ແນໃສ່ໜູນຊ່ວຍລາວ ປະຕິບັດສຳເລັດໜ້າທີ່ໃນການຮັບໃຊ້ກອງປະຊຸມ, ແຕ່ທຳອິດ, ຄະນະການນໍາບໍລິສັດໃຫຍ່ທ່າອາກາດສະຍານຫວຽດນາມ (ACV) ໄດ້ຊີ້ນຳບັນດາຄະນະທີ່ກ່ຽວຂ້ອງ ສົມທົບກັນກວດກາຄືນບັນດາອຸປະກອນ, ພາຫະນະຮັບໃຊ້ເທິງໜ້າດິນ ແລະບຸກຄະລາກອນເຄື່ອນໄຫວຂຸດຄົ້ນຈາກທ່າອາກາດສະຍານ ແລະໜ່ວຍງານທີ່ກ່ຽວຂ້ອງເພື່ອແນໃສ່ຕີລາຄາຄວາມສາມາດຕອບສະໜອງການໜູນຊ່ວຍແຕ່ຍັງຮັບປະກັນສະຖຽນລະພາບການເຄື່ອນໄຫວຂຸດຄົ້ນຢູ່ໃນຫົວໜ່ວຍ, ປະຕິບັດຖືກຕາມຂໍ້ກຳນົດຂອງລັດ.

leftcenterrightdel
ການນໍາກົມການບິນພົນລະເຮືອນລາວ ຕີລາຄາສູງຕໍ່ການໜູນຊ່ວຍຂອງ ACV ຮັບໃຊ້ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45. ພາບ: qdnd.vn

ຕີລາຄາສູງກໍາລັງຄວາມສາມາດການເຄື່ອນໄຫວ, ບົດຮຽນບໍ່ພຽງແຕ່ໃນຂະແໜງການບິນເທົ່ານັ້ນ ຫາກຍັງໃນຂົງເຂດອື່ນໆ ບົນພື້ນຖານສາຍພົວພັນສາມັກຄີແບບພິເສດ ແລະມູນເຊື້ອແຫ່ງການສົມທົບ, ໜູນຊ່ວຍເຊິ່ງກັນ ແລະກັນລະຫວ່າງສອງປະເທດໃນຫຼາຍປີຜ່ານມາ; ທ່ານ ວຽງໄຊ ສິງຄຳ, ຫົວໜ້າກົມການບິນພົນລະເຮືອນລາວ ໄດ້ສົ່ງຄຳຂອບໃຈມາຍັງ ACV ທີ່ໄດ້ສົມທົບກັນໜູນຊ່ວຍລາວ ໃນການຮັບປະກັນວຽກງານຈັດຕັ້ງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45.

ຜົນສຳເລັດຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ອີກຄັ້ງໜຶ່ງ ໄດ້ສະແດງໃຫ້ເຫັນສາຍພົວພັນມິດຕະພາບ, ຄວາມສາມັກຄີ, ການສະໜັບສະໜູນເຊິ່ງກັນ ແລະກັນລະຫວ່າງຫວຽດນາມ ແລະລາວ, ປະກອບສ່ວນຍົກສູງທີ່ຕັ້ງຂອງສອງປະເທດໃນປະຊາຄົມສາກົນເວົ້າລວມ, ນຳມາເຊິ່ງຜົນປະໂຫຍດຫຼາຍຢ່າງ. ພ້ອມທັງກໍ່ເປັນການແບ່ງປັນປະສົບການໃນການຂຸດຄົ້ນ, ຮ່ວມມືພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະໜູນຊ່ວຍກັນພັດທະນາແບບຍືນຍົງຢູ່ທ່າອາກາດສະຍານທັງຂອງຫວຽດນາມ ແລະລາວ.

ໂດຍ: ຈາງຫງວຽນ