ຕອນເຊົ້າວັນທີ 3 ຕຸລາ, ກອງບັນຊາການທະຫານຊາຍແດນແຂວງຮ່າຕິງ ຈັດຕັ້ງຊຸດຝຶກອົບຮົມວິຊາການປ້ອງກັນຊາຍແດນໃຫ້ພະນັກງານກອງທັບປະຊາຊົນລາວ.

leftcenterrightdel
ຜູ້ແທນເຂົ້າຮ່ວມພິທີເປີດຊຸດຝຶກອົບຮົມ. ພາບ:​ baohatinh.vn

ຕາມນັ້ນແລ້ວ, ໃນໄລຍະ 30 ວັນ, ພະນັກງານທະຫານຊາຍແດນແຂວງຮ່າຕິງ ຈະຝຶກອົບຮົມໃຫ້ພະນັກງານ 20 ຄົນຂອງກອງບັນຊາການທະຫານແຂວງບໍລິຄໍາໄຊ ບາງເນື້ອໃນກ່ຽວກັບການເມືອງ, ການທະຫານ ແລະວິຊາການປ້ອງກັນຊາຍແດນ, ຄື: ສັນຍາວ່າດ້ວຍກົດລະບຽບຄຸ້ມຄອງຊາຍແດນ ແລະດ່ານຊາຍແດນທາງບົກຫວຽດນາມ-ລາວ; ຝຶກແອບອົມຮົມ, ກວດກາການຍິງປືນ K54 ບົດທີ 1; ວຽກງານລາດຕະເວນປົກປັກຮັກສາຊາຍແດນ ແລະນໍາໃຊ້ແຜນທີ່, ກໍານົດເສັ້ນຊາຍແດນ; ວຽກງານຂົນຂວາຍມະຫາຊົນ, ສືບຂ່າວ, ພະລາທິການເຕັກນິກໃນວຽກງານປົກປັກຮັກສາຊາຍແດນ...

leftcenterrightdel
ທ່ານພັນເອກພິເສດ ບຸ່ຍຮົ່ງແທງ ຫົວໜ້າກອງບັນຊາການທະຫານຊາຍແດນແຂວງຮ່າຕິງ ກ່າວຄໍາເຫັນ ແລະມອບໝາຍໜ້າທີ່ຢູ່ພິທີເປີດຊຸດຝຶກອົບຮົມ. ພາບ:​ baohatinh.vn
leftcenterrightdel
ການນໍາກອງບັນຊາການທະຫານຊາຍແດນແຂວງຮ່າຕິງ ຖ່າຍຮູບເປັນທີ່ລະນຶກກັບພະນັກງານເຂົ້າຮ່ວມຊຸດຝຶກອົບຮົມ. ພາບ:​ baohatinh.vn

ຊຸດຝຶກອົບຮົມ ແນໃສ່ຊ່ວຍກໍາລັງປົກປັກຮັກສາຊາຍແດນຂອງລາວ ຍົກສູງຄວາມສາມາດ, ຈັດຕັ້ງບັນຊາ, ຄຸ້ມຄອງ, ປົກປັກຮັກສາຊາຍແດນ ແລະສົມທົບກັບບັນດາຄ້າຍທະຫານຊາຍແດນຂອງຫວຽດນາມ ໃນການແກ້ໄຂບັນຫາທີ່ເກີດຂຶ້ນຢູ່ຊາຍແດນ; ປະກອບສ່ວນກໍ່ສ້າງເສັ້ນຊາຍແດນແຂວງຮ່າຕິງ (ຫວຽດນາມ) ແລະແຂວງບໍລິຄໍາໄຊ (ລາວ) ສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາແບບຍືນຍົງ.

ໂດຍ: ໄຊນີດາ