ພາຍຫຼັງ 2 ເດືອນ ດ້ວຍ 10 ເນື້ອໃນຝຶກອົບຮົມ, ພະນັກງານຂອງກະຊວງປ້ອງກັນປະເທດລາວ 15 ຄົນ ໄດ້ຮັບການຮຽນຮູ້ຈາກພະນັກງານບໍລິສັດໃຫຍ່ ເຕິນກາງ ໄຊງ່ອນ ດ້ວຍຫົວຂໍ້, ຄື: ປະຫວັດສາດສາຍພົວພັນມິດຕະພາບຫວຽດນາມ-ລາວ; ການຂຸດຄົ້ນທ່າກໍາປັ່ນໂດຍສັງເຂບ; ໂລຈິດສະຕິດ ແລະການຄຸ້ມຄອງຕ່ອງໂສ້ການສະໜອງໂດຍສັງເຂບ; ຂໍ້ກໍານົດຂອງກົດໝາຍຫວຽດນາມ ກ່ຽວກັບການຄຸ້ມຄອງ, ຂຸດຄົ້ນທ່າກໍາປັ່ນ ແລະໂລຈິດສະຕິກ; ໂຄງປະກອບການຈັດຕັ້ງ ແລະການບໍລິຫານວິສາຫະກິດຂຸດຄົ້ນທ່າກໍາປັ່ນ; ການເຄື່ອນໄຫວຄຸ້ມຄອງທ່າກໍາປັ່ນຄອນເທນເນີ; ການເຄື່ອນໄຫວຄຸ້ມຄອງ ແລະຄຸດຂົ້ນທ່າກໍາປັ່ນສໍາລັບສິນຄ້າໃຫຍ່; ການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃນການຄຸ້ມຄອງ, ບໍລິຫານທ່າກໍາປັ່ນໃຫ້ມີປະສິດທິຜົນ; ການຄຸ້ມຄອງຕ່ອງໂສ້ການສະໜອງ ແລະຄຸ້ມຄອງຄັງສາງໃຫ້ມີປະສິດທິຜົນ; ການເຄື່ອນໄຫວການຕະຫຼາດໃນຂຸດຄົ້ນທ່າກໍາປັ່ນ ແລະໂລຈິດສະຕິກ.

leftcenterrightdel
ທ່ານພັນເອກພິເສດ ບຸ່ຍວັນກຸ່ຍ ກ່າວຄໍາເຫັນ. ພາບ: baohaiquanvietnam.vn

ໃນໂຄງການຝຶກອົບຮົມ, ນອກຈາກໄດ້ຮັບເອົາຄວາມຮູ້, ວິຊາການກ່ຽວກັບການຄຸ້ມຄອງ, ບໍລິຫານການບໍລິການໂລຈິດສະຕິກ, ບັນດາພະນັກງານຂອງກະຊວງປ້ອງກັນປະເທດລາວ ຍັງໄດ້ໄປທັດສະນະສຶກສາ ຢູ່ຮາກຖານທ່າກຳປັ່ນ, ຄັງສິນຄ້າ, ສູນໂລຈິດສະຕິກ, ພະແນກວິຊາການວິຊສະເພາະຂອງບໍລິສັດໃຫຍ່ ເຕິນກາງ ໄຊງ່ອນ, ທ່າກໍາປັ່ນ ເຕິນກາງ ກາດລາຍ, ICD ເຕິນກາງ ລອງບິ່ງ, ທ່າເຮືອສາກົນ ລາວ-ຫວຽດ ຢູ່ຫວຸ໊ງອ໋າງ ແລະຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳໃນໂອກາດບຸນປີໃໝ່ຂອງລາວ.

leftcenterrightdel
ຜູ້ແທນເຂົ້າຮ່ວມພິທີປິດ. ພາບ: baohaiquanvietnam.vn

ກ່າວຄຳເຫັນທີ່ພິທີປິດ, ທ່ານພັນເອກພິເສດ ບຸ່ນວັນກຸ່ຍ ຮອງຜູ້ອໍານວຍການໃຫຍ່ ບໍລິສັດໃຫຍ່ ເຕິນກາງ ໄຊງ່ອນ ເນັ້ນໜັກວ່າ: ບໍລິສັດໃຫຍ່ ເຕິນກາງ ໄຊງ່ອນ ໄດ້ຮັບການມອບໜ້າທີ່ຝຶກອົບຮົມໃຫ້ແກ່ພະນັກງານກະຊວງປ້ອງກັນປະເທດລາວ ກ່ຽວກັບຂົງເຂດຄຸ້ມຄອງ, ຂຸດຄົ້ນທ່າກຳປັ່ນ ແລະ ໂລຈິດສະຕິກ, ສະແດງໃຫ້ເຫັນຄວາມຮັບຜິດຊອບ ແລະບົດບາດຂອງກົມກອງໃນການເພີ່ມທະວີນໍ້າໃຈສາມັກຄີ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ-ລາວ, ພິເສດແມ່ນໃນຂົງເຂດບໍາລຸງສ້າງ ແລະພັດທະນາຊັບພະຍາກອນມະນຸດ.

leftcenterrightdel
ມອບໃບຢັ້ງຢືນໃຫ້ແກ່ພະນັກງານຂອງກະຊວງປ້ອງກັນປະເທດລາວ. ພາບ: baohaiquanvietnam.vn

ໃນໄລຍະຈະມາເຖິງ, ເມື່ອບັນດາພະນັກງານຂອງລາວ ຮັບໜ້າທີ່ຢູ່ທ່າເຮືອສາກົນ ລາວ - ຫວຽດ, ບໍລິສັດໃຫຍ່ ເຕິນກາງ ໄຊງ່ອນ ຈະສືບຕໍ່ໜູນຊ່ວຍ, ຮ່ວມເດີນທາງ, ດ້ວຍຄວາມປາດຖະໜາ  ແລະຄວາມເຊື່ອໝັ້ນວ່າ ພວກສະຫາຍຈະສາມາດເຂົ້າຮ່ວມຢ່າງວ່ອງໄວ ແລະ ປະກອບສ່ວນເຂົ້າໃນການເຄື່ອນໄຫວຜະລິດດໍາເນີນທຸລະກິດຢ່າງມີປະສິດທິຜົນ.

ທີ່ພິທີ, ມີພະນັກງານ 15 ຄົນ ຂອງກະຊວງປ້ອງກັນປະເທດລາວ ໄດ້ມອບໃບຢັ້ງຢືນປະຕິບັດສຳເລັດຊຸດຝຶກອົບຮົມກ່ຽວກັບການຄຸ້ມຄອງ, ຂຸດຄົ້ນທ່າກຳປັ່ນ ແລະໂລຈິດສະຕິກຢູ່ບໍລິສັດໃຫຍ່ ເຕິນກາງ ໄຊງ່ອນ.

ໂດຍ: ທູຈາງ