ນັກຂ່າວ: ຮຽນທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຂໍທ່ານໃຫ້ຮູ້ກ່ຽວກັບຈຸດປະສົງ, ຄວາມໝາຍຂອງງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີສອງ?

ທ່ານພົນໂທ ຮວ່າງຊວນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ: ຫວຽດນາມ ແລະລາວ ແມ່ນສອງປະເທດບ້ານໃກ້ເຮືອນຄຽງ, ມີການພົວພັນສະໜິດແໜ້ນ, ບໍລິສຸດຜຸດຜ່ອງ, ຫາຍາກໃນໂລກ, ໂດຍ ປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ ເປັນຜູ້ກໍ່ຕັ້ງ, ບັນດາການນໍາພັກ, ລັດ ແລະປະຊາຊົນສອງປະເທດ ຮຸ່ນຕ່າງໆ ໄດ້ເພີ່ມພູນຄູນສ້າງ. ພ້ອມກັບການພັດທະນາແບບຍືນຍົງຂອງການພົວພັນສອງປະເທດ, ການພົວພັນຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ລາວ ກໍໄດ້ຮັບການປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ, ກາຍເປັນໜຶ່ງໃນບັນດາເສົາຄໍ້າສໍາຄັນໃນການພົວພັນສອງປະເທດ.

leftcenterrightdel
ວັນທີ 12 ສິງຫາ 2024, ການນໍາກະຊວງປ້ອງກັນປະເທດສອງປະເທດຫວຽດນາມ ແລະລາວ ລົງສໍາຫຼວດ, ກວດກາວຽກງານກະກຽມຈັດຕັ້ງງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີສອງ ຢູ່ເຂດດ່ານຊາຍແດນ ລ໊ອງເສິບ, ເມືອງມົກເຈົາ, ແຂວງເຊີນລາ. ພາບ: ຫວູຮວ່າງ.

ໃນຊຸມປີຜ່ານມາ, ພາຍໃຕ້ການນໍາພາຂອງສອງພັກ, ສອງລັດ, ການປະສານສົມທົບຢ່າງແໜ້ນແຟ້ນ, ມີປະສິດທິຜົນຂອງບັນດາຄະນະ, ກະຊວງ, ຂະແໜງການ, ໂດຍສະເພາະແມ່ນຄະນະພັກ, ອໍານາດການປົກຄອງທ້ອງຖິ່ນ, ກໍາລັງປ້ອງກັນຊາຍແດນ ແລະປະຊາຊົນເຂດຊາຍແດນສອງປະເທດ ໄດ້ຮ່ວມແຮງຮ່ວມໃຈກໍ່ສ້າງເສັ້ນຊາຍແດນ ຫວຽດນາມ-ລາວ ສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ຮ່ວມມືພ້ອມກັນພັດທະນາ. ສະພາບຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມໃນທົ່ວເສັ້ນຊາຍແດນສອງປະເທດ ໂດຍພື້ນຖານແມ່ນມີສະຖຽນລະພາບ; ເສັ້ນຊາຍແດນ, ຫຼັກໝາຍຊາຍແດນ ໄດ້ຮັບການຄຸ້ມຄອງ, ປົກປັກຮັກສາ ເປັນຢ່າງດີ. ການຮ່ວມມືລະຫວ່າງບັນດາກໍາລັງປ້ອງກັນຊາຍແດນສອງປະເທດ ຍາມໃດກໍແມ່ນຈຸດພົ້ນເດັ່ນ, ປະກອບສ່ວນສໍາຄັນເຂົ້າໃນການປັບປຸງ ແລະເພີ່ມທະວີການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ. ສອງຝ່າຍ ໄດ້ສົມທົບກັນຢ່າງແໜ້ນແຟ້ນ, ຮັກສາການແລກປ່ຽນຂໍ້ມູນຂ່າວສານ, ການຮ່ວມມືຕໍ່ສູ້ ສະກັດກັ້ນ ແລະຕ້ານອາດຊະຍາກໍາຂ້າມຊາຍແດນ, ເປັນຕົ້ນແມ່ນອາດຊະຍາ ກໍາຢາເສບຕິດ, ການສໍ້ໂກງການຄ້າ, ການຄ້າເຖື່ອນ, ສະກັດກັ້ນການອົບພະຍົບເສລີ, ເຂົ້າ-ອອກເມືອງຜິດກົດໝາຍ; ໂຄສະນາເຜີຍແຜ່, ສຶກສາອົບຮົມໃຫ້ປະຊາຊົນເຂດຊາຍແດນປະຕິບັດສັນຍາຮ່ວມມືເຂດຊາຍແດນລະຫວ່າງສອງປະເທດ ເປັນຢ່າງດີ; ຍູ້ແຮງການພົບປະແລກປ່ຽນ, ແຮກສ່ຽວລະຫວ່າງບັນດາທ້ອງຖິ່ນ, ກົມກອງເຂດຊາຍແດນ, ສ້າງເງື່ອນໄຂໃຫ້ແກ່ປະຊາຊົນເຂດຊາຍແດນສອງປະເທດ ພັດທະນາເສດຖະກິດ ແລະດໍາລົງຊີວິດເປັນປົກກະຕິ. 

ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຂັ້ນລັດຖະມົນຕີກະຊວງປ້ອງກັນປະເທດລະຫວ່າງຫວຽດນາມ ກັບບັນດາປະເທດບ້ານໃກ້ເຮືອນຄຽງທີ່ມີຊາຍແດນທາງບົກຕິດຈອດກັນເວົ້າລວມ, ກັບລາວ ເວົ້າສະເພາະ ແມ່ນຮູບການຮ່ວມມືທີ່ ມີຫົວຄິດປະດິດສ້າງ, ມີລັກສະນະບຸກທະລຸ, ຊຸກຍູ້ການຮ່ວມມືການທູດຊາຍແດນ, ເພີີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ໂດຍຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຫວຽດນາມ ຖືເປັນສໍາຄັນພິເສດ, ສຸມໃສ່ນໍາພາ, ຊີ້ນໍາຈັດຕັ້ງປະຕິບັດ. ບັນດາການເຄື່ອນໄຫວພົບປະແລກປ່ຽນໄດ້ເຮັດໃຫ້ບັນດາຮູບການ, ກົນໄກຮ່ວມມື ທີ່ກະຊວງປ້ອງກັນປະເທດ, ບັນດາກົມກອງກອງທັບຂອງຫວຽດນາມ ແລະບັນດາປະເທດບ້ານໃກ້ເຮືອນຄຽງ ໄດ້ ແລະພວມຜັນຂະຫຍາຍມີປະສິດທິຜົນ ແລະອຸດົມສົມບູນຂຶ້ນຕື່ມ.

ຈາກຜົນສໍາເລັດຂອງງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີໜຶ່ງ ປີ 2021, ປີນີ້, ກະຊວງປ້ອງກັນປະເທດຫວຽດນາມ ຮ່ວມກັບກະຊວງປ້ອງກັນປະເທດລາວ ຈັດຕັ້ງງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຄັ້ງທີສອງ ແຕ່ວັນທີ 22 ຫາວັນທີ 23 ຕຸລາ ຢູ່ເມືອງມົກເຈົາ, ແຂວງເຊີນລາ ຂອງຫວຽດນາມ ແລະເມືອງສົບເບົາ, ແຂວງຫົວພັນ ຂອງລາວ. ນີ້ແມ່ນໂອກາດເພື່ອໃຫ້ສອງປະເທດ ສືບຕໍ່ຢັ້ງຢືນແຜນນະໂຍບາຍເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ເຊິ່ງໄດ້ກໍານົດວ່າແມ່ນເສົາຄໍ້າໜຶ່ງທີ່ສໍາຄັນຂອງການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ; ປະກອບສ່ວນໂດຍກົງເຂົ້າໃນການປັບປຸງການພົວພັນທີ່ສະໜິດແໜ້ນລະຫວ່າງສອງປະເທດ, ໂດຍສະເພາະແມ່ນລະຫວ່າງຄະນະພັກ, ອໍານາດການປົກຄອງທ້ອງຖິ່ນ, ປະຊາຊົນເຂດຊາຍແດນ, ພ້ອມທັງຍົກສູງຄວາມຮັບຜິດຊອບຂອງກໍາລັງປ້ອງກັນຊາຍແດນສອງປະເທດ ໃນການຮ່ວມແຮງຮ່ວມໃຈປະສານສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນກວ່າໃນການຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ຕໍ່ສູ້ ສະກັດກັ້ນ ແລະຕ້ານອາດຊະຍາກໍາ, ຊ່ວຍປະຊາຊົນ ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ກໍ່ສ້າງເສັ້ນຊາຍແດນ ຫວຽດນາມ-ລາວ ສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ຮ່ວມມື ແລະພ້ອມກັນພັດທະນາ.

