ນີ້ແມ່ນໜຶ່ງໃນບັນດາໂຄງການທີ່ນຳໃຊ້ທຶນຊ່ວຍເຫຼືອລ້າຂອງລັດຖະບານຫວຽດນາມ ມອບໃຫ້ ລາວ, ຄະນະກຳມະການປະຊາຊົນແຂວງ ຮ່າຕິງ ໄດ້ຮັບການມອບໝາຍເປັນເຈົ້າຂອງໂຄງການສົມທົບກັບແຂວງ ຄຳມ່ວນ ແລະກະຊວງກະສິກຳ ແລະປ່າໄມ້ລາວ ຈັດຕັ້ງປະຕິບັດ.

leftcenterrightdel
ພິທີເປີດນຳໃຊ້ລະບົບຊົນລະປະທານເມືອງ ໜອງບົກ, ແຂວງ ຄຳມ່ວນ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນນະທີ່ນີ້, ທ່ານ ຫວໍຈ້ອງຫາຍ, ປະທານຄະນະກຳມະການປະຊາຊົນແຂວງ ຮ່າຕິງ, ໃຫ້ຮູ້ວ່າ ກິດຈະກຳທີ່ມີຄວາມໝາຍນີ້ແມ່ນ ເພື່ອແນໃສ່ຮັບໃຊ້ໃຫ້ຂະແໜງກະສິກຳຂອງເມືອງ ໜອງບົກ ເວົ້າສະເພາະ, ແຂວງ ຄຳມ່ວນ ເວົ້າລວມຜ່ານນັ້ນກໍ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນຫຼາຍກວ່າອີກ. ໂຄງການຈະຊ່ວຍຮັບໃຊ້ລະບົບນ້ຳໃຫ້ເນື້ອທີ່ນາ 500 ເຮັກຕາ ຂອງ 4 ບ້ານໃນເມືອງໜອງບົກ, ແຂວງ ຄຳມ່ວນ.

ກ່ອນໜ້ານັ້ນ, ຄະນະປະຕິບັດງານຂອງແຂວງ ຮ່າຕິງ ໂດຍທ່ານ ຫວໍຈ້ອງຫາຍ ປະທານຄະນະກຳມະການປະຊາຊົນແຂວງຮ່າຕິ້ງ ນຳໜ້າໄດ້ເຂົ້າຢ້ຽມຂ່ຳນັບ ແລະມີການເຮັດວຽກກັບການນຳແຂວງຄຳມ່ວນ, ແລະມອບເງິນຊ່ວຍເຫຼືອ 1 ຕື້ດົ່ງ ໃຫ້ແກ່ແຂວງ ຄຳມ່ວນ; ໄປຖະຫວາຍທູບທຽນຢູ່ເຂດອະນຸສາວະລີປະທານ ໂຮ່ຈີມິນ ຢູ່ບ້ານຊຽງຫວາງ, ເມືອງ ໜອງບົກ, ແຂວງ ຄຳມ່ວນ.

ໂດຍ: ກວຽດເຕິມ