ທີ່ການໂອ້ລົມສົນທະນາກັບບັນດາຄູອາຈານ, ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ໄດ້ຕີລາຄາສູງ ແລະຍ້ອງຍໍຊົມເຊີຍຜົນງານດີເດັ່ນຂອງຄູອາຈານ ແລະນັກຮຽນຂອງໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ທີ່ບັນລຸໄດ້ໃນຊຸມປີມໍ່ໆມານີ້. ພ້ອມທັງຫວັງວ່າ ບັນດາຄູອາຈານຈະແກ້ໄຂຄວາມຫຍຸ້ງຍາກ, ມີບັນດາຂໍ້ລິເລີ່ມ, ການປ່ຽນແປງໃໝ່ໃນການຮຽນ - ການສອນ ເພື່ອຍົກສູງຄຸນນະພາບ ກໍ່ຄືຄວາມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບພາລະກຳ ແລະຄວາມຮັບຜິດຊອບອັນໃຫຍ່ຫຼວງຂອງຕົນໃນການຮຽນ - ການສອນພາສາຫວຽດ ເພື່ອໃຫ້ນັກຮຽນນອກຈາກພາສາລາວ ແລ້ວ, ຍັງສາມາດເວົ້າພາສາຫວຽດ, ເຂົ້າໃຈປະຫວັດສາດ ແລະວັດທະນະທຳຫວຽດນາມ ອີກດ້ວຍ ແລະນັກຮຽນທີ່ມີເຊື້ອຊາດຫວຽດນາມ ຍາມໃດກໍ່ລະນຶກເຖິງບ້ານເກີດເມືອງນອນ, ປະເທດຫວຽດນາມ.

leftcenterrightdel
ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ແລະພັນລະຍາຖ່າຍຮູບເປັນທີ່ລະນຶກກັບໝູ່ຄະນະຖັນແຖວຄູອາຈານໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ. ພາບ: vov.vn

ທ່ານນາງ ຫງວຽນທິແທງເຮືອງ, ຜູ້ອຳນວຍການໂຮງຮຽນ ໃຫ້ຮູ້ວ່າ ການຮັກສາ ແລະພັດທະນາພາສາຫວຽດ ຢູ່ໃນໂຮງຮຽນແມ່ນຮຽນພາສາຫວຽດ ຄືກັບພາສາທົ່ວໄປ. ນັກຮຽນບໍ່ພຽງແຕ່ຮຽນອ່ານ, ຮຽນຂຽນ ແລະເວົ້າພາສາຫວຽດ ເທົ່ານັ້ນ, ຫາກຍັງໄດ້ຮຽນຮູ້ວັດທະນະທຳ, ປະຫວັດສາດຂອງຫວຽດນາມ ອີກດ້ວຍ...

ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດຫວຽດນາມ ໄດ້ມອບເງິນຈຳນວນ 20 ລ້ານກີບ ໃຫ້ໂຮງຮຽນ ເພື່ອໜູນໃຊ້ເຂົ້າໃນການເຄື່ອນໄຫວຮັກສາ ແລະພັດທະນາພາສາຫວຽດ ດ້ວຍຄວາມຫວັງຢາກໃຫ້ບັນດາຄູອາຈານ ແລະນັກຮຽນເປັນຜູ້ທູດພາສາຫວຽດ ຢູ່ດິນແດນລ້ານຊ້າງ ທີ່ສວຍງາມ.

ໂດຍ: ຈາງຫງວຽນ