ນັກຂ່າວ: ສະຫາຍ ຈົ່ງໃຫ້ຮູ້ຈຸດທີ່ພົ້ນເດັ່ນຂອງງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີສອງ?

ທ່ານພົນໂທ ຮວ່າງຊວນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ: ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີສອງໄດ້ຈັດຕັ້ງດ້ວຍການເຄື່ອນໄຫວທີ່ຫຼາກຫຼາຍ ແລະມີຄວາມໝາຍ ຄື: ເຄົາລົບຫຼັກໝາຍຊາຍແດນ ແລະແຕ້ມສີຫຼັກໝາຍຊາຍແດນ; ປູກຕົ້ນໄມ້ມິດຕະພາບ; ຢ້ຽມຊົມສວນດອກໄມ້ມິດຕະພາບນາຍທະຫານໜຸ່ມ ຫວຽດນາມ-ລາວ; ຢ້ຽມຢາມ, ມອບຂອງຂວັນໃຫ້ຄ້າຍທະຫານຊາຍແດນ ດ່ານຊາຍແດນ ລ໊ອງເສິບ, ໂຮງຮຽນປະຖົມ-ມັດທະຍົມຕອນຕົ້ນທີ່ຢູ່ສອງຟາກຊາຍແດນ; ເຂົ້າຮ່ວມພິທີເປີດນໍາໃຊ້ ໂຮງຮຽນ; ເລີ່ມລົງມືກໍ່ສ້າງສຳນັກງານກອງຮ້ອຍຊາຍແດນ 214/ລາວ ເຊິ່ງເປັນຂອງຂວັນຂອງກະຊວງປ້ອງກັນປະເທດຫວຽດນາມ; ຊົມການຝຶກຊ້ອມຮ່ວມໄລ່ຈັບອາດຊະຍາກໍາຂ້າມຊາຍແດນ; ເປັນສັກຂີພິຍານການລາດຕະເວນຮ່ວມລະຫວ່າງກໍາລັງປ້ອງກັນຊາຍແດນສອງປະເທດ; ພົບປະແລກປ່ຽນວຽກງານ ການເມືອງ ແລະນາຍທະຫານໜຸ່ມກອງທັບສອງປະເທດ... ສອງຝ່າຍ ຈະດໍາເນີນການພົບປະ ແລະລົງນາມເອກະສານຮ່ວມມືບາງສະບັບ, ເພື່ອເປັນພື້ນຖານສໍາຄັນໃນການຜັນຂະຫຍາຍປະສິດທິຜົນການພົວພັນຮ່ວມມືດ້ານປ້ອງກັນຊາດ ໃນໄລຍະຈະມາເຖິງ.

leftcenterrightdel
ພົນໂທ ຮວ່າງຊວນຈ໊ຽນ ກວດກາວຽກງານກະກຽມຈັດງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີສອງ ຢູ່ເຂດດ່ານຊາຍແດນ ລ໊ອງເສິບ, ເມືອງມົກເຈົາ, ແຂວງເຊີນລາ, ວັນທີ 30 ກັນຍາ 2024. ພາບ: ຫວູຮວ່າງ.

