ພາຍຫຼັງການຮໍ່າຮຽນ ແລະຝຶກຝົນຫຼໍ່ຫຼອມກວ່າ 1 ເດືອນ, ພະນັກງານ 20 ຄົນຂອງກອງບັນຊາການທະຫານແຂວງຄໍາມ່ວນ ໄດ້ປະຕິບັດສໍາເລັດຊຸດຝຶກອົບຮົບດ້ວຍຜົນໄດ້ຮັບແມ່ນນັກສຳມະນາກອນດີ, ເກັ່ງບັນລຸ 100%, ໃນນັ້ນນັກສຳມະນາກອນເກັ່ງກວມກວ່າ 70%. ໝາກຜົນນີ້ໄດ້ຕີລາຄາວຽກງານຝຶກຝົນຫຼໍ່ຫຼອມ, ບໍາລຸງວິຊາການຂອງທະຫານຊາຍແດນແຂວງກວາງບິງ ກໍ່ຄືວິວັດການຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມຂອງບັນດານັກສໍາມະນາກອນຢ່າງຖືກຕ້ອງ.

leftcenterrightdel
ທ່ານພັນເອກພິເສດ ໂຮແທງເຊີນ, ຮອງຜູ້ບັນຊາການ, ຫົວໜ້າເສນາທິການທະຫານຊາຍແດນແຂວງກວາງບິງ ມອບໃບຍ້ອງຍໍໃຫ້ນັກສໍາມະນາກອນທີ່ມີຜົນງານດີເລີດ. ພາບ: qdnd.vn
leftcenterrightdel
ທ່ານພັນເອກ ບຸນເລີດ ບຸບພະວັນ ມອບຂອງຂວັນໃຫ້ກອງບັນຊາການທະຫານຊາຍແດນແຂວງກວາງບິງ. ພາບ: qdnd.vn

ກ່າວຄໍາເຫັນທີ່ພິທີປິດ, ທ່ານພັນເອກ ບຸນເລີດ ບຸບພະວັນ ຫົວໜ້າກອງບັນຊາການທະຫານແຂວງຄໍາມ່ວນ ຂອບໃຈກອງບັນຊາການທະຫານ ຊາຍແດນແຂວງກວາງບິງ ໄດ້ເອົາໃຈໃສ່, ຊີ້ນໍາ, ຈັດຕັ້ງຊຸດຝຶກອົບຮົມຢ່າງລອບຄອບຖີ່ຖ້ວນ, ຮັບປະກັນຄວາມປອດໄພ; ຖັນແຖວພະນັກງານ, ຄູອາຈານ, ນາຍແປພາສາ... ແກ້ໄຂທຸກຄວາມຫຍຸ້ງຍາກ, ເພື່ອສຳເລັດທຸກເນື້ອໃນຫຼັກສຸດຕາມແຜນການທີ່ໄດ້ວາງອອກ. ບັນດາຄວາມຮູ້ທີ່ໄດ້ປະກອບຈາກຊຸດຝຶກອົບຮົມຈະຊ່ວຍໃຫ້ນັກສໍາມະນາກອນນໍາໃຊ້ຢ່າງມີໄຫວພິບ, ມີປະສິດທິຜົນ, ຕິດແທດກັບພຶດຕິກໍາຕົວຈິງໃນການປະຕິບັດງານຢູ່ກົມກອງ, ທ້ອງຖິ່ນ, ຜ່ານນັ້ນ ປະກອບສ່ວນປະຕິບັດຄວາມຮຽກຮ້ອງສົມທົບກັນປະຕິບັດໜ້າທີ່ປ້ອງກັນຊາຍແດນ, ຕໍ່ສູ້ຕ້ານ, ສະກັດກັ້ນອາດຊະຍາກໍາປະເພດຕ່າງໆ, ຄຸ້ມຄອງ, ປົກປັກຮັກສາອະທິປະໄຕ, ຄວາມສະຫງົບຢູ່ເຂດຊາຍແດນແຫ່ງຊາດໄວ້ຢ່າງໝັ້ນຄົງ.

ໂດຍ: ໄຊນີດາ