ທີ່ການຕ້ອນຮັບ, ທ່ານພົນຈັດຕະວາ ດ່າມຊວນຕ໊ວນ ໄດ້ສະແດງຄວາມປິຕິຊົມຊື່ນ ແລະສົ່ງພອນໄຊອັນປະເສີດທີ່ສຸດເຖິງທ່ານພັນເອກ Ronald E.Gaboy ເນື່ອງໃນໂອກາດທີ່ທ່ານຮັບດໍາລົງຕໍາແໜ່ງທີ່ປຶກສາທູດປ້ອງກັນຊາດ ແລະກໍາລັງປະກອບອາວຸດຟິລິບປິນ ປະຈໍາ ຫວຽດນາມ. ທ່ານພົນຈັດຕະວາ ດ່າມຊວນຕ໊ວນ ເນັ້ນໜັກວ່າ, ໃນໄລຍະຜ່ານມາ, ໂດຍໄດ້ຮັບຄວາມເອົາໃຈໃສ່, ການສະໜັບສະໜູນຈາກຫ້ອງວ່າການທູດປ້ອງກັນຊາດຟິລິບປິນ ປະຈໍາ ຫວຽດນາມ ເວົ້າສະເພາະ, ສະຖານທູດຟິລິບປິນ ປະຈໍາ ຫວຽດນາມ ເວົ້າລວມ, ການພົວພັນຮ່ວມມືລະຫວ່າງຕໍາຫຼວດທະເລຫວຽດນາມ ແລະກໍາລັງປ້ອງກັນຝັ່ງທະເລຟິລິບປິນ ໄດ້ຮັບການພັດທະນາ ແລະມີເນື້ອແທ້ຢ່າງບໍ່ຢຸດຢັ້ງ.

leftcenterrightdel
ທ່ານພົນຈັດຕະວາ ດ່າມຊວນຕ໊ວນ ຮອງຜູ້ບັນຊາການຕໍາຫຼວດທະເລຫວຽດນາມ ແລກປ່ຽນພ້ອມກັບທ່ານພັນເອກ Ronald E.Gaboy, ທີ່ປຶກສາທູດປ້ອງກັນຊາດ ແລະກໍາລັງປະກອບອາວຸດຟິລິບປິນ ປະຈໍາ ຫວຽດນາມ. ພາບ: ບ໋າແທງ

ພົ້ນເດັ່ນແມ່ນສອງກໍາລັງໄດ້ລົງນາມຂໍ້ຕົກລົງວ່າດ້ວຍການສ້າງຕັ້ງກົນໄກໂທລະສັບສາຍດ່ວນເມື່ອເດືອນ ຕຸລາ 2011; ແລກປ່ຽນບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືທະເລລະຫວ່າງສອງຝ່າຍເມື່ອເດືອນ ມັງກອນ 2024; ຈັດຕັ້ງກອງປະຊຸມສອງຝ່າຍຄັ້ັ້ງທີໜຶ່ງລະຫວ່າງສອງກໍາລັງຢູ່ຮ່າໂນ້ຍເມື່ອ ເດືອນ ເມສາ 2024; ກໍາບັ່ນຕໍາຫຼວດທະເລ 8002 ຂອງຕໍາຫຼວດທະເລຫວຽດນາມ ຢ້ຽມຢາມນະຄອນຫຼວງ Manila (ຟິລິບປິນ) ເມື່ອເດືອນ ສິງຫາ 2024... ບັນດາລາຍການ ແລະການເຄື່ອນໄຫວລະອຽດທີ່ຍົກອອກມານັ້ນໄດ້ປະກອບສ່ວນປັບປຸງ ແລະເພີ່ມທະວີການພົວພັນຮ່ວມມືລະຫວ່າງຕໍາຫຼວດທະເລຫວຽດນາມ ແລະກໍາລັງປ້ອງກັນຝັ່ງທະເລຟິລິບປິນ ທັງລວງເລິກ ແລະລວງກວ້າງ, ແມ່ນພື້ນຖານເພື່ອໃຫ້ສອງຝ່າຍແລກປ່ຽນ, ແບ່ງປັນຂໍ້ມູນ, ໜູນຊ່ວຍເຊິ່ງກັນ ແລະກັນໃນບັນດາການເຄື່ອນໄຫວປະຕິບັດກົດໝາຍ ແລະຊອກຫາ, ກູ້ຊີບກູ້ໄພບົນທະເລອີງຕາມກົດໝາຍສາກົນ ແລະກົດໝາຍຂອງສອງປະເທດ.

ທ່ານພົນຈັດຕະວາ ດ່າມຊວນຕ໊ວນ ແລະທ່ານພັນເອກ Ronald E.Gaboy ເຫັນດີເປັນເອກະພາບນຳກັນວ່າ: ຄຽງຂ້າງການຮ່ວມມືສອງຝ່າຍ, ຕໍາຫຼວດທະເລຫວຽດນາມ ແລະກໍາລັງປ້ອງກັນຝັ່ງທະເລຟິລິບປິນ ຍັງແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຢູ່ຫຼາຍເວທີປາໄສ ແລະກົນໄກຫຼາຍຝ່າຍຄືສັນຍາພາກພື້ນກ່ຽວກັບການຕ້ານໂຈນສະຫຼັດ, ໂຈນ ປະກອບອາວຸດຕ້ານຄືນກໍາປັ່ນຢູ່ພາກພື້ນອາຊີ (ReCAAP), ກອງປະຊຸມບັນດາການນໍາຕໍາຫຼວດທະເລບັນດາປະເທດອາຊີ (HACGAM), ກອງປະຊຸມສຸດຍອດຕໍາຫຼວດທະເລທົ່ວໂລກ (CGGS)...

leftcenterrightdel
ສອງຝ່າຍມອບຂອງຂວັນທີ່ລະນຶກໃຫ້ກັນ. ພາບ: ບ໋າແທງ

ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານພັນເອກ Ronald E.Gaboy ຂອບໃຈການຕ້ອນຮັບຢ່າງລອບຄອບຂອງທ່ານຮອງຜູ້ບັນຊາການຕໍາຫຼວດຫວຽດນາມ, ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າໃນຖານະຕໍາແໜ່ງວຽກງານໃໝ່ຈະມານະຍາຍາມຮັກສາ ແລະເພີ່ມທະວີການເຮັດວຽກລະຫວ່າງຫ້ອງການທູດປ້ອງກັນຊາດຟິລິບປິນ ປະຈໍາ ຫວຽດນາມ ແລະກໍາລັງປ້ອງກັນຝັ່ງທະເລຟິລິບປິນ ກັບຕໍາຫຼວດທະເລຫວຽດນາມ; ປະກອບສ່ວນຊຸກຍູ້ການຮ່ວມມືປະຕິບັດກົດໝາຍບົນທະເລລະຫວ່າງສອງປະເທດໃນໄລຍະຈະມາເຖິງ, ພ້ອມກັນກໍ່ສ້າງເຂດທະເລໃຫ້ສະຫງົບ, ປອດໄພ ແລະວັດທະນາຖາວອນເພື່ອຜົນປະໂຫຍດລວມຂອງທຸກປະເທດ.

ໂດຍ: ດັ້ງເກື່ອງ