ທີ່ການເຮັດວຽກ, ທ່ານ ທອງສະຫວັນ ໂພສະຫຼາດ, ຫົວໜ້າພະແນກຖະແຫຼ່ງຂ່າວ, ວັດທະນະທຳ ແລະທ່ອງທ່ຽວແຂວງໄຊສົມບູນ ໄດ້ແຈ້ງໃຫ້ຮູ້ວ່າ: ຄະນະກຳມະການຮ່ວມມືລາວ - ຫວຽດນາມ ໄດ້ເຊັນອະນຸມັດໂຄງການກໍ່ສ້າງສະຖານີວິທະຍຸ ແລະໂທລະພາບແຂວງໄຊສົມບູນ. ດ້ວຍຍອດມູນຄ່າ 118 ຕື້ດົ່ງ, ໃນນັ້ນ ທຶນຊ່ວຍເຫຼືອຂອງລັດຖະບານຫວຽດນາມ 115 ຕື້ດົ່ງ ແລະທຶນສົມທົບຂອງລັດຖະບານລາວ 3 ຕື້ດົ່ງ. ໃນເດືອນມັງກອນ 2024, ໂຄງການດັ່ງກ່າວໄດ້ກໍ່ສ້າງສໍາເລັດ ແລະເປີດນໍາໃຊ້.

leftcenterrightdel
ສະຖານີວິທະຍຸ ແລະໂທລະພາບແຂວງໄຊສົມບູນ. ພາບ: ຕ໊ວນມິງ

ໃນໄລຍະທຳອິດຂອງການຈັດທຳລາຍການ, ສະຖານີວິທະຍຸກະຈາຍສຽງ ແລະໂທລະພາບແຂວງໄຊສົມບູນ ປະສົບກັບຄວາມຫຍຸ້ງຍາກຫຼາຍຍ້ອນຂາດແຄນນັກຂ່າວ, ບັນນາທິການ ແລະນັກເຕັກນິກ; ຂາດພະນັກງານເຕັກນິກທີ່ມີຄວາມຮູ້ຢ່າງເລິກເຊິ່ງກ່ຽວກັບເຕັກໂນໂລຢີ ເພື່ອນຳໃຊ້ ແລະຂຸດຄົ້ນອຸປະກອນທີ່ໄດ້ຮັບການລົງທຶນ.

leftcenterrightdel
ຜູ້ແທນສະຖານີວິທະຍຸກະຈາຍສຽງ ແລະໂທລະພາບສອງແຂວງແລກປ່ຽນບົດຮຽນປະສົບການນຳກັນ. ພາບ: ຕ໊ວນມິງ

ຕາງໜ້າຄະນະປະຕິບັດງານ, ທ່ານ ຫງວຽນຢາງນາມ, ຮອງຫົວໜ້າສະຖານີວິທະຍຸກະຈາຍສຽງ ແລະໂທລະພາບແຂວງບັກຢາງ ໄດ້ແບ່ງປັນກັບເພື່ອນຮ່ວມອາຊີບແຂວງໄຊສົມບູນ ກ່ຽວກັບຄວາມຫຍຸ້ງຍາກເບື້ອງຕົ້ນໃນການເຄື່ອນໄຫວວິຊາການ, ວິຊາສະເພາະ, ເປັນຕົ້ນແມ່ນຊັບພະຍາກອນມະນຸດ.

ດ້ວຍ 47 ປີແຫ່ງການກໍ່ສ້າງ ແລະພັດທະນາ, ດ້ວຍຖັນແຖວນັກຂ່າວ, ບັນນາທິການ, ນັກເຕັກນິກ, ໂຄສົກທີ່ມີປະສົບການ ແລະມີລະດັບວິຊາສະເພາະ, ສະຖານີວິທະຍຸກະຈາຍສຽງ ແລະໂທລະພາບແຂວງບັກຢາງ ພ້ອມແລ້ວທີ່ຈະແບ່ງປັນ ແລະໜູນຊ່ວຍສະຖານີວິທະຍຸກະຈາຍສຽງ ແລະໂທລະພາບແຂວງໄຊສົມບູນ ກ່ຽວກັບວິຊາສະເພາະ, ບໍາລຸງສ້າງພະນັກງານ, ການຈັດທຳ, ຜະລິດບັນດາລາຍການ, ສໍາເລັດໜ້າທີ່ການເມືອງທ່ີການນໍາ 2 ແຂວງບັກຢາງ ແລະໄຊສົມບູນມອບໝາຍໃຫ້.

leftcenterrightdel
ຄະນະປະຕິບັດງານຢ້ຽມຢາມຫ້ອງຜະລິດລາຍການຂອງສະຖານີວິທະຍຸກະຈາຍສຽງ ແລະໂທລະພາບແຂວງໄຊສົມບູນ. ພາບ: ຕ໊ວນມິງ

ການປະຕິບັດງານຄັ້ງນີ້, ຄະນະດໍາເນີນການສໍາຫຼວດ, ກໍາແໜ້ນສະພາບຕົວຈິງ, ຄວາມຕ້ອງການໜູນຊ່ວຍດ້ານວິຊາການ, ວິຊາສະເພາະກະຈາຍສຽງ ແລະໂທລະພາບຂອງແຂວງໄຊສົມບູນເພື່ອມີມາດຕະການໜູນຊ່ວຍລະອຽດໃນໄລຍະຈະມາເຖິງ.

ດ້ວຍຫົວຂໍ້ “ຄວາມສາມັກຄີບັກຢາງ-ໄຊສົມບູນ”, ເນື່ອງໃນໂອກາດນີ້, ຄະນະປະຕິບັດງານສະຖານີວິທະຍຸກະຈາຍສຽງ ແລະໂທລະພາບແຂວງບັກຢາງ ເຮັດບົດສາລະຄະດີກ່ຽວກັບໝາກຜົນ 3 ປີແຫ່ງການປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງແຂວງບັກຢາງ ແລະແຂວງໄຊສົມບູນ.

leftcenterrightdel
ການນໍາສະຖານີວິທະຍຸກະຈາຍສຽງ-ໂທລະພາບແຂວງບັກຢາງ ມອບຂອງຂວັນໃຫ້ສະຖານີວິທະຍຸກະຈາຍສຽງ ແລະໂທລະພາບແຂວງໄຊສົມບູນ. ພາບ: ຕ໊ວນມິງ

ເນື່ອງໃນໂອກາດນີ້, ຄະນະປະຕິບັດງານສະຖານີວິທະຍຸກະຈາຍສຽງ ແລະໂທລະພາບແຂວງບັກຢາງ ມອບຄອມພິວເຕີຮັບໃຊ້ວຽກງານ; ມອບຂອງຂວັນທີ່ລະນຶກ ແລະບາງຜະລິດຕະພັນ OCOP ພົ້ນເດັ່ນຂອງແຂວງບັກຢາງ ໃຫ້ໝູ່ຄະນະ ແລະພະນັກງານ, ພາລະກອນສະຖານີວິທະຍຸກະຈາຍສຽງ ແລະໂທລະພາບແຂວງໄຊສົມບູນ.

ໂດຍ: ດັ້ງເກື່ອງ