ທີ່ການພົບປະສອງຝ່າຍ, ບັນດາຜູ້ແທນໄດ້ຮັບຟັງການຕີລາຄາໂດຍສັງເຂບ ກ່ຽວກັບສະພາບການເສດຖະກິດ, ສັງຄົມ, ຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເສັ້ນຊາຍແດນລະຫວ່າງເມືອງດ້ຽນບຽນ ແລະເມືອງໃໝ່ ໃນປີ 2024. ລະອຽດ, ສະພາບຄວາມໝັ້ນຄົງດ້ານການເມືອງຢູ່ເມືອງດ້ຽນບຽນ ໄດ້ຮັບການຮັກສາເປັນປົກກະຕິ, ບໍ່ເກີດກໍລະນີລະເມີດການປູກຝັງ, ບຽດຍືດທີ່ດິນ; ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໄດ້ຮັບການຮັບປະກັນ, ອາດຊະຍາກຳ ແລະການລະເມີດກົດໝາຍສືບຕໍ່ໄດ້ຮັບການຄວບຄຸມ.

leftcenterrightdel
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: ສໍານັກຂ່າວສານຫວຽດນາມ

ຕຳຫຼວດເມືອງດ້ຽນບຽນ ແລະກໍາລັງປ້ອງກັນຄວາມສະຫງົບເມືອງໃໝ່ໄດ້ເຫັນດີເປັນເອກະພາບຕໍ່ການລົງນາມສືບຕໍ່ເພີ່ມທະວີການສົມທົບກັນຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເສັ້ນຊາຍແດນ ແນໃສ່ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ຕໍ່ສູ້ຕ້ານກົນອຸບາຍ, ເລ່ລ່ຽມຂອງອິດທິກຳລັງເປັນປໍລະປັກ ແລະອາດຊະຍາກໍາຢ່າງມີປະສິດທິຜົນ, ຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເສັ້ນຊາຍແດນຂອງສອງເມືອງ. ສອງຝ່າຍເປັນເຈົ້າການກໍາແໜ້ນສະພາບການ, ແຈ້ງໃຫ້ກັນຮັບຊາບ ແລະແລກປ່ຽນຂໍ້ມູນຂ່າວສານກ່ຽວກັບຄວາມໝັ້ນຄົງ ແລະຄວາມເປັນລະບຽບຮຽບຮ້ອຍຢ່າງທັນການ. ພ້ອມທັງ, ເພີ່ມທະວີການໂຄສະນາ, ຂົນຂວາຍ, ສຶກສາອົບຮົມດ້ານກົດໝາຍ, ສົມທົບກັນຄຸ້ມຄອງການເຂົ້າອອກເມືອງຢ່າງມີປະສິດທິຜົນ; ຊີ້ນຳ, ຮ່ວມມືໃນການສືບສວນ, ຜັນຂະຫຍາຍແຜນການຕໍ່ສູ້, ສະກັດກັ້ນ, ຕ້ານການເຄື່ອນໄຫວແຍກຕົວອອກປົກຄອງດ້ວຍຕົນເອງ...

leftcenterrightdel
ຕຳຫຼວດເມືອງດ້ຽນບຽນ (ແຂວງດ້ຽນບຽນ)  ແລະກໍາລັງປ້ອງກັນຄວາມສະຫງົບເມືອງໃໝ່, ແຂວງ ຜົ້ງສາລີ (ລາວ) ລົງນາມໃນບົດບັດທຶກທີ່ການພົບປະສອງຝ່າຍ. ພາບ: ສໍານັກຂ່າວສານຫວຽດນາມ

ການພົບປະສອງຝ່າຍແມ່ນການເຄື່ອນໄຫວທີ່ແທດຈິງ ເພື່ອແນໃສ່ປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈມິດຕະພາບແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຫວຽດນາມ - ລາວ, ໃນນັ້ນ ມີເມືອງດ້ຽນບຽນ ແລະເມືອງໃໝ່. ຜ່ານນັ້ນ ນຳການພົວພັນຮ່ວມມືທີ່ສະໜິດສະໜົມລະຫວ່າງສອງເມືອງໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ບັນລຸໄດ້ບັນດາໝາກຜົນທີ່ມີຄວາມໝາຍ, ເຮັດໃຫ້ນໍ້າໃຈມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງຫວຽດນາມ - ລາວ ເລິກເຊິ່ງຂຶ້ນຕື່ມ.

ໂດຍ: ທູຈາງ