ທີ່ພິທີປຸກລະດົມ, ຜູ້ຕາງໜ້າບັນດາອົງການ, ອົງການຈັດຕັ້ງຂອງຫວຽດນາມ ປະຈໍາຢູ່ລາວ ໄດ້ແຈ້ງໃຫ້ຊາບກ່ຽວກັບຄວາມເສຍຫາຍ ຍ້ອນພາຍຸລູກທີ 3 ກໍ່ຂຶ້ນສຳລັບບັນດາແຂວງ, ນະຄອນທາງພາກເໜືອຂອງຫວຽດນາມ, ກໍ່ຄືບັນດາແຂວງພາກໃຕ້ຂອງລາວ, ໃນນັ້ນມີຫຼາຍຄົນເສຍຊີວິດ, ຫາຍສາບສູນ ແລະໄດ້ຮັບບາດເຈັບ; ເຮືອນຊານຫຼາຍຫຼັງຖືກນ້ຳພັດໄຫຼໄປ, ຖືກນ້ຳຖ້ວມ ແລະພັງທະລາຍ; ເນື້ອທີ່ປູກເຂົ້າ ແລະພືດຫຼາຍແຫ່ງຖືກນ້ຳຖ້ວມ; ເຂດລ້ຽງສິນໃນນ້ຳ-ສິນທະເລຫຼາຍແຫ່ງໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງ; ສັດໃຫຍ່, ສັດປີກຕາຍ ແລະຖືກນ້ຳພັດໄຫຼໄປ; ຂົວ ແລະເສັ້ນທາງຫຼາຍສາຍຫັກ ແລະຊຸດໂຊມ; ຫຼາຍບ່ອນຖືກຕັດຂາດ ແລະບ່ອນຢູ່ອາໄສຂອງຫຼາຍຊຸມຊົນຖືກຕັດຂາດ.

ໂດຍເສີມຂະຫຍາຍມູນເຊື້ອຮັກແພງ, ອຸ້ມຊູຊ່ວຍເຫຼືອ ເຊິ່ງກັນ ແລະກັນໃນຍາມປະສົບກັບຄວາມຫຍຸ້ງຍາກ, ຮ່ວມໃຈກັນແບ່ງປັນຄວາມຫຍຸ້ງຍາກ, ຜູ້ໃຈບຸນໃຈກຸສົນ, ບັນດາອົງການ, ວິສາຫະກິດ ແລະອົງການຈັດຕ້ັງ, ໝູ່ຄະນະ ແລະບຸກຄົນທີ່ພວມດຳລົງຊີວິດ ແລະເຮັດວຽກຢູ່ພາກໃຕ້ຂອງລາວ ໄດ້ສະແດງນ້ຳໃຈສາມັກຄີ, ຮ່ວມໃຈກັນໜູນຊ່ວຍປະຊາຊົນຢູ່ເຂດປະສົບໄພນ້ຳຖ້ວມທັງຢູ່ຫວຽດນາມ ແລະລາວ, ຫວັງວ່າປະຊາຊົນຈະຜ່ານຜ່າຄວາມຫຍຸ້ງຍາກ ແລະກັບຄືນສູ່ການດໍາລົງຊີວິດເປັນປົກກະຕິໂດຍໄວ.

leftcenterrightdel
ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳນະຄອນປາກເຊ, ແຂວງຈໍາປາສັກ (ພາກໃຕ້ຂອງລາວ) ປຸກລະດົມການບໍລິຈາກເພື່ອຊ່ວຍເຫຼືອປະຊາຊົນສອງປະເທດລາວ ແລະຫວຽດນາມ ທີ່ໄດ້ຮັບຜົນສະທ້ອນຈາກພະຍຸ ຢາກີ. ພາບ: ສໍານັກຂ່າວສານຫວຽດນາມ

ມາຮອດຕອນທ່ຽງວັນທີ 14 ກັນຍາ, ສະຖານກົງສູນໃຫຍ່ຫວຽດນາມ ປະຈຳ ນະຄອນປາກເຊ, ແຂວງຈໍາປາສັກ (ພາກໃຕ້ຂອງລາວ) ໄດ້ຮັບເງິນບໍລິຈາກຈໍານວນ 188 ລ້ານກີບ (ກວ່າ 200 ລ້ານດົ່ງ); ສະມາຄົມໃຫຍ່ຊາວຫວຽດນາມ ອາໄສຢູ່ລາວ ໄດ້ບໍລິຈາກ 175 ລ້ານກີບ (ເກືອບ 200 ລ້ານດົ່ງ); ແລະສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ໄດ້ບໍລິຈາກ 100 ກວ່າລ້ານກີບ (ປະມານ 110 ລ້ານດົ່ງ).

ຕາມຜູ້ຕາງໜ້າບັນດາອົງການ, ອົງການຈັດຕັ້ງຂອງຫວຽດນາມ ປະຈໍາຢູ່ລາວ ໃຫ້ຮູ້ວ່າ ພາຍຫຼັງການປຸກລະດົມການບໍລິຈາກໄດ້ສິ້ນສຸດລົງ, ຜູ້ຕາງໜ້າບັນດາອົງການ, ອົງການຈັດຕັ້ງຂອງຫວຽດນາມ ປະຈໍາຢູ່ລາວ ຈະໂອນເງິນບໍລິຈາກທັງໝົດທີ່ໄດ້ຮັບໃຫ້ແກ່ບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມ ແລະ ລາວ, ດ້ວຍຈິດໃຈຮັບປະກັນຖືກກັບເປົ້າໝາຍ, ມີປະສິດທິຜົນ, ເປີດເຜີຍ ແລະໂປ່ງໃສ, ເພື່ອພ້ອມກັນຮ່ວມແຮງຮ່ວມໃຈກັບປະຊາຊົນສອງປະເທດແກ້ໄຂຄວາມຫຍຸ້ງຍາກ, ເຮັດໃຫ້ການດໍາລົງຊີວິດກັບຄືນສູ່ສະພາບປົກກະຕິເທື່ອລະກ້າວ.

ໂດຍ: ທູຈາງ