leftcenterrightdel
ພາບປະກອບຈາກ: Vietnam+

ທ່ານ ຫງວຽນມິງເຕີມ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ ໃຫ້ຮູ້ວ່າ ປະຈຸບັນລາວ ຢືນແຖວໜ້າໃນຈໍານວນ 80 ປະເທດ ແລະເຂດແຄ້ວນ ເຊິ່ງຫວຽດນາມ ລົງທຶນອອກຕ່າງປະເທດ, ດ້ວຍ 256 ໂຄງການ ແລະລວມຍອດຈຳນວນທຶນຈົດທະບຽນປະມານ 5,5 ຕື້ໂດລາສະຫະລັດ.

ຫວຽດນາມ ກໍ່ຢືນອັນດັບ 3 ໃນບັນດາປະເທດລົງທຶນຢູ່ລາວ. ທ່ານ ຫງວຽນມິງເຕີມ ໃຫ້ຮູ້ວ່າບັນດາໂຄງການລົງທຶນຂອງຫວຽດນາມຢູ່ 17/18 ແຂວງຂອງລາວ ແມ່ນໃນຫຼາຍຂົງເຂດ.

ໃນ 6 ເດືອນຕົ້ນປີ 2024, ທຶນຈົດທະບຽນລົງທຶນຢູ່ລາວບັນລຸ 35,5 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 35% ເມື່ອທຽບໃສ່ໄຕມາດດຽວກັນຂອງປີ 2023. ທຶນສະສົມມາຮອດປະຈຸບັນບັນລຸປະມານ 2,8 ຕື້ໂດລາສະຫະລັດ.

ຄຽງຂ້າງການເຄື່ອນໄຫວລົງທຶນແລ້ວ, ບັນດາວິສາຫະກິດຫວຽດນາມ ໄດ້ປະຕິບັດພັນທະການເງິນ ກໍ່ຄືເຂົ້າຮ່ວມບັນດາການເຄື່ອນໄຫວສະຫວັດດີການສັງຄົມຢູ່ລາວ ເປັນຢ່າງດີ. ບັນດາຕົວເລກນີ້ສະແດງໃຫ້ເຫັນຄວາມມານະພະຍາຍາມ, ແລະນັບມື້ນັບເຕີບໃຫຍ່ເຂັ້ມແຂງຂອງບັນດາວິສາຫະກິດຫວຽດນາມ ຢູ່ລາວ.

ຕາມທ່ານ ຫງວຽນມິງເຕີມ ແລ້ວ, ເສີມຂະຫຍາຍຈິດໃຈສາມັກຄີ, ມິດຕະພາບ, ບັນດາວິສາຫະກິດ, ນັກທຸລະກິດຫວຽດນາມ ກາຍເປັນກໍາລັງແຖວໜ້າໃນການຊຸກຍູ້ການລົງທຶນ, ການຄ້າເພື່ອເປົ້າໝາຍສ້າງບາດກ້າວບຸກທະລຸກ່ຽວກັບເສດຖະກິດລະຫວ່າງສອງປະເທດ, ນໍາການພັດທະນາກ່ຽວກັບເສດຖະກິດ-ການຄ້າລະຫວ່າງສອງປະເທດໃຫ້ສົມກັບການພົວພັນແບບພິເສດທີ່ດີງາມດ້ານການເມືອງ, ການທູດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຄືດັ່ງຄວາມຫວັງຂອງການນໍາພັກ, ລັດສອງປະເທດ.

ໃນໄລຍະຈະມາເຖິງ, ເພື່ອປະກອບສ່ວນຊຸກຍູ້ການພົວພັນຮ່ວມມືກ່ຽວກັບເສດຖະກິດລະຫວ່າງສອງປະເທດ, ປະກອບສ່ວນໃຫ້ແກ່ການພັດທະນາຂອງສອງປະເທດກໍ່ຄືໜູນຊ່ວຍວິສາຫະກິດຫວຽດນາມ ລົງທຶນຢູ່ລາວໃຫ້ຫຼາຍທີ່ສຸດ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ ສະເໜີສະມາຄົມວິສາຫະກິດຫວຽດນາມ ຢູ່ລາວ ສືບຕໍ່ເສີມຂະຫຍາຍຈິດໃຈເປັນເຈົ້າການ, ປະດິດສ້າງໃນການເຄື່ອນໄຫວ; ຕັ້ງໜ້າໜູນຊ່ວຍ, ຊອກຮູ້, ແນະນໍາບັນດາວິສາຫະກິດປະຕິບັດບັນດາຂໍ້ກຳນົດນະໂຍບາຍກົດໝາຍສອງປະເທດ ຢ່າງຖືກຕ້ອງ, ຄົບຖ້ວນ; ແມ່ນຂົວຕໍ່ສໍາຄັນລະຫວ່າງບັນດາວິສາຫະກິດກັບອໍານາດການປົກຄອງລາວ; ສືບຕໍ່ປະຕິບັດຂໍ້ກຳນົດນະໂຍບາຍກົດໝາຍຂອງສອງປະເທດ, ບັນດາພັນທະການເງິນກັບລັດຖະບານຢ່າງຄົບຖ້ວນ, ຖືກຕ້ອງ, ສ້າງຮູບພາບທີ່ນັບມື້ນັບດີງາມຂອງວິສາຫະກິດຫວຽດນາມ; ສືບຕໍ່ປະກອບສ່ວນໜູນຊ່ວຍລັດຖະບານ, ທ້ອງຖິ່ນ, ປະຊາຊົນລາວໃນການພັດທະນາເສດຖະກິດ, ເຮັດໃຫ້ຊີວິດການເປັນຢູ່ເປັນປົກກະຕິ.

ເນື່ອງໃນໂອກາດນີ້, ກະຊວງອຸດສາຫະກໍາ ແລະການຄ້າລາວ ແລະສະພາອຸດສາຫະກໍາ ແລະການຄ້າລາວ ໄດ້ມອບໃບຍ້ອງຍໍໃຫ້ໝູ່ຄະນະ, ບຸກຄົນທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດລາວ ແລະເພີ່ມພູນຄູນສ້າງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດຫວຽດນາມ-ລາວ.

ໂດຍ: ໄຊນີດາ