ໃນຂອບເຂດການພົບປະແລກປ່ຽນ, ບັນດາການເຄື່ອນໄຫວແທດຈິງ ທີ່ ການນໍາກະຊວງປ້ອງກັນປະເທດສອງປະເທດ ຍັງເອົາໃຈໃສ່ເປັນພິເສດ, ຄື: ຈັດຕັ້ງການກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນທີ່ຢູ່ສອງຟາກຊາຍແດນ 2.000 ກວ່າຄົນ; ສ້າງໃໝ່, ມອບອາຄານຮຽນ 3 ຊັ້ນ (12 ຫ້ອງ) ໃຫ້ໂຮງຮຽນເຄິ່ງກິນນອນປະຖົມ ແລະມັດທະຍົມຕອນຕົ້ນ ລ໊ອງເສິບ ພ້ອມດ້ວຍໂຕະ, ຕັ່ງ, ວັດຖຸອຸປະກອນ, ຄອມພິວເຕີໃຫ້ແກ່ຄູອາຈານ ແລະນັກຽນ ໄດ້ສິດສອນ, ຮໍ່າຮຽນ (ໂຕະຕັ່ງນັກຮຽນ 240 ຊຸດ, ໂຕະຕັ່ງອາຈານ 12 ຊຸດ, ຄອມພິວເຕີ 30 ຊຸດ, ໂຕະຕັ່ງຄອມພິວເຕີ 30 ຊຸດ); ມອບໂຕະຕັ່ງນັກຮຽນ 45 ຊຸດໃຫ້ໂຮງຮຽນປະຖົມ-ມັດທະຍົມຕອນຕົ້ນ ປາຮາງ ຂອງລາວ; ກໍ່ສ້າງຄ້າຍທະຫານ ກອງຮ້ອຍທະຫານຊາຍແດນ 214 ຂອງ ລາວ; ມອບທຶນການສຶກສາຈໍານວນ 100 ທຶນ ໃຫ້ນັກຮຽນທຸກຍາກ 100 ຄົນ; ມອບງົວແມ່ພັນ 60 ໂຕໃຫ້ຄອບຄົວປະສົບຄວາມຫຍຸ້ງຍາກທີ່ ຢູ່ສອງຟາກຊາຍແດນ; ກອງສິລະປະກອນກອງທັບສອງປະເທດ ສົມທົບກັນຈັດຕັ້ງ ການສະແດງສິລະປະຮັບໃຊ້ປະຊາຊົນ ກ່ອນທີ່ຈະຈັດງານພົບປະ...

ຈຸດພົ້ນເດັ່ນທີ່ສຸດຂອງການພົບປະແລກປ່ຽນ ໃນຄັ້ງນີ້ແມ່ນເປັນຄັ້ງທໍາອິດທີ່ສອງຝ່າຍໄດ້ສົມທົບກັນຈັດຕັ້ງການພົບປະແລກປ່ຽນວຽກງານການເມືອງ ແລະນາຍທະຫານໜຸ່ມ ກອງທັບສອງປະເທດ ດ້ວຍຫົວຂໍ້ “ຄວາມເຊື່ອໝັ້ນທີ່ສັດຊື່ບໍລິສຸດ” ດ້ວຍຮູບການໂອ້ລົມສົນທະນາ, ເວທີສະແດງ ແລະໄດ້ຖ່າຍທອດສົດໃນຊ່ອງ VTV1, ສະຖານີໂທລະພາບຫວຽດນາມ, ອອກອາກາດຕໍ່ໃນຊ່ອງໂທລະພາບປ້ອງກັນຊາດ ຫວຽດນາມ, ໂທລະພາບແຫ່ງຊາດ ລາວ ແລະໂທລະພາບບັນດາແຂວງຊາຍແດນ ຫວຽດນາມ-ລາວ. ລາຍການ ຈະສະຫຼັບກັນໄປລະຫວ່າງສາລະຄະດີກ່ຽວກັບປະຫວັດສາດ, ຄວາມສາມັກຄີມິດຕະພາບ, ຄວາມຜູກພັນລະຫວ່າງຫວຽດນາມ ແລະລາວ ໃນຕະຫຼອດວິວັດການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ທ້ອນໂຮມປະເທດຊາດ ເປັນເອກະພາບ, ກໍຄື ໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ ຂອງແຕ່ລະປະເທດ, ພ້ອມກັບການເຄື່ອນໄຫວພົບປະແລກປ່ຽນ, ແບ່ງປັນກ່ຽວກັບການພົວພັນຮ່ວມມື, ການສົມທົບກັນ, ຊ່ວຍເຫຼືອເຊິ່ງກັນ ແລະກັນໃນປັດຈຸບັນລະຫວ່າງການນໍາທ້ອງຖິ່ນ, ກອງທັບ, ນາຍທະຫານໜຸ່ມສອງປະເທດ...

