ຫວ່າງມໍ່ໆມານີ້, ຢູ່ສໍານັກງານສະຖານກົງສູນໃຫຍ່, ທ່ານ  ຫງວຽນວັນຈູງ, ຫົວໜ້າກົງສູນໃຫຍ່ ໄດ້ໃຫ້ການຕ້ອນຮັບຄະນະປະຕິບັດງານຂອງສະມາຄົມອະສັງຫາລິມະຊັບອຸດສາຫະກໍາຫວຽດນາມ (VIREA) ພ້ອມກັບບັນດາວິສາຫະກິດເຂົ້າຮ່ວມການສໍາຫຼວດກາລະໂອກາດລົງທຶນຢູ່ແຂວງຈໍາປາສັກ.

ທີ່ການຕ້ອນຮັບ, ທ່ານ ຫງວຽນວັນຈູງ ໄດ້ແຈ້ງໃຫ້ຄະນະປະຕິບັດງານຮັບຊາບກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ ແລະການເຄື່ອນໄຫວລົງທຶນຂອງວິສາຫະກິດຫວຽດນາມ ຢູ່ພາກໃຕ້ລາວ; ແຜນນະໂຍບາຍ ແລະນະໂຍບາຍຂອງລັດຖະບານລາວ ໃນການດຶງດູດການລົງທຶນຈາກຕ່າງປະເທດ.

ພ້ອມກັນນັ້ນໄດ້ຊີ້ແຈ້ງຄວາມສະດວກ, ຄວາມຫຍຸ້ງຍາກ ແລະເຈາະຈິ້ມ, ກຳນົດທິດໃຫ້ຄະນະປະຕິບັດງານບາງເນື້ອໃນເມື່ອຜັນຂະຫຍາຍໂຄງການຢູ່ພາກໃຕ້ຂອງລາວ, ໃນນັ້ນຈຸດສຸມຂອງການຜັນຂະຫຍາຍໂຄງການຕ້ອງຮັບປະກັນປະສິດທິຜົນ ແລະຕິດພັນການຊຸກຍູ້ການຮ່ວມມືລົງທຶນ ກັບໜ້າທີ່ພົວພັນຕ່າງປະເທດ, ຜ່ານນັ້ນເພີ່ມທະວີນໍ້າໃຈມິດຕະພາບລະຫວ່າງສອງພັກ ແລະສອງລັດ, ຊ່ວຍໃຫ້ການພົວພັນສອງຝ່າຍນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ.

leftcenterrightdel
ທ່ານ ຫງວຽນວັນຈູງ (ເບື້ອງຂວາ),  ຫົວໜ້າກົງສູນໃຫຍ່ ຕ້ອນຮັບຄະນະປະຕິບັດງານ ຂອງສະມາຄົມອະສັງຫາລິມະຊັບອຸດສາຫະກໍາຫວຽດນາມ. ພາບ: baodautu.vn

ຕອນບ່າຍວັນດຽວກັນ, ສະຖານກົງສູນໃຫຍ່ ໄດ້ພ້ອມກັບສະມາຄົມອະສັງຫາລິມະຊັບອຸດສາຫະກຳຫວຽດນາມ (VIREA),  ບັນດາວິສາຫະກິດ ເຮັດວຽກກັບທ່ານ ສົມບູນ ເຮືອງວົງສາ, ຮອງເຈົ້າແຂວງໆຈໍາປາສັກ ແລະ ການນໍາບັນດາພະແນກ, ຂະແໜງການຂອງແຂວງຈໍາປາສັກ ເພື່ອແລກປ່ຽນ ຂໍ້ມູນຂ່າວສານ ແລະນໍາສະເໜີບາງເນື້ອໃນການຮ່ວມມືລະຫວ່າງບັນດາຝ່າຍໃນໄລຍະຈະມາເຖິງ.

ຜູ້ຕາງໜ້າ VIREA ສະແດງຄວາມປາດຖະໜາຢາກຮ່ວມເດີນທາງກັບສະຖານກົງສູນໃຫຍ່ ແລະແຂວງຈຳປາສັກ ເພື່ອແນໃສ່ຊຸກຍູ້ການສົ່ງເສີມບັນດານັກລົງທຶນຂອງຫວຽດນາມ ແລະ ບັນດາປະເທດລົງທຶນຢູ່ທີ່ນີ້. ນີ້ແມ່ນໂອກາດເພື່ອໃຫ້ບັນດານັກລົງທຶນຫັນປ່ຽນການເຄື່ອນໄຫວ ແລະ ເປີດກວ້າງຕະຫຼາດຢູ່ພາກໃຕ້ລາວ.

ຄະນະປະຕິບັດງານຂອງ VIREA ໄດ້ດຳເນີນການສຳຫຼວດ ແລະ ຕີລາຄາຢ່າງລະອຽດ, ພ້ອມທັງໄດ້ຮັບຄຳປຶກສາຈາກຜູ້ຊ່ຽວຊານ, ໃນນັ້ນມີທູດການຄ້າຂອງສະຖານທູດ, ການນຳສະຖານກົງສູນໃຫຍ່ ແລະ ສະມາຄົມວິສາຫະກິດຫວຽດນາມ ປະຈຳລາວ.

ໃນໄລຍະຈະມາເຖິງ, VIREA ຈະສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການ, ຄະນະ, ຂະແໜງການ ເພື່ອຈັດຕັ້ງກອງປະຊຸມສຳມະນາ ແລະ ການເຄື່ອນໄຫວສົ່ງເສີມການລົງທຶນ, ສ້າງໂອກາດໃໝ່ໃຫ້ແກ່ນັກລົງທຶນໄດ້ເຂົ້າເຖິງ ແລະ ພັດທະນາຕະຫຼາດຢູ່ລາວ.

ໂດຍ: ທູຈາງ