ໂດຍໄດ້ຮັບການມອບສິດຈາກການນໍາກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ, ທ່ານນາງພັນເອກພິເສດ ຫງວຽນທິທູຮ່ຽນ ຫົວໜ້າຄະນະແມ່ຍິງກອງທັບປະຊາຊົນຫວຽດນາມ ເປັນປະທານພິທີເປີດ.

ຊຸດຝຶກອົບຮົມດຳເນີນໃນໄລຍະ 1 ເດືອນ ແນໃສ່ບໍາລຸງຄວາມຮູ້, ທັກສະ, ພ້ອມທັງແລກປ່ຽນ, ແບ່ງປັນບົດຮຽນໃນການຈັດຕັ້ງປະຕິບັດວຽກງານແມ່ຍິງ ແລະຂະບວນການແມ່ຍິງໃນກອງທັບ, ເປັນຕົ້ນແມ່ນຢູ່ກົມກອງຮາກຖານໃຫ້ແກ່ພະນັກງານແມ່ຍິງ, ພະນັກງານຮັບຜິດຊອບວຽກງານແມ່ຍິງຂອງກອງທັບປະຊາຊົນລາວ. ຊຸດຝຶກອົບຮົມໄດ້ສຸມໃສ່ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງທິດສະດີກັບປະຕິບັດຕົວຈິງ, ໄປຢ້ຽມຢາມປູຊະນີຍະສະຖານປະຫວັດສາດປະຕິວັດ, ວັດທະນະທຳ, ທັດສະນີຍະພາບ... ຜ່ານນັ້ນປະກອບສ່ວນຍົກສູງລະດັບຄວາມຮູ້, ທັກສະວິຊາສະເພາະ ແລະຊ່ວຍໃຫ້ພະນັກງານແມ່ຍິງກອງທັບປະຊາຊົນລາວ ເຂົ້າໃຈກ່ຽວກັບປະເທດຊາດ, ຊາວຫວຽດນາມ ແລະກອງທັບປະຊາຊົນຫວຽດນາມ ຢ່າງເລິກເຊິ່ງກວ່າອີກ.

leftcenterrightdel
ບັນດາຜູ້ແທນທີ່ພິທີເປີດ. ພາບ: ຫ໋າຍເວິນ-ງອັກເຊີນ

ຜ່ານຊຸດຝຶກອົບຮົມ, ບັນດາຄຸນຄ່າທີ່ເປັນມູນເຊື້ອອັນດີງາມ ແລະອາລົມຈິດສະໜິດຕິດພັນລະຫວ່າງແມ່ຍິງກອງທັບ ຫວຽດນາມ-ລາວ ສືບຕໍ່ໄດ້ຮັບການສືບທອດ ແລະນັບມື້ນັບສະໜິດສະໜົມ ແລະເລິກເຊິ່ງກວ່າອີກ. ສິ່ງນັ້ນໄດ້ຢືນຢັນເຖິງຄຸນຄ່າຂອງສາຍພົວພັນແບບພິເສດ, ຈົ່ງຮັກພັກດີ, ບໍລິສຸດຜຸດຜ່ອງໂດຍປະທານໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ, ການນຳລຸ້ນຕ່າງໆຂອງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ຫວຽດນາມ-ລາວ ທຸ້ມເທເຫື່ອແຮງເພີ່ມພູນຄູນສ້າງ, ຜ່ານຜ່າຄວາມຫຍຸ້ງຍາກ, ລໍາບາກ, ສິ່ງທ້າທາຍນາໆປະການ, ຍັງສະເໝີຕົ້ນສະເໝີປາຍ, ກາຍເປັນກຳລັງແຮງ ແລະນັບມື້ນັບພັດທະນາ, ຄືຄໍາຢືນຢັນຂອງປະທານໂຮ່ຈີມິນ ທີ່ວ່າ: “ສອງຊາດ ຫວຽດ-ລາວ ຝັງຄວາມຮັກຢູ່ໃນໃຈ, ຮົ່ງຮ່າທັງແມ່ຂອງບໍ່ເລິກປູນປານໄດ້”.

ໂດຍ: ເຈິ່ນຮວ່ຽນ