leftcenterrightdel
ທ່ານພົນໂທ ວົງຄໍາ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ ແລະທ່ານ ເຈິ່ນເບົ໊າຮ່າ ຮອງປະທານຄະນະກໍາມະການປະຊາຊົນແຂວງຮ່າຕິ້ງ ເປັນປະທານການເຮັດວຽກ. ພາບ: baohatinh.vn

ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານ ເຈິ່ນເບົ໊າຮ່າ ແຈ້ງໃຫ້ຊາບວ່າ ໃນຫຼາຍປີຜ່ານມາ ແຂວງຮ່າຕິ້ງ ແລະບັນດາແຂວງຂອງລາວ ໄດ້ສ້າງຕັ້ງການພົວພັນມິດຕະພາບອັນໜັກແໜ້ນ, ການຮ່ວມມືຮອບດ້ານໃນຫຼາຍຂົງເຂດ. ພິເສດ, ໃນຂອບເຂດການຮ່ວມມືດ້ານປ້ອງກັນຊາດສອງຝ່າຍລະຫວ່າງ ຫວຽດນາມ ແລະລາວ, ກະຊວງປ້ອງກັນປະເທດສອງປະເທດ ໄດ້ເຫັນດີເປັນເອກະພາບຜັນຂະຫຍາຍໂຄງການຮ່ວມມືພ້ອມກັນຂຸດຄົ້ນທ່າເຮືອຫວຸ້ງອ໊າງ ໃນບໍລິເວນແຂວງຮ່າຕິ້ງ; ຖືນີ້ແມ່ນຮູບແບບຮ່ວມມືຍຸດທະສາດ, ມີຄວາມໝາຍພິເສດດ້ານການເມືອງ, ເສດຖະກິດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

leftcenterrightdel
ທ່ານ ເຈິ່ນເບົ໊າຮ່າ ຮອງປະທານຄະນະກໍາມະການປະຊາຊົນແຂວງຮ່າຕິ້ງ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: baohatinh.vn

ທ່ານຮອງປະທານຄະນະກໍາມະການປະຊາຊົນແຂວງຮ່າຕິ້ງ ສະແດງຄວາມເຊື່ອໝັ້ນວ່າ ດ້ວຍການຮ່ວມແຮງຮ່ວມໃຈ, ການຮ່ວມມືຢ່າງຈິງໃຈລະຫວ່າງສອງຝ່າຍ, ທ່າເຮືອສາກົນ ລາວ-ຫວຽດນາມ ຈະແມ່ນສັນຍາລັກແຫ່ງນໍ້າໃຈມິດຕະພາບ ຫວຽດນາມ-ລາວ ໃນຍຸກໃໝ່. ແຂວງຮ່າຕິ້ງ ຍາມໃດຈະແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ແມ່ນ “ປະຕູຍຸດທະສາດ” ຊ່ວຍເຊື່ອມຕໍ່ການພັດທະນາລະຫວ່າງສອງປະເທດ ແລະພາກພື້ນ.

leftcenterrightdel
ທ່າທຽບເຮືອເລກ 3, ທ່າເຮືອສາກົນລາວ-ຫວຽດນາມ ກຽມພ້ອມເປີດບໍລິການ. ພາບ: baohatinh.vn

ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານພົນໂທ ວົງຄໍາ ພົມມະກອນ ຢັ້ງຢືນວ່າ ພິທີເປີດນໍາໃຊ້ທ່າທຽບເຮືອ ເລກ 3, ທ່າເຮືອສາກົນ ລາວ-ຫວຽດນາມ ແມ່ນເຫດການການເມືອງ-ການຕ່າງປະເທດອັນສໍາຄັນຂອງທັງສອງປະເທດ; ທ່າເຮືອສາກົນ ລາວ-ຫວຽດນາມ ແມ່ນສັນຍາລັກແຫ່ງການພົວພັນພິເສດລະຫວ່າງຫວຽດນາມ ແລະລາວ.

leftcenterrightdel
ທ່ານພົນໂທ ວົງຄໍາ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: baohatinh.vn

ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ຫວັງວ່າ ແຂວງຮ່າຕິ້ງ ຈະສືບຕໍ່ສົມທົບກັນ, ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດລາວ ເພີ່ມທະວີການຂຸດຄົ້ນທ່າທຽບເຮືອ ເລກ 3 ຢ່າງມີປະສິດທິຜົນ, ປະກອບສ່ວນເຂົ້າໃນການພັດທະນາລວມຂອງສອງປະເທດ ລາວ-ຫວຽດນາມ.

ໂດຍ: ໄຊຊະນະ