leftcenterrightdel
ທ່ານຮອງນາຍົກລັດຖະມົນຕີ ເລແທັງລອງ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: vov.vn

ຕາມບົດລາຍງານຢູ່ກອງປະຊຸມ, ນັບແຕ່ຕົ້ນປີມາຮອດປັດຈຸບັນ, ສອງຝ່າຍໄດ້ສົມທົບກັນສືບສວນຮ່ວມ 6 ຄະດີ, ແກ້ໄຂຫຼາຍຄະດີຄ້າຂາຍ, ຂົນສົ່ງຢາເສບຕິດຂ້າມຊາດ. ພາຍຫຼັງ 3 ປີແຫ່ງການປະຕິບັດບົດບັນທຶກຊ່ວຍຈຳ ແລະແຜນການ 376 ກ່ຽວກັບການຮ່ວມມືປ້ອງກັນ, ຕ້ານຢາເສບຕິດ, ເຄືອຂ່າຍສາຍໂທລະສັບດ່ວນລະຫວ່າງອົງການຕຳຫຼວດສອງປະເທດກໍ່ໄດ້ປະຕິບັດສຳເລັດ, ແມ່ນຂົວຕໍ່ສຳຄັນໃນການຜັນຂະຫຍາຍການປະຕິບັດວຽກງານສົມທົບກັນປ້ອງກັນ, ຕ້ານອາດຊະຍາກຳ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເລແທັງລອງ ເນັ້ນໜັກວ່າ ຮັກສາການເສີມຂະຫຍາຍກົນໄກຮ່ວມມືກ່ຽວກັບວຽກງານປ້ອງກັນ, ຕ້ານຢາເສບຕິດ ແລະອາດຊະຍາກຳທີ່ມີຢູ່ແລ້ວລະຫວ່າງສອງປະເທດຢ່າງສຸດຂີດ, ໃນນັ້ນສຸມໃສ່ບັນດາເນື້ອໃນ, ຄື: ເພີ່ມທະວີການແລກປ່ຽນ, ແບ່ງປັນຂໍ້ມູນຂ່າວສານຜ່ານສາຍໂທລະສັບດ່ວນຢູ່ 4 ຂັ້ນຕຳຫຼວດ, ສົມທົບກັນປະຕິບັດບັນດາການເຄື່ອນໄຫວວິຊາການ ແລະການຮ່ວມຕໍ່ສູ້ຂ້າມຊາດ ແລະບູລະນະລະບົບນະໂຍບາຍກົດໝາຍວ່າດ້ວຍການປ້ອງກັນ, ຕ້ານອາດຊະຍາກຳ ແລະປ້ອງກັນ, ຕ້ານຢາເສບຕິດ.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