leftcenterrightdel
ທ່ານ ພອນສີ ບຸນມີໄຊ ຫົວໜ້າກົງສູນໃຫຍ່ລາວ ປະຈຳ ນະຄອນໂຮ່ຈີມິນ ມອບຂອງຂວັນເປັນທີ່ລະນຶກໃຫ້ທ່ານ ຟ້າມທ້ຽນເຫງ້ຍ ປະທານຄະນະກຳມະການປະຊາຊົນແຂວງດົ່ງທາບ. ພາບ: baodongthap.vn

ທີ່ການຕ້ອນຮັບ, ທ່ານ ຟ້າມທ້ຽນເຫງ້ຍ ໄດ້ຊົມເຊີຍທ່ານ ພອນສີ ບຸນມີໄຊ ທີ່ໄດ້ຮັບໜ້າທີ່ປະຕິບັດງານຢູ່ນະຄອນໂຮ່ຈີມິນ. ພ້ອມທັງຫວັງວ່າ ດ້ວຍບົດບາດ ແລະໜ້າທີ່ທີ່ໄດ້ຮັບມອບໝາຍນັ້ນ, ທ່ານ ພອນສີ ບຸນມີໄຊ ຈະເປັນຂົວຕໍ່ລະຫວ່າງແຂວງດົ່ງທາບ ກັບບັນດາແຂວງຂອງປະເທດລາວ ໃນການແລກປ່ຽນ, ຮ່ວມມື ແລະພັດທະນາເສດຖະກິດ-ສັງຄົມ. ທ່ານ ຟ້າມທ້ຽນເຫງ້ຍ ກໍ່ໄດ້ແນະນຳກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ, ຄວາມສາມາດບົ່ມຊ້ອນ, ທ່າແຮງ ແລະບັນດາໂຄງການຈຸດສຸມຂອງແຂວງໃນໄລຍະຈະມາເຖິງ. ພ້ອມທັງຫວັງວ່າ ສະຖານກົງສູນໃຫຍ່ລາວ ປະຈຳ ນະຄອນໂຮ່ຈີມິນ ຈະສືບຕໍ່ໜູນຊ່ວຍແຂວງດົ່ງທາບ ແລະບັນດາແຂວງຂອງລາວ ກໍ່ຄືອົງການຈັດຕັ້ງ, ວິສາຫະກິດລະຫວ່າງສອງຝ່າຍມີໂອກາດຮ່ວມມືເພື່ອພ້ອມກັນພັດທະນາ.

leftcenterrightdel
ຜູ້ແທນຖ່າຍຮູບລວມ. ພາບ: baodongthap.vn

ສ່ວນທ່ານ ພອນສີ ບຸນມີໄຊ ກໍ່ໄດ້ຂອບໃຈຕໍ່ຄວາມເອົາໃຈໃສ່, ການໜູນຊ່ວຍຂອງແຂວງດົ່ງທາບ ໃຫ້ແກ່ແຂວງສາລະວັນ ແລະຈໍາປາສັກ ໃນການຮ່ວມມື, ຖອດຖອນບົດຮຽນເຊິ່ງກັນ ແລະກັນ. ພ້ອມທັງຢືນຢັນຈະສ້າງເງື່ອນໄຂສະດວກເພື່ອແຂວງດົ່ງທາບ ພັດທະນາສາຍພົວພັນກັບບັນດາທ້ອງຖິ່ນຂອງລາວ, ປະກອບສ່ວນຮັດແໜ້ນນໍ້າໃຈມິດຕະພາບ ແລະຄວາມສາມັກຄີແບບພິເສດລະຫວ່າງສອງປະເທດ.

ທ່ານ ພອນສີ ບຸນມີໄຊ ແບ່ງປັນວ່າ ປີ 2024 ແມ່ນປີທ່ອງທ່ຽວແຫ່ງຊາດຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະຫວັງວ່າ ການນຳແຂວງດົງທາບ ຈະມາຢ້ຽມຢາມລາວ ເພື່ອສືບຕໍ່ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ນໍ້າໃຈສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ...

ໂດຍ: ເຈິ່ນຮວ່ຽນ