leftcenterrightdel
ທ່ານ ຫງວຽນມິງຫວູ, ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເລືອງຫງວຽນມິງຈ໋ຽດ ເລຂາພັກແຂວງກວາງນາມ ໃຫ້ຮູ້ວ່າ: ກວາງນາມ ມີເສັ້ນຊາຍແດນຕິດກັບແຂວງເຊກອງ (ລາວ) ຍາວກວ່າ 157 ກິໂລແມັດ. ໃນຊຸມປີຜ່ານມາ, ການຄຸ້ມຄອງຊາຍແດນທາງບົກລ້ວນແຕ່ໄດ້ຮັບຄວາມເອົາໃຈໃສ່ຈາກທຸກຂັ້ນ, ຂະແໜງການ. ສອງແຂວງກວາງນາມ ແລະເຊກອງ ໄດ້ປະຕິບັດຮູບແບບ “ແຮກສ່ຽວບ້ານ-ບ້ານທີ່ຢູ່ສອງຟາກຊາຍແດນ” ຢ່າງມີປະສິດທິຜົນ.

ກວາງນາມ ສ້າງເງື່ອນໄຂສະດວກເພື່ອໃຫ້ປະຊາຊົນບັນດາບ້ານຊາຍແດນແຂວງເຊກອງ ເຂົ້າມາກວດ ແລະປິ່ນປົວພະຍາດຢູ່ໂຮງໝໍເມືອງ ໄຕຢາງ ແລະນາມຢາງ. ປະຊາກອນທີ່ດຳລົງຊີວິດຢູ່ເຂດຊາຍແດນຫວຽດນາມ - ລາວ ສ່ວນຫຼາຍແມ່ນຊົນເຜົ່າທີ່ມີປະຊາກອນໜ້ອຍ, ຄວາມໜາແໜ້ນຂອງປະຊາກອນແມ່ນຂ້ອນຂ້າງໜ້ອຍ. ມີປະຊາກອນພາກສ່ວນໜ້ອຍໜຶ່ງດຳລົງຊີວິດປູກຝັງແບບເຄື່ອນທີ່, ລະດັບການສຶກສາຫຼ້າຫຼັງ, ສະຕິຄວາມຮັບຮູ້ກ່ຽວກັບຊາຍແດນ ແລະຜືນແຜ່ນດິນຍັງບໍ່ທັນຈະແຈ້ງ. ສິ່ງດັ່ງກ່າວໄດ້ສ້າງຄວາມຫຍຸ້ງຍາກຫຼາຍໃຫ້ແກ່ການຄຸ້ມຄອງ ແລະປົກປັກຮັກສາຊາຍແດນ ເປັນຕົ້ນແມ່ນວຽກງານໂຄສະນາ, ສຶກສາ ແລະປຸກລະດົມຂົນຂວາຍ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ຫງວຽນມິງຫວູ ໃຫ້ຮູ້ວ່າ: ການປະຕິບັດສົນທິສັນຍາວ່າດ້ວຍການກຳນົດເສັ້ນຊາຍແດນແຫ່ງຊາດ ຫວຽດນາມ - ລາວ ປີ 1977, 2 ຝ່າຍໄດ້ສົມທົບກັນຂີດເສັ້ນປັກຫຼັກໝາຍຊາຍແດນຢູ່ທົ່ວເສັ້ນຊາຍແດນ. ເພື່ອຮັບຮູ້ໝາກຜົນດັ່ງກ່າວ, ຫວຽດນາມ ແລະລາວ ໄດ້ສົມທົບກັນຜັນຂະຫຍາຍກໍ່ສ້າງ ແລະເຊັນອະນຸສັນຍາກ່ຽວກັບເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນແຫ່ງຊາດ ຫວຽດນາມ - ລາວ ໃນວັນທີ 16 ມີນາ 2016; ສັນຍາວ່າດ້ວຍລະບຽບການຄຸ້ມຄອງຊາຍແດນ ແລະດ່ານຊາຍແດນທາງບົກລະຫວ່າງຫວຽດນາມ - ລາວ ເພື່ອທົດແທນສັນຍາວ່າດ້ວຍລະບຽບການຊາຍແດນແຫ່ງຊາດຫວຽດນາມ - ລາວ ທີ່ໄດ້ລົງນາມໃນວັນທີ 1 ມີນາ 1990 ແລະອະນຸສັນຍາວ່າດ້ວຍການປັບປຸງສັນຍາທີ່ໄດ້ລົງນາມໃນວັນທີ 31 ສິງຫາ 1997.

ຕາມທ່ານ ຫງວຽນມິງຫວູ ແລ້ວ, ບົນພື້ນຖານສັນຍາທີ່ໄດ້ລົງນາມແລ້ວ, 2 ຝ່າຍໄດ້ສ້າງຕັ້ງກົນໄກສອງຝ່າຍເພື່ອສົມທົບກັນຄຸ້ມຄອງຊາຍແດນ ແລະດ່ານຊາຍແດນແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ. ສິ່ງທີ່ເປັນໜ້າໃສ່ໃຈນັ້ນແມ່ນສອງຝ່າຍຮັກສາລະບອບລາດຕະເວນສອງຝ່າຍ, ເພີ່ມທະວີການສົມທົບກັນ, ແລກປ່ຽນຂໍ້ມູນຂ່າວສານລະຫວ່າງທຸກຂັ້ນ, ທຸກຂະແໜງການ ເພື່ອແກ້ໄຂບັນດາບັນຫາທີ່ເກີດຂຶ້ນ; ພົບເຫັນຫຼັກໝາຍທີ່ຖືກເປ່ເພ ຫຼື ເຂດທີ່ມີຄວາມສ່ຽງອາດຈະເກີດດິນເຈື່ອນສູງ, ລາຍງານ, ສະເໜີຂັ້ນທີ່ມີສິດອໍານາດມີມາດຕະການແກ້ໄຂທີ່ສອດຄ່ອງຢ່າງທັນການ. ສອງຝ່າຍສະກັດກັ້ນ ແລະແກ້ໄຂບັນດາກໍລະນີທີ່ມີການກະທໍາລະເມີດຊາຍແດນ, ຫຼັກໝາຍຊາຍແດນ, ລະເມີດກົດລະບຽບຊາຍແດນ. ທີ່ກອງປະຊຸມ, ຕາງໜ້າທະຫານຊາຍແດນ, ກົມນຳເຂົ້າ-ສົ່ງອອກ (ກະຊວງອຸດສາຫະກຳ ແລະການຄ້າ), ຄະນະໂຄສະນາສຶກສາສູນກາງ ແລະບັນດາທ້ອງຖິ່ນໄດ້ປະກອບຄຳເຫັນ ດ້ວຍການຍົກໃຫ້ເຫັນມາດຕະການຍົກສູງວຽກງານຄຸ້ມຄອງຊາຍແດນທາງບົກຫວຽດນາມ-ລາວ.

ໂດຍ: ໄຊນີດາ