ຕອນເຊົ້າວັນທີ 7 ຕຸລາ, ຄະນະປະຕິບັດງານໄດ້ຢ້ຽມຢາມສະຖານທູດຫວຽດນາມ ປະຈຳ ລາວ ແລະສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ. ທີ່ສະຖານທູດຫວຽດນາມ ປະຈຳ ລາວ, ຄະນະໄດ້ມີການພົບປະ, ເຂົ້າຢ້ຽມຂ່ຳນັບທ່ານ ຫງວຽນດິ່ງຮ່າ, ຮອງເລຂາຜູ້ປະຈໍາຄະນະພັກ ອົງການສະຖານທູດຫວຽດນາມ ປະຈຳລາວ ພ້ອມດ້ວຍພະນັກງານ, ລັດຖະກອນສະຖານທູດ.

ຢູ່ທີ່ນີ້, ທ່ານນາງ ຫງວຽນທິກິມທຸຍ ໄດ້ແຈ້ງໃຫ້ຊາບຜົນການເຄື່ອນໄຫວຂອງແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ໃນໄລຍະຜ່ານມາ; ລາຍງານຜົນຂອງກອງປະຊຸມໃຫຍ່ຜູ້ແທນແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ຄັ້ງທີ 12 ອາຍຸການ 2024 - 2029.

leftcenterrightdel
ທ່ານ ຫງວຽນທິກິມທຸຍ ພ້ອມດ້ວຍຄະນະປະຕິບັດງານມອບຂອງຂວັນເປັນທີ່ລະນຶກໃຫ້ແກ່ສະມາຄົມຊາວຫວຽດນາມ ຢູ່ນະຄອນຫຼວງວຽງຈັນ. ພາບ: hcmcpv.org.vn

ທ່ານ ຫງວຽນດິ່ງຮ່າ ໄດ້ແຈ້ງໃຫ້ຊາບກ່ຽວກັບຊີວິດການເປັນຢູ່ຂອງຊາວຫວຽດນາມ ຢູ່ລາວ; ລະບອບນະໂຍບາຍຂອງຫວຽດນາມ ທີ່ມີຕໍ່ປະຊາຊົນດຳລົງຊີວິດ ແລະເຮັດວຽກຢູ່ລາວໂດຍກົງ; ຄວາມຄືບໜ້າໃນການພົວພັນລະຫວ່າງສອງປະເທດ; ກ່ຽວກັບການຊ່ວຍເຫຼືອ, ການແບ່ງປັນເຊິ່ງກັນ ແລະກັນໃນຕະຫຼອດວິວັດການພັດທະນາ.

ເມື່ອມາຢ້ຽມຢາມສະມາຄົມຊາວຫວຽດນາມ ຢູ່ນະຄອນຫຼວງວຽງຈັນ, ບັນດາສະມາຊິກໃນຄະນະຜູ້ແທນຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ໄດ້ແລກປ່ຽນ, ຢ້ຽມຢາມຖາມຂ່າວກ່ຽວກັບຊີວິດການເປັນຢູ່ຂອງຊາວຫວຽດນາມ ຢູ່ລາວ ເວົ້າລວມ ແລະຢູ່ນະຄອນຫຼວງວຽງຈັນ ເວົ້າສະເພາະ, ຜ່ານນັ້ນປະກອບສ່ວນສ້າງຂົວເຊື່ອມຕໍ່ໄມຕີຈິດມິດຕະພາບລະຫວ່າງສອງປະເທດຫວຽດນາມ - ລາວ.

ເນື່ອງໃນໂອກາດນີ້, ຄະນະປະຕິບັດງານ ໄດ້ມອບຂອງຂວັນ 100 ພູດ ໃຫ້ຊາວຫວຽດນາມທີ່ປະສົບກັບຄວາມຫຍຸ້ງຍາກ ຢູ່ນະຄອນຫຼວງວຽງຈັນ ລວມມູນຄ່າ 100 ລ້ານດົ່ງ.

ໂດຍ: ຈາງຫງວຽນ