ຊົມເຊີຍນັກສໍາມະນາກອນ 19 ຄົນເຊິ່ງແມ່ນພະນັກງານກໍາມະບານຫຼັກແຫຼ່ງນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະແຂວງຫຼວງພະບາງ ທີ່ໄດ້ສໍາເລັດຊຸດບໍາລຸງສ້າງດ້ວຍຜົນດີເລີດ 100%, ທ່ານນາງ ຫງວຽນທິຕວ໊ຽນ ຮອງເລຂາຜູ້ປະຈໍາການຄະນະພັກນະຄອນຮ່າໂນ້ຍ ຢືນຢັນວ່າ ສາຍພົວພັນທີ່ເປັນມູນເຊື້ອອັນດີງາມ, ຄວາມສະໜິດຕິດພັນຈົ່ງຮັກພັກດີ, ບໍລິສຸດຜຸດຜ່ອງລະຫວ່າງປະຊາຊົນສອງປະເທດ ຫວຽດນາມ-ລາວ ໂດຍທ່ານປະທານໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ ສ້າງພື້ນຖານ, ທຸ້ມເທເຫື່ອແຮງເພີ່ມພູນຄູນສ້າງ.

leftcenterrightdel
ບັນຍາກາດທີ່ພິທີປິດ. ພາບ: kinhtedothi.vn

ທ່ານນາງ ຫງວຽນທິຕວ໊ຽນ ໃຫ້ຮູ້ວ່າ ແຕ່ປີ 2009 ມາຮອດປະຈຸບັນ, ສະຫະພັນແຮງງານລະຫວ່າງນະຄອນຮ່າໂນ້ຍ ແລະນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງການບໍາລຸງສ້າງ, ຝຶກອົບຮົມດ້ານວິຊາການ 7 ຊຸດໃຫ້ພະນັກງານກວ່າ 170 ຄົນ. ຄະນະພັກນະຄອນຮ່າໂນ້ຍ ຮູ້ສຶກດີໃຈ, ຮັບຮູ້ ແລະຕີລາຄາສູງໝາກຜົນແຫ່ງການຮ່ວມມືອັນດີງາມລະຫວ່າງສະຫະພັນແຮງງານນະຄອນຮ່າໂນ້ຍ ກັບສະຫະພັນແຮງງານນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະແຂວງຫຼວງພະບາງ.

ໝາກຜົນທີ່ນັກສໍາມະນາກອນບັນລຸໄດ້ແມ່ນໜ້າພາກພູມໃຈ; ປະກອບສ່ວນປັບປຸງ, ເພີ່ມທະວີການພົວພັນມິດຕະພາບ, ຄວາມສາມັກຄີ, ການຮ່ວມມືແບບພິເສດ ຫວຽດນາມ-ລາວ ກໍ່ຄືການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງນະຄອນຫຼວງຮ່າໂນ້ຍ, ແຂວງວຽງຈັນ ແລະແຂວງຫຼວງພະບາງ.

ໂດຍ: ເຈິ່ນຮວ່ຽນ