ມອບຂອງຂວັນ ແລະອວຍພອນບຸນປີໃໝ່ອໍານາດການປົກຄອງ ແລະປະຊາຊົນບ້ານເຊຊາບ
ກປ.ອອນໄລ - ວັນທີ 13 ເມສາ, ທີ່ທາງເປີດຮົ່ງຖ໊າຍ (ເມືອງອາເລື໊ອຍ, ນະຄອນເຫວ້), ຄ້າຍທະຫານຊາຍແດນແຂວງກວາງເຍິມ (ທະຫານຊາຍແດນນະຄອນເຫວ້) ໄດ້ສົມທົບກັບອຳນາດການປົກຄອງຕາແສງກວາງເຍິມ ຈັດຕັ້ງມາຢ້ຽມຢາມຖາມຂ່າວ, ອວຍພອນປີໃໝ່ ແລະມອບຂອງຂວັນໃຫ້ປະຊາຊົນບ້ານເຊຊາບ, ເມືອງກະລືມ, ແຂວງເຊກອງ (ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ) ເນື່ອງໃນໂອກາດບຸນປີໃໝ່ປີ 2025.
ບ້ານເຊຊາບ ແມ່ນບ່ອນດໍາລົງຊີວິດຂອງ 47 ຄອບຄົວ ດ້ວຍພົນລະເມືອງ 247 ຄົນ, ຕັ້ງຢູ່ຕິດກັບຊາຍແດນຫວຽດນາມ-ລາວ. ໃນໄລຍະຜ່ານມາ, ຄ້າຍທະຫານຊາຍແດນກວາງເຍິມ ໄດ້ຜັນຂະຫຍາຍຫຼາຍຮູບແບບ ແລະວຽກເຮັດທີ່ແທດຈິງຊ່ວຍໃຫ້ຊາວບ້ານເຊຊາບ ຫັນຊິວິດການເປັນຢູ່ໃຫ້ສະຖຽນລະພາບ ແລະພັດທະນາເສດຖະກິດ-ສັງຄົມ, ເພີ່ມພູນຄູນສ້າງນໍ້າໃຈສາມັກຄີ, ສະໜິດຕິດພັນລະຫວ່າງສອງຟາກຊາຍແດນ.
    |
 |
ມອບຂອງຂວັນໃຫ້ອໍານາດການປົກຄອງ ແລະປະຊາຊົນບ້ານເຊຊາບ. ພາບ: qdnd.vn |
ທີ່ການພົບປະ, ຄ້າຍທະຫານຊາຍແດນກວາງເຍິມ ແລະຕາແສງກວາງເຍິມ ໄດ້ສົ່ງຄຳອວຍພອນປີໃໝ່ ແລະມອບຂອງຂວັນ 50 ພູດໃຫ້ອໍານາດການປົກຄອງ ແລະປະຊາຊົນບ້ານເຊຊາບ.
    |
 |
ຄ້າຍທະຫານຊາຍແດນກວາງເຍິມ ໄປຢ້ຽມຢາມ ແລະມອບຂອງຂວັນໃຫ້ກອງຮ້ອຍທະຫານຊາຍແດນ 531 (ກອງບັນຊາການທະຫານແຂວງເຊກອງ, ລາວ). ພາບ: qdnd.vn |
ກໍ່ເນື່ອງໃນໂອກາດບຸນປີໃໝ່ 2025, ຄ້າຍທະຫານຊາຍແດນກວາງເຍິມ ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່ ແລະມອບຂອງຂວັນໃຫ້ກອງຮ້ອຍທະຫານຊາຍແດນ 531 (ກອງບັນຊາການທະຫານແຂວງເຊກອງ, ລາວ), ກອງຮ້ອຍທະຫານຊາຍແດນ 511 ແລະ 514 (ກອງບັນຊາການທະຫານແຂວງສາລະວັນ, ລາວ), ສະແດງໃຫ້ເຫັນນໍ້າໃຈສາມັກຄີສະໜິດຕິດພັນລະຫວ່າງກໍາລັງປ້ອງກັນຊາຍແດນສອງປະເທດ, ພ້ອມກັນສົມທົບກັນຮັກສາຄວາມໝັ້ນຄົງ ແລະຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ.
ໂດຍ: ທະນາພອນ