ທີ່ການພົບປະ, ທ່ານນາງ ຫງວຽນແທັງຫາຍ ໄດ້ແບ່ງປັນ ແລະແລກປ່ຽນກັບຝ່າຍເພື່ອນກ່ຽວກັບທີ່ຕັ້ງ, ສິດ, ພາລະບົດບາດ, ໜ້າທີ່, ໂຄງປະກອບຂອງຄະນະວຽກງານສະມາຊິກສະພາແຫ່ງຊາດ ຂຶ້ນກັບຄະນະປະຈຳສະພາແຫ່ງຊາດຫວຽດນາມ. ນີ້ແມ່ນອົງການວິຊາສະເພາະທີ່ມີພາລະບົດບາດ, ໜ້າທີ່ເປັນເສນາທິການ, ຊ່ວຍຄະນະປະຈຳສະພາແຫ່ງຊາດ ກ່ຽວກັບວຽກງານສະມາຊິກສະພາແຫ່ງຊາດ, ວຽກງານຈັດຕັ້ງພະນັກງານຂອງສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ຄະນະຜູ້ແທນສະມາຊິກສະພາແຫ່ງຊາດ; ລະບອບນະໂຍບາຍຂອງສະມາຊິກສະພາແຫ່ງຊາດ ທັງຢູ່ຂັ້ນສູນກາງ ແລະທ້ອງຖິ່ນ; ວຽກງານແຂ່ງຂັນຍ້ອງຍໍຊົມເຊີຍໃຫ້ສະມາຊິກສະພາແຫ່ງຊາດ ແລະຮັບຜິດຊອບກ່ຽວກັບສະພາປະຊາຊົນຈາກຂັ້ນທ້ອງຖິ່ນຈົນຮອດຂັ້ນແຂວງ.

leftcenterrightdel
 
leftcenterrightdel
ທ່ານນາງ ຫງວຽນແທັງຫາຍ ຫົວໜ້າຄະນະວຽກງານສະມາຊິກສະພາແຫ່ງຊາດຫວຽດນາມ ພົບປະກັບທ່ານ ສຸບັນ ສະວະບຸດ, ປະທານກໍາມາທິການວຽກງານສະມາຊິກສະພາແຫ່ງຊາດລາວ. ພາບ: qdnd.vn

ກ່ຽວກັບການເຄື່ອນໄຫວສົມທົບກັນລະຫວ່າງສອງຝ່າຍ, ທ່ານນາງ ຫງວຽນແທັງຫາຍ ຢືນຢັນວ່າ ຈະເພີ່ມທະວີການພົບປະແລກປ່ຽນ ແລະແບ່ງປັນບົດຮຽນກ່ຽວກັບພາລະບົດບາດ, ໜ້າທີ່, ໂຄງປະກອບການຈັດຕັ້ງຂອງຄະນະວຽກງານສະມາຊິກສະພາແຫ່ງຊາດ ຂຶ້ນກັບຄະນະປະຈຳສະພາແຫ່ງຊາດຫວຽດນາມ ກັບຄະນະກໍາມາທິການວຽກງານສະມາຊິກສະພາແຫ່ງຊາດລາວ.

ສອງຝ່າຍໄດ້ຕີລາຄາໝາກຜົນການຮ່ວມມືໃນໄລຍະຜ່ານມາ ແລະປຶກສາຫາລືກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ; ໂດຍຢືນຢັນວ່າຈະສືບຕໍ່ເອົົາໃຈໃສ່ຊຸກຍູ້ການພົວພັນລະຫວ່າງສະພາແຫ່ງຊາດສອງປະເທດເວົ້າລວມ, ຄະນະວຽກງານສະມາຊິກສະພາແຫ່ງຊາດ ຂຶ້ນກັບຄະນະປະຈຳສະພາແຫ່ງຊາດຫວຽດນາມ ກັບຄະນະກໍາມາທິການວຽກງານສະມາຊິກສະພາແຫ່ງຊາດລາວ ເວົ້າສະເພາະໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ຜ່ານການພົບປະແລກປ່ຽນຄະນະຜູ້ແທນ, ຜັນຂະຫຍາຍການເຄື່ອນໄຫວຮ່ວມມືໃນການບໍາລຸງສ້າງສະມາຊິກສະພາແຫ່ງຊາດ, ວຽກງານພະນັກງານຂອງສະພາແຫ່ງຊາດ...

ໂດຍ: ທູຈາງ