຮົມແຂວງສາລະວັນ ລົງນາມໃນບົດບັນທຶກການຮ່ວມມື. ພາບ: huengaynay.vn

ສອງຝ່າຍໄດ້ເຫັນດີເປັນເອກະສັນກ່ຽວກັບບາງບັນຫາທີ່ຕ້ອງຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ, ນັ້ນແມ່ນສືບຕໍ່ແລກປ່ຽນຂໍ້ມູນຂ່າວສານ, ເພີ່ມທະວີການຮ່ວມມື, ຊ່ວຍເຫຼືອເຊິ່ງກັນ ແລະກັນ ແລະສົມທົບກັນໃນວຽກງານໂຄສະນາອົບຮົບ/ໂຄສະນາສຶກສາ; ຍູ້ແຮງ ແລະຫັນວຽກງານໂຄສະນາ, ສຶກສາອົບຮົມໃນຖັນແຖວພະນັກງານ, ສະມາຊິກພັກ, ກໍາລັງປະກອບອາວຸດ ແລະປະຊາຊົນສອງທ້ອງຖິ່ນເປັນຫຼາຍຮູບຫຼາຍແບບ; ສອງຝ່າຍເຫັນດີເປັນເອກະພາບແລກປ່ຽນຄະນະຜູ້ແທນ ແລະຈັດຕັ້ງກອງປະຊຸມສໍາມະນາໝູນວຽນຜ່ານທາງອອນລາຍໃນໄລຍະຈະມາເຖິງ ເພື່ອອັບເດດ ແລະແບ່ງປັນຂໍ້ມູນຂ່າວສານຢ່າງທັນການກວ່າອີກ...

leftcenterrightdel
ຄະນະປະຕິບັດງານແຂວງສາລະວັນ ຖະຫວາຍດອກໄມ້ຢູ່ຫໍພິພິທະພັນໂຮ່ຈີມິນ. ພາບ: huengaynay.vn

ກ່ອນໜ້ານັ້ນ, ຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນຄະນະພັກນະຄອນເຫ້ວ ແລະຄະນະໂຄສະນາອົບຮົມແຂວງສາລະວັນ ໄດ້ວາງພວງມາລາຢູ່ຫໍພິພິທະພັນໂຮ່ຈີມິນ.

ໂດຍ: ທະນາພອນ