ລາຍການ ຈະແມ່ນໂອກາດເພື່ອໃຫ້ນາຍທະຫານໜຸ່ມກອງທັບສອງປະເທດ ເພີ່ມທະວີການແລກປ່ຽນ, ແບ່ງປັນບົດຮຽນ, ມີຮູບການຕ່າງໆໃນການຮ່ວມມືດ້ານວຽກງານພັກ, ວຽກງານການເມືອງ; ພ້ອມທັງເປັນໂອກາດ ເພື່ອໃຫ້ປະຊາຊົນ, ໂດຍສະເພາະແມ່ນຄົນຮຸ່ນໜຸ່ມສອງປະເທດ, ກອງທັບສອງປະເທດ ເຂົ້າໃຈແຈ້ງກວ່າກ່ຽວກັບປະຫວັດສາດ, ກ່ຽວກັບການພົວພັນທີ່ສັດຊື່ບໍລິສຸດ, ສະໜິດຕິດພັນ, ໄມຕີຈິດມິດຕະພາບ, ຮ່ວມຊະຕາກໍາດຽວກັນລະຫວ່າງສອງພັກ, ສອງລັດ, ກອງທັບ ແລະປະຊາຊົນສອງປະເທດ, ກໍຄື ການຕັດສິນໃຈຮັກສາ, ເພີ່ມພູນຄູນສ້າງ, ພັດທະນາການພົວພັນທີ່ເປັນແບບຢ່າງ, “ໜຶ່ງບໍ່ມີສອງ” ນີ້, ເພື່ອພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ ຢູ່ແຕ່ລະປະເທດ, ປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ; ເຮັດໃຫ້ທຸກກົນອຸບາຍມ້າງເພ, ທໍາລາຍຂອງບັນດາອິດທິກໍາລັງປໍລະປັກ ເພື່ອຫວັງແບ່ງແຍກຄວາມສາມັກຄີລະຫວ່າງສອງປະເທດ, ສອງກອງທັບ ປະລາໄຊ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍການຕັດສິນໃຈ, ການຊີ້ນໍາຢ່າງໃກ້ຊິດຕິດແທດຂອງການນໍາກະຊວງປ້ອງກັນປະເທດສອງປະເທດ ພ້ອມກັບການກະກຽມຮອບດ້ານ, ມີຄວາມຮັບຜິດຊອບຂອງຄະນະພັກ, ອໍານາດການປົກຄອງທ້ອງຖິ່ນ ແລະບັນດາອົງການ, ກົມກອງຂອງສອງກະຊວງປ້ອງກັນປະເທດ, ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີສອງ ຈະປະສົບຜົນສໍາເລັດອັນຈົບງາມ, ສ້າງຄວາມປະທັບໃຈ, ສ້າງກໍາລັງແຮງແຜ່ຂະຫຍາຍຢ່າງເລິກເຊິ່ງກວ້າງຂວາງກ່ຽວກັບນໍ້າໃຈມິດຕະພາບ, ຄວາມສາມັກຄີພິເສດ, ຄວາມຜູກພັນ  ລະຫວ່າງກອງທັບ ແລະປະຊາຊົນສອງປະເທດ.

ນັກຂ່າວ: ຂໍຂອບໃຈທ່ານຮອງລັດຖະມົນຕີ!

ໂດຍ: ໄຊຊະນະ