ທີ່ການເຮັດວຽກ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບການລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງຄະນະກຳມາທິການວັດທະນະທຳ ແລະການສຶກສາຂອງສະພາແຫ່ງຊາດຫວຽດນາມ ກັບຄະນະກຳມາທິການວັດທະນະທຳ-ສັງຄົມ ຂອງສະພາແຫ່ງຊາດລາວ; ປຶກສາຫາລື ແລະແລກປ່ຽນບົດຮຽນປະສົບການໃນການຕິດຕາມກວດກາການຜັນຂະຫຍາຍປະຕິບັດຂໍ້ຕົກລົງການຮ່ວມມືທີ່ໄດ້ລົງນາມລະຫວ່າງສອງປະເທດຕາມບັນດາຂົງເຂດທີ່ສອງຄະນະກຳມາທິການຮັບຜິດຊອບ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: toquoc.vn

ທ່ານ ຫງວຽນດັກວິງ ຢືນຢັນວ່າ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນປະສົບການດ້ານນິຕິບັນຍັດ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານກັບຄະນະກຳມາທິການວັດທະນະທຳ-ສັງຄົມ ຂອງສະພາແຫ່ງຊາດລາວ, ເປັນຕົ້ນແມ່ນແບ່ງປັນຂໍ້ມູນຂ່າວສານໃນຂົງເຂດວັດທະນະທຳ-ການສຶກສາ ໃນວິວັດດໍາເນີນການປັບປຸງລັດຖະທໍາມະນູນຂອງສະພາແຫ່ງຊາດລາວ.

ສອງຝ່າຍເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນໃນການເຂົ້າຮ່ວມການຕິດຕາມກວດກາການປະຕິບັດບັນດາຂໍ້ຕົກລົງ, ລາຍການ, ໂຄງການທີ່ສອງປະເທດໄດ້ລົງນາມ, ໃນນັ້ນມີບາງໂຄງການວັດທະນະທໍາ ທີ່ພວມຜັນຂະຫຍາຍຢູ່ລາວ ເພື່ອແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດຢ່າງທັນການ, ຮັບປະກັນການຜັນຂະຫຍາຍຢ່າງວ່ອງໄວ ແລະມີປະສິດທິຜົນ.

ໂດຍ: ທູຈາງ